ສາ​ກົນ​ຮັບ​ຮູ້ ແລະ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ, ໃນ​ນັ້ນ ມີ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື, ສາ​ສະ​ໜາ

Chia sẻ
(VOVWORLD) -    “ວາລະປະຊຸມ UPR ຂອງ ຫວຽດນາມ ໄດ້ຮັບຄວາມສົນໃຈຢ່າງໃຫຍ່ຫຼວງ ໂດຍມີ 130 ປະເທດເຂົ້າຮ່ວມການໂອ້ລົມສົນທະນາ. ບັນດາປະເທດຮັບຮູ້ບັນດານະໂຍບາຍ, ຄວາມມານະພະຍາຍາມ ແລະ ຜົນງານຂອງ ຫວຽດນາມ ໃນການຮັບປະກັນສິດທິມະນຸດ ແລະ ເລື່ອງ ຫວຽດນາມ ຍາມໃດກໍປະຕິບັດບັນດາຂໍ້ສະເໜີແນະຂອງ UPR ຢ່າງເຂັ້ມງວດ.
ສາ​ກົນ​ຮັບ​ຮູ້ ແລະ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ, ໃນ​ນັ້ນ ມີ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື, ສາ​ສະ​ໜາ - ảnh 1ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ)

ຕອນບ່າຍວັນທີ 09 ພຶດສະພາ, ຢູ່ການຖະແຫຼງຂ່າວນັດສາມັນຂອງ ກະຊວງການຕ່າງປະເທດ, ຢູ່ຮ່າໂນ້ຍ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ແຈ້ງຂ່າວຕໍ່ສື່ມວນຊົນພາຍໃນປະເທດ ແລະ ສາກົນ ກ່ຽວກັບການເຄື່ອນໄຫວຂອງຄະນະຜູ້ແທນ ຫວຽດນາມ ໃນວາລະປະຊຸມໂອ້ລົມສົນທະນາກ່ຽວກັບບົດລາຍງານແຫ່ງຊາດຂອງ ຫວຽດນາມ ຕາມກົນໄກທົບທວນປະຈຳໄລຍະດ້ານສິດທິມະນຸດ (UPR) ຮອບວຽນທີ IV ຂອງສະພາສິດທິມະນຸດ ສປຊ. ເຫດການໄດ້ດຳເນີນໃນວັນທີ 07 ພຶດສະພາ, ຢູ່ສຳນັກງານ ສປຊ ປະຈຳ ເຊີແນວ, ສະວິດ. ນະທີ່ນີ້, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

        “ວາລະປະຊຸມ UPR ຂອງ ຫວຽດນາມ ໄດ້ຮັບຄວາມສົນໃຈຢ່າງໃຫຍ່ຫຼວງ ໂດຍມີ 130 ປະເທດເຂົ້າຮ່ວມການໂອ້ລົມສົນທະນາ. ບັນດາປະເທດຮັບຮູ້ບັນດານະໂຍບາຍ, ຄວາມມານະພະຍາຍາມ ແລະ ຜົນງານຂອງ ຫວຽດນາມ ໃນການຮັບປະກັນສິດທິມະນຸດ ແລະ ເລື່ອງ ຫວຽດນາມ ຍາມໃດກໍປະຕິບັດບັນດາຂໍ້ສະເໜີແນະຂອງ UPR ຢ່າງເຂັ້ມງວດ. UPR ຮັບຮອງ ແລະ ຊົມເຊີຍບັນດາຜົນງານຂອງ ຫວຽດນາມ ກ່ຽວກັບການພັດທະນາເສດຖະກິດ, ລວມທັງການຮັບປະກັນຄວາມຍຸຕິທຳໃນສັງຄົມ ແລະ ຜັນຂະຫຍາຍບັນດາມາດຕະການຊຸກຍູ້ການປະຕິບັດສິດທິມະນຸດ.”

        ໃນການຖະແຫຼງຂ່າວ, ເມື່ອເຕື້ອງເຖິງຂໍ້ມູນບົດລາຍງານກ່ຽວກັບສິດເສລີໃນການເຊື່ອຖືສາສະໜາປີ 2024 ຂອງ ຄະນະກຳມະການເສລີໃນການເຊື່ອຖືສາສະໜາສາກົນ ອາເມລິກາ ທີ່ຖືວ່າ ຫວຽດນາມ ປາບປາມສາສະໜາຢ່າງຮ້າຍແຮງ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ປະຕິເສດຂໍ້ສັງເກດທີ່ບໍ່ພາວະວິໄສ ແລະ ມີລັກສະນະອະຄະຕິ ແລະ ບໍ່ຖືກຕ້ອງຕາມສະພາບຄວາມເປັນຈິງຢູ່ ຫວຽດນາມ ທີ່ໄດ້ລະບຸໃນບົດລາຍງານດັ່ງກ່າວ.

        “ຢູ່ ຫວຽດນາມ, ບໍ່ມີຜູ້ໃດຖືກຈຳແນກການປະພຶດຍ້ອນສາຍເຫດສາສະໜາ, ການເຊື່ອຖື ແລະ ການເຄື່ອນໄຫວຂອງບັນດາອົງການສາສະໜາ ຮັບປະກັນຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ. ສິ່ງດັ່ງກ່າວໄດ້ສະແດງຢ່າງຈະແຈ້ງໃນລັດຖະທຳມະນຸນຂອງ ຫວຽດນາມ ປີ 2013,  ລະບົບກົດໝາຍຂອງ ຫວຽດນາມ ແລະ ໃນຕົວຈິງກໍໄດ້ຮັບການເຄົາລົບ.”

ຕອບກັບ