ລາຍການພົບປະແລກປ່ຽນສະແດງສິລະປະສະເຫຼີມສະຫຼອງ 65 ປີແຫ່ງວັນເປີດເສັ້ນທາງ ເຈື່ອງເຊີນ

Chia sẻ
(VOVWORLD) - ລາຍການສິລະປະໄດ້ວາດພາບເຖິງຫຼັກໝາຍປະຫວັດສາດທີ່ສະຫງ່າອົງອາດຂອງຊາດໃນບັ້ນຮົບຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ.
ລາຍການພົບປະແລກປ່ຽນສະແດງສິລະປະສະເຫຼີມສະຫຼອງ 65 ປີແຫ່ງວັນເປີດເສັ້ນທາງ ເຈື່ອງເຊີນ - ảnh 1ການສະແດງສິລະປະທີ່ລາຍການ

(ພາບ:VOV)

 ຕອນຄ່ຳວັນທີ 19 ພຶດສະພາ, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈື່ອງເຊີນ, ແຂວງ ກ໋ວາງຈິ້, ໄດ້ຈັດລາຍການພົບປະແລກປ່ຽນສະແດງສິລະປະພິເສດ ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນເປີດເສັ້ນທາງໂຮ່ຈີມິນ - ວັນບຸນມູນເຊື້ອທະຫານເຈື່ອງເຊີນ (19/5/1959 – 19/5/2024).

        ລາຍການສິລະປະໄດ້ວາດພາບເຖິງຫຼັກໝາຍປະຫວັດສາດທີ່ສະຫງ່າອົງອາດຂອງຊາດໃນບັ້ນຮົບຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ. ນັກຮົບເກົ່າ ຟ້າມຕ໋ຽນອີກ, ຮອງຫົວໜ້າຄະນະມູນເຊື້ອສູນກາງສະມາຄົມເຈື່ອງເຊີນ ຫວຽດນາມ, ແບ່ງປັນວ່າ:

        “ລຸ້ນຄົນພວກຂ້າພະເຈົ້າໄດ້ຕໍ່ສູ້, ເສຍສະຫຼະຊີວິດ ແລະ ອຸທິດສ່ວນຊີວິດຄາວໄວໜຸ່ມຂອງຕົນເພື່ອພາລະກິດປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະລາດ. ນີ້ແມ່ນຄວາມເອກອ້າງທະນົງໃຈຂອງພວກຂ້າພະເຈົ້າ. ພວກຂ້າພະເຈົ້າຈະສືບຕໍ່ຮັກສາ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອນີ້. ພິເສດ, ຈະສຶກສາມູນເຊື້ອໃຫ້ແກ່ລຸ້ນຫຼັງ, ເປັນຕົ້ນແມ່ນລຸ້ນໜຸ່ມ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອວິລະຊົນປະຕິວັດ ແລະ ວິລະຊົນຂອງທະຫານ ເຈື່ອງເຊີນ”.

 

ຕອບກັບ