ສະເຫຼີມສະຫຼອງ 74 ປີແຫ່ງວັນສະຖາປະນາປະເທດ ຫວຽດນາມ (02/09) ຢູ່ ມາເລເຊຍ

Chia sẻ
(VOVWORLD) - ຕອນຄ່ຳວັນທີ 22 ສິງຫາ, ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 74 ປີແຫ່ງວັນສະຖາປະນາປະເທດ ຫວຽດນາມ (02/09/1945 – 02/09/2019). ກ່າວຄຳເຫັນທີ່ພິທີ, ທ່ານ ເລກູ໊ຍກວີ່ນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ໄດ້ຍົກອອກບັນດາຜົນງານອັນໃຫຍ່ຫລວງ ເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ.
ສະເຫຼີມສະຫຼອງ 74 ປີແຫ່ງວັນສະຖາປະນາປະເທດ ຫວຽດນາມ (02/09) ຢູ່ ມາເລເຊຍ - ảnh 1 ທ່ານເອກອັກຄະລັດຖະທູດ ເລກູ໋ຍກວີ່ນ (ພາບ: TTXVN)

        ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ ແລະ ມາເລເຊຍ, ທ່ານເອກອັກຄະລັດຖະທູດ ເລກູ໋ຍກວີ່ນ ໄດ້ຢືນຢັນວ່າ ໃນໄລຍະຜ່ານມາ, ການພົວພັນລະຫວ່າງ 2 ປະເທດໄດ້ມີບັນດາບາດກ້າວພັດທະນາຢ່າງເລິກເຊິ່ງກ້ວາງຂວາງ, ພິເສດແມ່ນ ພາຍຫລັງ 2 ຝ່າຍໄດ້ເຫັນດີເປັນເອກະພາບຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີ 2015. ປະຈຸບັນ, ຫວຽດນາມ ແລະ ມາເລເຊຍ ພວມມານະພະຍາຍາມບັນລຸຄາດໝາຍຍົກວົງເງິນການຄ້າ 2 ຝ່າຍຂຶ້ນເຖິງ 15 ຕື້ USD ໃນປີ 2020 ຕາມໂຄງການດຳເນີນງານທີ່ໄດ້ລົງນາມແລ້ວ ແລະ ພະຍາຍາມກະກຽມໃຫ້ແກ່ໂຄງການດຳເນີນງານໃນໄລຍະຕໍ່ໄປ. ທ່ານເອກອັກຄະລັດຖະທູດກໍ່ເຊື່ອໝັ້ນວ່າ ດ້ວຍຄວາມສາມາດບົ່ມຊ້ອມການຮ່ວມມືຢ່າງໃຫຍ່ຫລວງໃນຫລາຍຂົງເຂດ, ການພົວພັນມິດຕະພາບຮ່ວມມືລະຫວ່າງ ຫວຽດນາມ ແລະ ມາເລເຊຍ ຈະສືບຕໍ່ພັດທະນາ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ 2 ປະເທດ, ເພື່ອສັນຕິພາບ ແລະ ວັດທະນາຖາວອນຂອງ 2 ປະເທດ ກໍ່ຄືໃຫ້ທົ່ວພາກພື້ນ.

ຕອບກັບ