ສະເຫຼີມສະຫຼອງ 74 ປີແຫ່ງວັນມູນເຊື້ອຂະແໜງຊົນລະປະທານ ຫວຽດນາມ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 24 ສິງຫາ, ຢູ່ກິດຈະກຳຊົນລະປະທານ, ເຂື່ອນໄຟຟ້ານ້ຳຕົກໜອງ ເກື໊ອດາດ, ເມືອງເທື່ອງຊວັນ, ແຂວງແທັງຮ໊ວາ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 74 ປີແຫ່ງວັນມູນເຊື້ອຂະແໜງຊົນລະປະທານ. 
ສະເຫຼີມສະຫຼອງ 74 ປີແຫ່ງວັນມູນເຊື້ອຂະແໜງຊົນລະປະທານ ຫວຽດນາມ - ảnh 1 ທ່ານ ຫງວຽນຮ່ວາງຮຽບ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ (ພາບ: nongnghiep.vn)

ຜ່ານ 74 ປີແຫ່ງການເຕີບໃຫຍ່ ແລະ ຂະຫຍາຍຕົວ, ຂະແໜງຊົນລະປະທານບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ບັນລຸໄດ້ບັນດາຜົນງານອັນໃຫຍ່ຫລວງ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງບັນດາຂະແໜງເສດຖະກິດ - ສັງຄົມ, ປັບປຸງສະພາບແວດລ້ອມ, ປ້ອງກັນຕ້ານ, ຫລຸດຜ່ອນໄພທຳມະຊາດ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຫງວຽນຮ່ວາງຮຽບ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ສະເໜີວ່າ:

        “ຂະແໜງຊົນລະປະທານຕ້ອງຕິດຕາມພຶດຕິກຳຕົວຈິງໃນການພັດທະນາເສດຖະກິດ - ສັງຄົມຢ່າງໃກ້ຊິດ, ຕ້ອງຫັນການຮັບປະກັນດ້ານສະບຽງອາຫານໄປສູ່ການຮັບປະກັນແຫຼ່ງນ້ຳ. ຈາກການຮັບໃຊ້ເປົ້າໝາຍດຽວໄປສູ່ການພັດທະນາຫລາຍເປົ້າໝາຍ, ພັດທະນາການລະບາຍນ້ຳໃນຕົວເມືອງໃຫ້ຫລາຍກ່ວາ. ຫັນປ່ຽນຊົນລະປະທານປະຖົມປະຖານໄປສູ່ຊົນລະປະທານອັດສະລິຍະຢ່າງແຮງກ່ວາ ເພື່ອປະຢັດ ແລະ ນຳໃຊ້ແຫຼ່ງນ້ຳໃຫ້ມີປະສິດທິຜົນກ່ວາ.

ຕອບກັບ