ພາບແຕ້ມ ຢູ່ ງານວາງສະແດງ (ພາບ:ງອກແອັງ)
|
ງານວາງສະແດງແນະນຳ 70 ຜົນງານດ້ານຈິດຕະກຳ, Graphic, ແກະສະຫຼັກ, ແຜ່ໂປສະເຕີ ຂອງຫຼາຍຄົນເຊິ່ງ ໄດ້ຮັບການປະດິດສ້າງແຕ່ໄລຍະ 1949 - 2009. ດ້ວຍວິທີການວາງສະແດງແບບເກົ່າ ສົມທົບກັບການນຳໃຊ້ເຕັກໂນໂລຢີ cinemagraph ໄດ້ຊ່ວຍຜູ້ຊົມກັບຄືນສູ່ສະໄໝ ຢູ່ສະໜາມຮົບ ດຽນບຽນຝູໃນເມື່ອກ່ອນ. ມີຫຼາຍຜົນງານໄດ້ວາດພາບຢ່າງມີຊີວິດຊີວາ ບັນດາການບຸກໂຈມຕີທີ່ອົງອາດກ້າຫານ ໃນບັ້ນຮົບດຽນບຽນຝູ. ງານວາງສະແດງໄດ້ເປີດປະຕູແຕ່ວັນທີ 26 ເມສາ 2024 ຫາວັນທີ 15 ພຶດສະພາ 2024 ຢູ່ຫໍພິພິທະພັນວິຈິດສິນຫວຽດນາມ, ເຮືອນເລກທີ 66 ຖະໜົນ ຫງວຽນທ໊າຍຮອກ, ຮ່າໂນ້ຍ.