ສື່ມວນຊົນສາກົນໃຫ້ຂ່າວການຢ້ຽມຢາມອາເມລິກຂອງເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢ່າງລະອຽດ

Chia sẻ
ສຳນັກ​ຂ່າວສານ Sputnik ຂອງ​ລັດ​ເຊຍ, ສະບັບ​ອອກ​ວັນ​ທີ 8/7 ​ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ “ການ​ຢ້ຽມຢາມ​ປະຫວັດ​ສາດ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ​ ເຖິງ​ອາ​ເມ​ລິ​ກາ“
ສື່ມວນຊົນສາກົນໃຫ້ຂ່າວການຢ້ຽມຢາມອາເມລິກຂອງເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢ່າງລະອຽດ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama
(ພາບ: TTXVN)

(vovworld) - ສຳນັກ​ຂ່າວສານ Sputnik ຂອງ​ລັດ​ເຊຍ, ສະບັບ​ອອກ​ວັນ​ທີ 8/7 ​ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ “ການ​ຢ້ຽມຢາມ​ປະຫວັດ​ສາດ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ​ ເຖິງ​ອາ​ເມ​ລິ​ກາ“, ​ໃນ​ນັ້ນ​ມີ​ຕອນ​ຂຽນ​ວ່າ: “ການ​ພົບ​ປະລະ​ຫວ່າງທ່ານເລຂາທິການ​ໃຫຍ່ ​ຫງວຽນ​ຟູ໋ຈ້ອງ​ ​ແລະ ປະທານາທິບໍດີ​ອາ​ເມ​ລິ​ກາ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ປະ​ເທດ​ນີ້​ໄດ້​ສະຫງວນ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ຢ້ຽມຢາມ​ຂອງ​ທ່ານ ເລຂາທິການ​ໃຫຍ່ ​ຫງວຽນ​ຟູ໋ຈ້ອງ​“. ຕາມ​ບົດ​ດັ່ງກ່າວ​ແລ້ວ, ນີ້​ແມ່ນ​ເຫດການ​ສຳຄັນ​ພິ​ເສດ. ລັດຖະບານ​ອາ​ເມ​ລິ​ກາ​ ຫວັງ​ວ່າ, ຜ່ານ​ການ​ພົບ​ປະ​ຈະ​ປະກອບສ່ວນ​ເພີ່ມ​ທະວີ “ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ“ ຂອງ​ຫວຽດນາມ ​ຕໍ່​ອາ​ເມ​ລິ​ກາ. ສ່ວນ​ສຳນັກ​ຂ່າວສານ Reuters ຂອງ​ອັງກິດ ​ກໍ່​ຕີ​ລາຄາ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ ຂອງ​ທ່ານ ເລຂາທິການ​ໃຫຍ່ ​ຫງວຽນ​ຟູ໋ຈ້ອງ​ “​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ເປັນ​ສັນຍາ​ລັກ​ສູງ“ ສຳລັບ 2 ປະ​ເທດ. ​ໃນ​ຂະນະ​ນັ້ນ, ສຳນັກ​ຂ່າວສານ BBC ​ໄດ້​ຄັດ​ສະ​ເໜີ​ຄຳ​​ເວົ້າຂອງ​ທ່ານ ເລຂາທິການ​ໃຫຍ່ ​ຫງວຽນ​ຟູ໋ຈ້ອງ​ ທີ່​ຖື​ວ່າ “ສິ່ງ​ສຳຄັນ​ທີ່​ສຸດ“ ​ແມ່ນ​ສອງ​ປະ​ເທດ “​ໄດ້​ກາຍ​ເປັນ​ເພື່ອນ​ມິດ, ​ເປັນ​ຄູ່​ຮ່ວມ​ມື​ຮອບດ້ານ“ ​ແລະ ການ​ເຈລະຈາ​ໄດ້​ດຳ​ເນີນ​ໄປ​ໃນ​ບັນຍາກາດ​ສະໜິດສະໜົມ, ສ້າງສັນ, ຕັ້ງໜ້າ ​ແລະ ກົງ​ໄປ​ກົງ​ມາ.