ສ​ປ​ປ.ລາວ ຊັກ​ທູງ​ ​ເພື​່ອ​ສະ​ເຫຼີ​ມ​ສະຫຼອງ 52 ປີ​ແຫ່ງວັນ​ສ້າງ​ຕັ້ງ ອາຊຽນ

Chia sẻ
(VOVWORLD) -ວັນທີ 6 ສິງຫາຢູ່ນະຄອນຫຼວງ ວຽງຈັນ, ກະຊວງການຕ່າງປະເທດລາວໄດ້ຈັດຕັ້ງພິທີຊັກທູງເນື່ອງໃນໂອກາດສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງ ອາຊຽນ (ວັນທີ 8 ສິງຫາ 1967 – 8 ສິງຫາ 2019).

ສ​ປ​ປ.ລາວ ຊັກ​ທູງ​ ​ເພື​່ອ​ສະ​ເຫຼີ​ມ​ສະຫຼອງ 52 ປີ​ແຫ່ງວັນ​ສ້າງ​ຕັ້ງ ອາຊຽນ - ảnh 1 ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດລາວກ່າວຄຳເຫັນທີ່ພີທີ 

ກ່າວຄຳເຫັນທີ່ພິທີ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດລາວ ໄດ້ເນັ້ນໜັກເຖິງບັນດາຜົນງານຂອງອາຊຽນໃນຕະຫຼອດໄລຍະ 52 ປີທີ່ຜ່ານມາ. ພິເສດແມ່ນປີ 2015, ປະຊາຄົມອາຊຽນໄດ້ສ້າງຕັ້ງຢ່າງເປັນທາງການ, ດ້ວຍ 3 ເສົາຄ້ຳຕົ້ນຕໍແມ່ນ ຄວາມໝັ້ນຄົງ - ການເມືອງ, ເສດຖະກິດ ແລະ ວັດທະນະທຳ - ສັງຄົມ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງພາກພື້ນ ແລະ ໂລກ. ຜົນສຳເລັດທຳອິດ ຂອງອາຊຽນແມ່ນສືບຕໍ່ຮັດແໜ້ນບັນດາການພົວພັນຮ່ວມມືລະຫວ່າງບັນດາປະເທດສະມາຊິກນຳກັນ ແລະ ລະຫວ່າງ ອາຊຽນກັບພາຍນອກ, ອີງຕາມຫຼັກການທີ່ໄດ້ກຳນົດໃນ ອາຊຽນ ກໍ່ຄືບັນດາກົນໄກໂດຍ ອາຊຽນສ້າງຂຶ້ນ, ຄືຫຼັກການດຳລົງຊີວິດໃນສັນຕິພາບ, ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ, ບົນຫຼັກການເຫັນດີເຫັນພ້ອມ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ແລະ ຕາມຄວາມຫຼາຍຮູບຫຼາຍແບບຂອງແຕ່ລະປະເທດສະມາຊິກ, ຫຼືຍັງໄດ້ເອີ້ນວ່າ ວິທີການຂອງ ອາຊຽນ (ASEAN Way).

ຕອບກັບ