ສິ້ນ​ສຸດ​ການ​ແຂ່ງ​ຂັນ​​ລົດ​ຖີບ ກັບເມືອ ດ້ຽນ​ບຽນ​ຝູ 2024

Chia sẻ
(VOVWORLD) -         ຕອນບ່າຍວັນທີ 05 ພຶດສະພາ, ຢູ່ນະຄອນ ດ້ຽນບຽນຝູ (ແຂວງ ດ້ຽນບຽນ), ການແຂ່ງຂັນລົດຖີບ “ກັບເມືອ ດ້ຽນບຽນຝູ - 2024, ຊິງຂັນໜັງສືພິມກອງທັບປະຊາຊົນ” ໄດ້ສິ້ນສຸດລົງ ດ້ວຍໄຊຊະນະເປັນຂອງ ຟ້າມເລຊວັນລົກ, ອາຍຸ 19 ປີ ຂອງທິມກອງທັບເຂດ 7.
ສິ້ນ​ສຸດ​ການ​ແຂ່ງ​ຂັນ​​ລົດ​ຖີບ ກັບເມືອ ດ້ຽນ​ບຽນ​ຝູ 2024 - ảnh 1ຫງວຽນວັນບິ່ງ (ນະຄອນ ໂຮ່ຈີມິນ) ເປັນຜູ້ທຳອິດຮອດເສັ້ນໄຊ ໃນໄລຍະການແຂ່ງຂັນທີ 5 (ພາບ: qdnd.vn)

ການແຂ່ງຂັນລົດຖີບ “ກັບເມືອ ດ້ຽນບຽນຝູ - 2024, ຊິງຂັນໜັງສືພິມກອງທັບປະຊາຊົນ” ປີ 2024 ໄດ້ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (07/05/1954 – 07/05/2024). ໄລຍະທາງການແຂ່ງຂັນຍາວ 525 km ຈາກນະຄອນຫຼວງ ຮ່າໂນ້ຍ ໄປຮອດ ນະຄອນ ດ້ຽນບຽນຝູ, ດ້ວຍ 5 ໄລຍະທາງການແຂ່ງຂັນ ທີ່ແກ່ຍາວແຕ່ວັນທີ 01 ພຶດສະພາ ຫາວັນທີ 05 ພຶດສະພາ ຈຶ່ງອັດລົງ. ຕາມທ່ານ ດວ່ານຊວັນໂບ້ ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ ຫວຽດນາມ ແລ້ວ, ການແຂ່ງຂັນໄດ້ດຳເນີນໄປຢ່າງຈົບງາມ ເມື່ອໄດ້ຮັບກຳລັງໃຈຢ່າງລົ້ນເຫຼືອ ຈາກປະຊາຊົນບັນດາແຂວງເຂດທາງທິດຕາເວັນຕົກສ່ຽງເໜືອ ເມື່ອຄະນະນັກແຂ່ງຂັນຖີບລົດໄປຜ່ານ, ປຸກລຸກຄວາມເອກອ້າງທະນົງໃຈ ແລະ ຄຳນຶງເຖິງຂະບວນລົດຖີບ, ລຳລຽງສະບຽງອາຫານວິລະຊົນ ທີ່ໄດ້ເຂົ້າຮ່ວມບັ້ນຮົບປະຫວັດສາດ ດ້ຽນບຽນຝູ ກ່ອນນີ້ 70 ປີ. ການແຂ່ງຂັນກໍໄດ້ຮັບການສະໜັບສະໜູນຈາກຫຼາຍວິສາຫະກິດ, ຜ່ານນັ້ນ ກໍ່ໄດ້ສ້າງເປັນກອງທຶນທີ່ມີມູນຄ່າກວ່າ 10 ຕື້ດົ່ງ (400.000 USD) ເພື່ອແນໃສ່ປະກອບສ່ວນເຂົ້າໃນການເຄື່ອນໄຫວສັງຄົມເຂດທາງທິດຕາເວັນຕົກພາກເໜືອ.

              “ການແຂ່ງຂັນບັນລຸໄດ້ເປົ້າໝາຍຄູ່, ນັ້ນແມ່ນໄວກວ່າ, ແຮງກວ່າດ້ານວິຊາສະເພາະ ແລະ ເລິກເຊິ່ງ, ມີປະສິດທິຜົນກວ່າ ທາງດ້ານສາຍຈິດມິດໃຈ”.

            ກວາງຢຸງ

ຕອບກັບ