ສົ່ງອັດຖິທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ 12 ຊຸດກັບເມືອປະເທດ

Chia sẻ

(VOVWORLD) - ຕອນເຊົ້າວັນທີ 18 ມິຖຸນາ, ທີ່ແຂວງ ອຸດົມໄຊ, ສປປ. ລາວ ໄດ້ດຳເນີນພິທີສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ 12 ຊຸດທີ່ໄດ້ເສຍສະຫຼະຊີວິດເມື່ອປະຕິບັດໜ້າທີ່ສາກົນຢູ່ ລາວ ກັບເມືອປະເທດ.

ສົ່ງອັດຖິທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ 12 ຊຸດກັບເມືອປະເທດ - ảnh 1 ພິທີສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ

ພາຍຫລັງຊອກຫາເປັນຫລາຍຄັ້ງ, ອີງໃສ່ການໜູນຊ່ວຍຢ່າງຕັ້ງໜ້າກ່ຽວກັບດ້ານຂໍ້ມູນຂ່າວສານຈາກປະຊາຊົນ ລາວ ແລະ ບັນດານັກຮົບເກົ່າທີ່ເຄີຍຮ່ວມການສູ້ຮົບກັບທະຫານ ຫວຽດນາມ ໃນສົງຄາມ. ຕາມແຜນການແລ້ວ, ພິທີໄວ້ອາໄລ ແລະ ປົງອັດຖິຈະໄດ້ຈັດຂຶ້ນໃນວັນທີ 19 ມິຖຸນາ ຢູ່ເຂດສຸສານ ຕົງຄາວ, ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ. ທ່ານພົນຈັດຕະວາ ເຈິ່ນງອັກຕ໊ວນ, ຮອງຫົວໜ້າການເມືອງກອງບັນຊາການທະຫານເຂດ 2 ໃຫ້ຮູ້ວ່າ:

        “ໜ່ວຍງານທ້ອນໂຮມອັດຖິຈະສືບຕໍ່ເພີ່ມທະວີການເຄື່ອນໄຫວຊອກຫານັກຮົບທີ່ເສຍສະຫຼະຊີວິດຢູ່ບັນດາບໍລິເວນທີ່ຫ່າງໄກ, ພະຍາຍາມເກັບກຳຂໍ້ມູນຂ່າວສານຈາກບັນດາເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ບັນດາພະນັກງານກອງທັບ ລາວ ໄດ້ຮຽງບ່າຮຽງໄຫຼ່ກັບທະຫານອາສາສະໝັກ ຫວຽດນາມ ໃນບັນດາການຕໍ່ສູ້ກ່ອນນີ້.

        ໂດຍໄດ້ຮັບການສ້າງຕັ້ງແຕ່ປີ 1994, ພາຍຫລັງ 25 ປີ, ຄະນະປະຕິບັດງານພິເສດຂອງທະຫານເຂດ 2 ເຮັດວຽກຢູ່ 6 ແຂວງພາກເໜືອ ລາວ ໄດ້ຊອກຫາ, ທ້ອນໂຮມ ແລະ ສົ່ງອັດຖິນັກຮົບເສຍສະຫຼະຊີວິດກັບເມືອປະເທດໄດ້ 1743 ຊຸດ, ໃນນັ້ນ ມີ 123 ຊຸດທີ່ມີຂໍ້ມູນຢ່າງຄົບຖ້ວນ.

ຕອບກັບ