ສ ເກົາຫຼີ ແລະ ກູບາ ເຫັນດີເປັນເອກະພາບເປີດອົງການຜູ້ຕາງໜ້າການທູດຢູ່ແຕ່ລະປະເທດ

Chia sẻ
(VOVWORLD) - ຄະນະປະຕິບັດງານ ສ ເກົາຫຼີ ໂດຍທ່ານ Song Si – jin, ຫົວໜ້າກົມແຜນການ ແລະ ຄຸ້ມຄອງ ຂຶ້ນກັບກະຊວງການຕ່າງປະເທດ ສ ເກົາຫຼີ ນຳໜ້າໄດ້ໄປຍັງ ລາຮາວານ ແຕ່ວັນທີ 24 -27 ເມສາ ເພື່ອປືກສາຫາລືກັບບັນດາເຈົ້າໜ້າທີ່ ກຸບາ ກ່ຽວກັບບັນດາຄວາມມານະພະຍາຍາມເປີດອົງການຜູ້ຕາງໜ້າການທູດ.

ວັນທີ 28 ເມສາ, ກະຊວງການຕ່າງປະເທດ ສ ເກົາຫຼີ ໃຫ້ຮູ້ວ່າ: ປະເທດນີ້ ແລະ ກູບາ ໄດ້ເຫັນດີເປັນເອກະພາບເປີດອົງການຜູ້ຕາງໜ້າການທູດຢູ່ແຕ່ລະປະເທດ. ນີ້ແມ່ນບາດກ້າວຕໍ່ໄປພາຍຫຼັງທີ່ສອງປະເທດໄດ້ເຫັນດີເປັນເອກະພາບສ້າງຕັ້ງການພົວພັນທາງການທູດໃນຕົ້ນປີ 2024 ນີ້.

        ຄະນະປະຕິບັດງານ ສ ເກົາຫຼີ ໂດຍທ່ານ Song Si – jin, ຫົວໜ້າກົມແຜນການ ແລະ ຄຸ້ມຄອງ ຂຶ້ນກັບກະຊວງການຕ່າງປະເທດ ສ ເກົາຫຼີ ນຳໜ້າໄດ້ໄປຍັງ ລາຮາວານ ແຕ່ວັນທີ 24 -27 ເມສາ ເພື່ອປືກສາຫາລືກັບບັນດາເຈົ້າໜ້າທີ່ ກຸບາ ກ່ຽວກັບບັນດາຄວາມມານະພະຍາຍາມເປີດອົງການຜູ້ຕາງໜ້າການທູດ. ສອງປະເທດເຫັນດີເປັນເອກະພາບສ້າງຕັ້ງບັນດາສະຖານທູດ ປະຈຳ ນະຄອນຫຼວງ ເຊີອູນ (ສ ເກົາຫຼີ) ແລະ ນະຄອນຫຼວງ ລາຮາວານ (ປະເທດ ກູບາ). ໂດຍອີງໃສ່ຂໍ້ຕົກລົງ, ລັດຖະບານ ສ ເກົາຫຼີ ໄດ້ຂຶ້ນແຜນການສ້າງຕັ້ງຄະນະຜູ້ຕາງໜ້າຊົ່ວຄາວ ຢູ່ນະຄອນຫຼວງ ລາຮາວານ ແລະ ຈັດສົ່ງບັນດາພາລະກອນການທູດໄປເຮັດວຽກຈົນຮອດເວລາສະຖານທູດໄດ້ຮັບການສ້າງຕັ້ງຂຶ້ນ.

ຕອບກັບ