ລັດຖະມົນຕີກະຊວງແຜນດານແລະການລົງທຶນຫວຽດນາມຢ້ຽມຢາມກູບາ

Chia sẻ
(vovworld) - ​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງການ​ຄ້າ​ຕ່າງປະ​ເທດ ​ແລະ ການ​ລົງທຶນ​ຕ່າງປະ​ເທດ ກູ​ບາ Rodrigo Malmierca, ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ
ລັດຖະມົນຕີກະຊວງແຜນດານແລະການລົງທຶນຫວຽດນາມຢ້ຽມຢາມກູບາ - ảnh 1
ທ່ານ​ ຫງວຽນ​ຈີ໋ຢຸງ ພົບ​ປະ​ກັບ​ທ່ານ Ricardo Cabrisas 
(ພາບ: TTXVN)

(vovworld) - ​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງການ​ຄ້າ​ຕ່າງປະ​ເທດ ​ແລະ ການ​ລົງທຶນ​ຕ່າງປະ​ເທດ ກູ​ບາ Rodrigo Malmierca, ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ ຫງວຽນ​ຈີ໋ຢຸງ ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ກູ​ບາ ​ໃນ​ລະຫວ່າງ​ວັນ​ທີ 13 – 15/09. ​ໃນ​ໄລຍະ​ເວລາ​ຢູ່​ຢ້ຽມຢາມ, ຄຽງ​ຂ້າງ​ການ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ Malmierca ​ແລ້ວ, ທ່ານ​ລັດຖະມົນຕີ ຫງວຽນ​ຈີ໋ຢຸງ ຍັງ​ມີ​ການ​ພົບ​ປະ​ກັບ​ທ່ານ Ricardo Cabrisas  ຮອງ​ປະທານ​ສະພາ​ລັດຖະມົນຕີ​ທັງ​ເປັນ​ລັດຖະມົນຕີກະຊວງ​ເສດຖະກິດ ​ແລະ ​ແຜນການ ກູ​ບາ, ພົບ​ປະ​ກັບ​ທ່ານ Manuel Marrero ລັດຖະມົນຕີ​ກະຊວງ​ທ່ອງ​ທ່ຽວ. ​ໃນ​ ​ການ​ພົບ​ປະຕ່າງໆ, 2 ຝ່າຍ​ເນັ້ນ​ໜັກ​ເຖິງ​ບັນດາ​ສັນຍາປົກ​ປ້ອງ​ກາ​ນລົງທຶນ (1995) ​ແລະ ສັນຍາ​ຫຼີກ​ລ້ຽງ​ການ​ເກັບ​ພະ​ສີ​ຊ້ອນ (2002) ​ເປັນ​ພື້ນຖານ​ໝັ້ນຄົງ ​ເພື່ອ​ໃຫ້ 2 ປະ​ເທດ​ນຳ​ການ​ພົວພັນ​ຮ່ວມ​ມື​ເສດຖະກິດ​ເຂົ້າ​ສູ່​ລວງ​ເລິກ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ແລກປ່ຽນ​​ບົດຮຽນ​ເປັນ​ປະຈຳກ່ຽວ​ກັບການ​ປັບປຸງ​ລະບອບ​ກົດໝາ​ຍ, ຮູບ​ແບບ​ພັດທະນາ​ເສດຖະກິດ, ດຶງ​ດູດ ​ແລະ ຄຸ້ມ​ຄອງ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ ​ແລະ ບົດຮຽນ​ກ່ຽວ​ກັບ​ການ​ພັດທະນາ​ການທ່ອງທ່ຽວ; ພ້ອມ​ທັງ​ສົ່ງ​ເສີມ​ການ​ລົງທຶນ, ໜູນ​ຊ່ວຍ​ປະຊາ​ຄົມ​ວິ​ສາ​ຫະກິດ 2 ປະ​ເທດ​ລົງທຶນ ​ແລ​ະ ດຳ​ເນີນ​ທຸລະ​ກິດ​ຢູ່​ປະ​ເທດ​ຂອງ​ກັນ ​ໃນ 12 ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລະຫວ່າງ 2 ​ຝ່າຍ.