ພິທີໄຂງານມະໂຫລານດົນຕີອາຊຽນ 2019

Chia sẻ
(VOVWORLD) -ຕອນຄ່ຳວັນທີ 25 ພຶດສະພາ, ຢູ່ໂຮງລະຄອນໃຫຍ່ ຫາຍຟ່ອງ, ໄດ້ດຳເນີນພິທີໄຂງານມະໂຫລານດົນຕີອາຊຽນ 2019.

ພິທີໄຂງານມະໂຫລານດົນຕີອາຊຽນ 2019 - ảnh 1ລາຍການສະແດງໜຶ່ງທີ່ງານມະໂຫລານດົນຕີອາຊຽນ 2019

(ພາບ: TTXVN)

ງານມະໂຫລານດົນຕີອາຊຽນ 2019 ໂດຍມີການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງ ທີ່ມາຈາກບັນດາປະເທດຄື: ກຳປູເຈຍ, ລາວ, ອິນໂດເນເຊຍ, ມາເລເຊຍ, ຟີລິບປີນ, ໄທ ແລະ ປະເທດເຈົ້າພາບຫວຽດນາມ. ທ່ານ ເລແຄ໊ງຫາຍ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ, ຫົວໜ້າຄະນະຊີ້ນຳງານມະໂຫລານ ຢັ້ງຢືນວ່າ:

        “ງານມະໂຫລານດົນຕີອາຊຽນ ແມ່ນໂອກາດເພື່ອໃຫ້ບັນດານັກສິລະປິນ ແບ່ງປັນບັນດາບົດຮຽນໃນການເຄື່ອນໄຫວປະດິດສ້າງສິລະປະ, ແລກປ່ຽນ, ຮັບເອົາບັນດາຄຸນຄ່າທີ່ເປັນເອກະລັກສະເພາະ, ຫຼາຍຮູບຫຼາຍສີ ກ່ຽວກັບຮູບແບບສິລະປະວັດທະນະທຳຂອງຕົນ. ຂ້າພະເຈົ້າປາດຖະໜາວ່າ, ໃນງານມະໂຫລານຄັ້ງນີ້, ບັນດານັກສິລະປິນຫວຽດນາມ ຈະຖອດຖອນເອົາບົດຮຽນ, ເລືອກເຟັ້ນບັນດາສິ່ງຍອດຍິ່ງໃນສິລະປະດົນຕີຂອງປະເທດເພື່ອນໆ, ຈາກນັ້ນປຸກລຸກແຫຼ່ງຫົວຄິດປະດິດສ້າງ, ຊ່ວຍໃຫ້ພື້ນຖານດົນຕີຫວຽດນາມ ນັບມື້ນັບດີຂຶ້ນ”.

ຕອບກັບ