ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຄັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ

Chia sẻ
(vovworld) – ໃນ​ຕະຫຼອດ 60 ປີຜ່ານມາ, ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ຊີ້​ນຳນຳພາ​ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ປະຊາຊົນລາວບັນດາ​ເຜົ່າ​ດຳ​ເນີນ​ການ​ຕໍ່ສູ້​ຕ້ານ​ພວກ​ຈັດ​ກະ​ພັດ​ລ່າ​ເມືອງ​ຂຶ້ນເຂົ້າ​ມາ​ຮຸກ​ຮານ
ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຄັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ - ảnh 1
ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຄັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ
(ພາບ: kpl.gov.la)


(vovworld) – ຕອນ​ເຊົ້າວັນ​ທີ 21/03, ຢູ່​ນະຄອນຫຼວງ​ວຽງ​ຈັນ, ຄະນະ​ບໍລິການ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ຈັດ​ພິທີໂຮມ​ຊຸມນຸມ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຄັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຄົບຮອບ 60 ປີ (22/03/1955 – 22/03/2015). ​ກ່າວ​ສູນ​ທອນ​ພົດ​ທີ່​ພິທີ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ແຫ່ງ ສປປລາວ ຈຸມມາ​ລີ ​ໄຊ​ຍະ​ສອນ ຊີ້​ແຈ້ງວ່າ, ​ໃນ​ຕະຫຼອດ 60 ປີຜ່ານມາ, ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ຊີ້​ນຳນຳພາ​ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ປະຊາຊົນລາວບັນດາ​ເຜົ່າ​ດຳ​ເນີນ​ການ​ຕໍ່ສູ້​ຕ້ານ​ພວກ​ຈັດ​ກະ​ພັດ​ລ່າ​ເມືອງ​ຂຶ້ນເຂົ້າ​ມາ​ຮຸກ​ຮານ, ປະຕິບັດ​ສຳ​ເລັດ​ພາລະກິດ​ປົດ​ປ່ອຍ​ຊາດ, ສະຖາປະນາປະ​ເທດສປປ ລາວ, ກໍ່ສ້າງ, ພັດທະນປະ​ເທດ​ຊາດ​ຕາມ​ທິດ​ປ່ຽນ​ໃໝ່, ນຳ​ປະ​ເທດ​ລາວ ​ໃຫ້​ມີ​ທີ່​ຕັ້ງ, ບົດບາດ​​ນັບ​ມື້​ນັບ​ສູງ​ໃນ​ເວທີ​ສາກົນ. ທ່ານ​ເລຂາທິການ​​ໃຫຍ່ ຈຸມມາ​ລີ ​ໄຊ​ຍະ​ສອນ ຮຽກຮ້ອງ​​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ​ລາວ ສູ້​ສົນ​ຮອດ​ປີ 2020, ຊຸກຍູ້​ເສດຖະກິດ​​ໃຫ້​ພັດທະນາ, ສະ​ເລ່ຍ​ແຕ່ 7 - 8%/ປີ.

ສານອວຍ​ພ​ອນ60ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ(22/3/1955-22/3/2015), ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ສົ່ງ​ສານອວຍ​ພອນ​ເຖິງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ໃນ​ນັ້ນ ຊີ້​ແຈ້ງວ່າ ສາຍ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​ຫວຽດ​ນາມ ແລະ​ລາວ ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ, ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ໃນ​ທຸກ​ຂົງ​ເຂດ, ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ກິດ​ຈະ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຂອງ​ແຕ່​ລະ​ປະ​ເທດ. ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ພ້ອມ​ກັບ​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ ເພື​່ອ​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ສາຍ​ພົວ​ພັນ​ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ແຕ່​ລະ​ປະ​ເທດ, ເພື່ອ​ສັນ​ຕ​ິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່​ວມ​ມື ແລະ ພັດ​ທະ​ນາ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ໃນ​ໂລກ.