ພິ​ທີ​ປະ​ກາດ​ປຶ້ມ​ປົກຄຳ​ປະ​ດິດ​ຄິດ​ສ້າງ​ຫວຽດ​ນາມ​ປີ 2019

Chia sẻ
(VOVWORLD) -ຕອນເຊົ້າວັນທີ 23 ສິງຫາ, ຢູ່ຮ່າໂນ້ຍ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ພ້ອມດ້ວຍບັນດາອົງການທີ່ກ່ຽວຂ້ອງ ໄດ້ຈັດພິທີປະກາດປຶ້ມປົກຄຳປະດິດຄິດສ້າງຫວຽດນາມປີ 2019.
ພິ​ທີ​ປະ​ກາດ​ປຶ້ມ​ປົກຄຳ​ປະ​ດິດ​ຄິດ​ສ້າງ​ຫວຽດ​ນາມ​ປີ 2019 - ảnh 1

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ

ແລະ ບັນດາຜູ້ແທນເຂົ້າຮ່ວມພິທີ

(ພາບ: TTXVN)

  ກ່າວຄຳເຫັນທີ່ພິທີ, ທ່ານນາງຫງວຽນທິກີມເງິນ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດຫວຽດນາມ ເນັ້ນໜັກວ່າ: ພິທີປະກາດປຶ້ມປົກຄຳປະດິດຄິດສ້າງຫວຽດນາມປີ 2019 ແມ່ນເຫດການທີ່ມີຄວາມໝາຍທີ່ສຸດໃນຂະນະທີ່ທົ່ວປະເທດພວມສະເຫຼີມສະຫຼອງ 50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈີມິນ ແລະ 74 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ ທີ 2 ກັນຍາ. ທ່ານນາງປະທານສະພາແຫ່ງຊາດ ຕີລາຄາສູງຕໍ່ເລື່ອງແນວໂຮມປະເທດຊາດຫວຽດນາມ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ໄດ້ຄັດເລືອກ, ຮຽງຮຽງ ແລະ ປະກາດປຶ້ມປົກຄຳປະດິດຄິດສ້າງຫວຽດນາມປີ 2019 ດ້ວຍ 74 ກິດຈະກຳ, ມາດຕະການປະດິດຄິດສ້າງວິທະຍາສາດ ແລະ ເຕັກໂນໂລຊີທີ່ດີເດັ່ນ. ທ່ານນາງ ຫງວຽນທິກີມເງິນ ກ່າວວ່າ:

        ການປ່ຽນແປງໃໝ່, ປະດິດຄິດສ້າງຍາມໃດກໍ່ແມ່ນກຳລັງໜູນສຳຄັນໃຫ້ແກ່ການພັດທະນາສັງຄົມ. ໃນຊຸມປີຜ່ານມາ, ລັດຫວຽດນາມ ຍາມໃດກໍ່ມີຄວາມເອົາໃຈໃສ່ເຖິງວຽກງານຊຸກຍູ້ການປ່ຽນແປງໃໝ່, ປະດິດຄິດສ້າງ ໂດຍສະເພາະແມ່ນໃນການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ຄົ້ນພົບ, ບຳລຸງສ້າງຜູ້ທີ່ມີຄວາມເກັ່ງກ້າສາມາດ. ລັດຖະບານຫວຽດນາມ ຍາມໃດກໍ່ສະຫງວນບັນດາເງື່ອນໄຂດີທີ່ສຸດ, ເໝາະສົມກັບຄວາມສາມາດຂອງປະເທດຊາດ ເພື່ອລົງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ບັນດານັກວິທະຍາສາດເສີມຂະຫຍາຍຄວາມສາມາດ, ປະດິດຄິດສ້າງ ແລະ ອຸທິດສ່ວນໃຫ້ແກ່ປະເທດຊາດ.

  ທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ ແລະ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ຈູງອກແອັງ ພ້ອມດ້ວຍບັນດາຜູ້ແທນ ໄດ້ມອບລາງວັນໃຫ້ບັນດາຜູ້ຄົ້ນຄ້ວາກິດຈະກຳ, ມາດຕະການປະດິດຄິດສ້າງ ທີ່ໄດ້ຮັບການຄັດເລືອກປະກາດໃນປຶ້ມປົກຄຳປະດິດຄິດສ້າງຫວຽດນາມປີ 2019.


ຕອບກັບ