ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້ ສ​ະ​ເໜີ​ໃຫ້​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​, ແຜນ​ການ​ຕາມ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ໂດຍ​ໄວ

Chia sẻ
(VOVWORLD) -ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ສະເໜີໃຫ້ຂະແໜງອຸດສາຫະກຳ ຕ້ອງສຸມໃສ່ຜັນຂະຫຍາຍບັນດາໂຄງການ, ແຜນການ, ແຜນຮ່າງໂດຍໄວ ເພື່ອເພີ່ມທະວີວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ຫຼາຍກວ່າອີກ, ຕາມທິດຮັບມືຢ່າງປອດໄພ, ມີໄຫວພິບ ແລະ ຄວບຄຸມໂລກລະບາດຢ່າງມີປະສິດທິຜົນຕາມມະຕິຂອງສະພາແຫ່ງຊາດ.
ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້ ສ​ະ​ເໜີ​ໃຫ້​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​, ແຜນ​ການ​ຕາມ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ໂດຍ​ໄວ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ອວຍພອນປີໃໝ່ພະນັກງານກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ (ພາບ: VOV)

ວັນທີ 8 ກຸມພາ, ທີ່ການຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານ, ລັດຖະກອນ, ພາລະກອນ, ກະຊວງອຸດສາຫະກຳ ແລະ ການຄ້າ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ ປີຂານ 2022, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ສະເໜີໃຫ້ຂະແໜງອຸດສາຫະກຳ ຕ້ອງສຸມໃສ່ຜັນຂະຫຍາຍບັນດາໂຄງການ, ແຜນການ, ແຜນຮ່າງໂດຍໄວ ເພື່ອເພີ່ມທະວີວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ຫຼາຍກວ່າອີກ, ຕາມທິດຮັບມືຢ່າງປອດໄພ, ມີໄຫວພິບ ແລະ ຄວບຄຸມໂລກລະບາດຢ່າງມີປະສິດທິຜົນຕາມມະຕິຂອງສະພາແຫ່ງຊາດ.

        “ຂະແໜງອຸດສາຫະກຳ ແລະ ການຄ້າ ຍູ້ໄວການສຳຫຼວດກວດຄືນບັນດາຍຸດທະສາດ, ແຜນການ, ແຜນກຳນົດ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຂະແໜງ; ຖືວຽກງານກຳສ້າງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ ຢ່າງແທ້ຈິງເປັນສຳຄັນ, ເສີມຂະຫຍາຍນ້ຳໃຈສາມັກຄີ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງຢ່າງເດັດຂາດ ເພື່ອກ້າວເຂົ້າສູ່ສະພາບການໃໝ່; ສືບຕໍ່ປະຕິບັດວຽກງານທີ່ກ່ຽວຂ້ອງເຖິງການກໍ່ສ້າງ, ປັບປຸງພັກ ຕາມມະຕິສູນກາງພັກຊຸດທີ XII, XIII; ເພີ່ມທະວີວຽກງານປະຕິບັດການປະຢັດມັດທະຍັດ, ຕ້ານການຟຸມເຟືອຍໃຫ້ຫຼາຍກວ່າອີກ; ຍູ້ແຮງວຽກງານຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ວິຖີຊີວິດຂອງປະທານໂຮ່ຈີມິນ”.

ຕອບກັບ