ບັນດາ​ພັກ​ຝ່າຍ ສົ່ງສານ​ອວຍພອນ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ ຄົບຮອບ 90 ປີ

Chia sẻ
(VOVWORLD) -ບັນດາພັກຝ່າຍການເມືອງ ແລະ ການນໍາບັນດາພັກການເມືອງ ລ້ວນແຕ່ຕີລາຄາສູງບົດບາດຂອງພັກກອມມູນິດໃນການຕໍ່ສູ້ຍາດເອົາເອກະລາດຊົນຊາດ, ປົດປ່ອຍປະເທດຊາດ ໃນເມື່ອກ່ອນ ແລະ ໃນຂະບວນວິວັດແຫ່ງການສ້າງສາ ປະເທດສັງຄົມນິຍົມໃນປັດຈຸບັນ. 

        ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 90 ປີ (3/2/1930 – 3/2/2020), ບັນດາພັກການເມືອງ ແລະ ການນໍາບັນດາພັກການເມືອງໃນໂລກ, ເພື່ອນມິດສາກົນ ແລະ ອົງການສາກົນ ໄດ້ສືບຕໍ່ສົ່ງສານອວຍພອນເຖິງຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ແລະ ການນໍາພັກ ກອມມູນິດຫວຽດນາມ, ໃນນັ້ນ ມີ: ພັກກອມມູນິດ ສະຫະພັນ ລັດເຊຍ; ພັກກອມມູນິດ ຍີ່ປຸ່ນ, ພັກແຮງງານ ບຣາຊິນ, ພັກກອມມູນິດ ເບລາຣຸດ, ພັກກອມມູນິດ ໂບລີວີ, ພັກຂະບວນການຝ່າຍຊ້າຍເອກະພາບ ສາທາລະນະລັດ ໂດມິນິກ, ພັກປະຊາຊົນ ມົງໂກນ, ພັກກອມມູນິດ ເປຣູ, ພັກກອມມູນິດ ອູຣູກວາຍ, ພັກກໍາມະກອນກອມມູນິດລັດເຊຍ, ພັກກອມມູນິດ ເຢຍລະມັນພັກກອມມູນິດ ອາກຊັງຕິນ...

        ບັນດາພັກຝ່າຍການເມືອງ ແລະ ການນໍາບັນດາພັກການເມືອງ ລ້ວນແຕ່ຕີລາຄາສູງບົດບາດຂອງພັກກອມມູນິດໃນການຕໍ່ສູ້ຍາດເອົາເອກະລາດຊົນຊາດ, ປົດປ່ອຍປະເທດຊາດ ໃນເມື່ອກ່ອນ ແລະ ໃນຂະບວນວິວັດແຫ່ງການສ້າງສາ ປະເທດສັງຄົມນິຍົມໃນປັດຈຸບັນ; ຖືຫວຽດນາມ ແມ່ນແບບຢ່າງອັນໃສແຈ້ງ, ແມ່ນແຫຼ່ງກໍາລັງໃຈເພື່ອໃຫ້ບັນດາພັກ ສືບຕໍ່ຕໍ່ສູ້ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຂອງບັນດາຊົນຊາດໃນໂລກ ແລະ ສະແດງຄວາມປາດຖະໜາຢາກສືບຕໍ່ຊຸກຍູ້ ແລະ ເພີ່ມທະວີການພົວພັນມິດຕະພາບກັບພັກກອມມູນິດ ຫວຽດນາມ.


ຕອບກັບ