ນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕ້ອນຮັບເອກອັກຄະລັດຖະທູດ ໂປໂລຍ; ທູດການທ່ອງທ່ຽວ ຫວຽດນາມ

Chia sẻ
(VOVWORLD) -ຕອນບ່າຍວັນທີ 31 ຕຸລາ, ທີ່ສຳນັກງານລັດຖະບານ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ໄດ້ໃຫ້ການຕ້ອນຮັບທ່ານ Wojciech Gerwel, ເອກອັກຄະລັດຖະທູດ ໂປໂລຍ ປະຈຳ ຫວຽດນາມ, ເຂົ້າຢ້ຽມຂ່ຳນັບ. 

ຊົມເຊີຍທ່ານ ເອກອັກຄະລັດຖະທູດ ທີ່ມາຮັບໜ້າທີ່ ຢູ່ ສສ ຫວຽດນາມ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຖືວ່າ ດ້ວຍປະສົບການເຮັດວຽກຫຼາຍປີຢູ່ ຫວຽດນາມ ໃນຖານະເປັນທູດການຄ້າ, ທ່ານ Wojciech Gerwel ຈະນຳເອົາການຮ່ວມມືເສດຖະກິດ, ການຄ້າ ສອງປະເທດກ້າວຂຶ້ນສູ່ລະດັບສູງໃໝ່. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຈະສ້າງທຸກເງື່ອນໄຂສະດວກ ໃຫ້ທ່ານເອກອັກຄະລັດຖະທູດ ເພື່ອຊຸກຍູ້ຄວາມສາມາດບົ່ມຊ້ອນໃນການຮ່ວມມື ກັບບັນດາກະຊວງ, ຂະແໜງການ, ທ້ອງຖີ່ນຕ່າງໆຂອງ ຫວຽດນາມ ທ່ານນາຍົກລັດຖະມົນຕີ ຖືວ່າ: ການຮ່ວມມືດ້ານການຄ້າຍັງໃຫຍ່ຫຼວງຢູ່ ເພື່ອພັດທະນາ ແລະ ວົງເງີນການຄ້າອາດເພີ່ມຂຶ້ນຫຼາຍເທົ່າ ເມື່ອທຽບໃສ່ວົງເງິນການຄ້າສອງສົ້ນໃນປັດຈຸບັນ ທີ່ມີພຽງ ກວ່າ 1 ຕື້ໂດລາສະຫະລັດ.

ນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕ້ອນຮັບເອກອັກຄະລັດຖະທູດ ໂປໂລຍ; ທູດການທ່ອງທ່ຽວ ຫວຽດນາມ  - ảnh 1ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ຕ້ອນຮັບທ່ານ Wojciech Gerwel, ເອກອັກຄະລັດຖະທູດ ໂປໂລຍ ປະຈຳ ຫວຽດນາມ (ພາບ:VOV.vn)

ສະແດງເປັນກຽດໄດ້ມາຮັບໜ້າທີ່ຢູ່ ຫວຽດນາມ ດິນແດນທີ່ສວຍສົດງົດງາມ, ມີການພັດທະນາຢ່າງໄວວາ, ທ່ານເອກອັກຄະລັດຖະທູດໃຫ້ຮູ້ວ່າ  ບັນດານັກການທູດ ໂປໂລຍ ລ້ວນແຕ່ສະແດງຄວາມປະເອີບໃຈ ຕໍ່ການພັດທະນາຢ່າງໄວວາຂອງ ຫວຽດນາມ. ທ່ານເອກອັກຄະລັດຖະທູດໃຫ້ຮູ້ຕື່ມອີກວ່າ  ບັນດາໜ້າທີ່, ຂົງເຂດບຸລິມະສິດ ໃນການຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນອາຍຸການຕິບັດງານຂອງຕົນລວມມີ ການຮ່ວມມືດ້ານການເມືອງ, ເສດຖະກິດ, ການສຶກສາບຳລຸງສ້າງ ແລະ ວັດທະນະທຳ. ທ່ານເອກອັກຄະລັດຖະທູດ ປາຖະໜາຢາກຮ່ວມມື, ສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ສະຖານທູດ ກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງ ຫວຽດນາມ ກວ່າອີກ.

ທີ່ການຕ້ອນຮັບທ່ານ Greg Norma, ຄົນ ອົດສະຕາລີ , ຫາກໍ່ໄດ້ຮັບຂໍ້ຕົກລົງແຕ່ງຕັ້ງຈາກ ທ່ານລັດຖະມົນຕີກະຊວງ ວັດທະນະທຳ ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ຫງວຽນງັອກທ້ຽນ ໃຫ້ເປັນທູດການທ່ອງທ່ຽວ ຫວຽດນາມ ໃນອາຍຸການ 2018-2021, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ໃຫ້ຮູ້ວ່າ ຫວຽດນາມ ໄດ້ວາງຄາດໝາຍການເຕີບໂຕນັກທ່ອງທ່ຽວແມ່ນ 30%/ປີ, ນຳການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ. ສະນັ້ນ, ທ່ານນາຍົກລັດຖະມົນຕີ ປາຖະໜາຢາກໃຫ້ ທ່ານ Greg Norma ມີຂໍ້ຄິດເຫັນຫຼາຍຢ່າງ ເພື່ອຊ່ວຍໃຫ້ຂະແໜງທ່ອງທ່ຽວ ຫວຽດນາມ ມີການພັດທະນາ, ຊຸກຍູ້ການດຶງດູດນັກທ່ອງທ່ຽວສາກົນ. ຕີລາຄາສູງປະສົບການຂອງທ່ານ Greg Norma, ທ່ານນາຍົກລັດຖະມົນຕີ ສະແດງຄວາມເຊື່ອໝັ້ນວ່າ ທ່ານ Greg Norma ຈະຊ່ວຍເຮັດໃຫ້ແຂກທ່ອງທ່ຽວສາກົນເຂົ້າມາທ່ຽວ ຫວຽດນາມ ເພີ່ມຂຶ້ນຢ່າງໄວ; ໂຄສະນາຮູບພາບກ່ຽວກັບການທ່ອງທ່ຽວ ຫວຽດນາມ ອອກສູ່ໂລກຫຼາຍກວ່າອີກ.

ຕອບກັບ