ນັກສຶກສາກັບຄວາມຮັກຕໍ່ທະເລເກາະຂອງປະເທດຊາດ

Chia sẻ
(vovworld) – “​ຄວາມເອກອ້າງ​ທະນົງ​ໃຈຕໍ່​ທະ​ເລ, ເກາະ​ຫວຽດນາມ” ​ແມ່ນ​ຫົວ​ຂໍ້​ຂອງ​ລາຍການນັກ​ສຶກສາກັບຄວາມຮັກຕໍ່​​ທະ​ເລ​ເກາະ​ຂອງ​ປະ​ເທ​ດຊາດ ຈະດຳ​ເນີນ​​​ແຕ່​ວັນ​ທີ 15 – 18/05 ຢູ່​ເມືອງ​ເກາະ ຟຸ໋ກ໋ວກ ​ແລະ ຕາ​ແສງ​ເກາະ ​ໂທ​ຈູ
ນັກສຶກສາກັບຄວາມຮັກຕໍ່ທະເລເກາະຂອງປະເທດຊາດ - ảnh 1
ກອງ​ປະຊຸມ​ຂ່າວ “​ຄວາມເອກອ້າງ​ທະນົງ​ໃຈຕໍ່​ທະ​ເລ, ເກາະ​ຫວຽດນາມ”
(ພາບ: tienphong.vn)


(vovworld) – “​ຄວາມເອກອ້າງ​ທະນົງ​ໃຈຕໍ່​ທະ​ເລ, ເກາະ​ຫວຽດນາມ” ​ແມ່ນ​ຫົວ​ຂໍ້​ຂອງ​ລາຍການນັກ​ສຶກສາກັບຄວາມຮັກຕໍ່​​ທະ​ເລ​ເກາະ​ຂອງ​ປະ​ເທ​ດຊາດ ຈະດຳ​ເນີນ​​​ແຕ່​ວັນ​ທີ 15 – 18/05 ຢູ່​ເມືອງ​ເກາະ ຟຸ໋ກ໋ວກ ​ແລະ ຕາ​ແສງ​ເກາະ ​ໂຖ​ຈູ, ​ແຂວງ​ກຽນ​ຢາງ ​ເພື່ອ​ຕອບ​ສະໜອງ​ປີ​ຊາວ​ໜຸ່ມ​ອາສາ​ສະໝັກ 2014 ກໍ່​ຄື​ສັບປະດາ​ທະ​ເລ ​ແລະ ໝູ່​ເກາະ​ຫວຽດນາມ (01 – 08/06/2014). ຕາມ​ຂໍ້​ມູນ​ຈາກ​ການ​ປະຊຸມ​ຂ່າວ​​ເຊິ່ງຈັດ​ຂຶ້ນໃນ​ຕອນ​ເຊົ້າ​ວັນ​ທີ 12/05, ຢູ່​ຮ່າ​ໂນ້ຍ​, ລາຍການ​​ມີ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍຫຼາຍ​ຢ່າງ​ຄື: ກໍ່ສ້າງ​ເສົ້າ​ທຸງ​ຊາດ​ຢູ່​ເກາະ ​ໂຖ​ຈູ; ງານ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ນັກ​ສຶກສາ​ກັບ​ບັນດາ​ນັກຮົບ; ການ​ເສັງ​ຮູບ​ຖ່າຍ “ນັກ​ສຶກສາ​ກັບ​ທະ​ເລ​ເກາະ​ແຫ່ງ​ບ້ານ​ເກີດ​ເມືອງ​ນອນ”; ມອບຂອງຂວັນ​​ໃຫ້​ບັນດາ​ຊາວ​ປະມົງ​ທີ່ຕິດ​ພັນ​ກັບ​ທະ​ເລ. ອ້າ​ຍ ຫງວຽນ​ກວາງ​ຮຸຍ, ຮອງ​ປະທານ​ສະມາຄົມ​ນັກ​ສຶກສາ​ຫວຽດນາມ ​ໃຫ້​ຮູ້​ວ່າ.

        “​ໃນ​ຊຸມ​ມື​ມໍ່ໆ​ມາ​ນີ້ປະຊາຊົນ ​ແລະ ຊາວ​ໜຸ່ມ​ທົ່ວ​ປະ​ເທດ ພວມ​ມຸ່ງ​ໄປ​ເຖິງ​ເຫດການ​ທະ​ເລ​ຕາ​ເວັນ​ອອກ. ​ໃນ​ລາຍການ​ຕັ້ງຄ້າຍຄັ້ງ​ນີ້, ພວກ​ຂ້າພະ​ເຈົ້າ​​ໄດ້​​ໂຄສະນາບັນດາ​ເນື້ອ​ໃນ​​, ບັນດາ​ຄວາມ​ຮູ້​ດ້ານ​ກົດໝາຍ​​ເພື່ອ​ໃຫ້​ນັກ​ສຶກສາ​ກຳ​​ແໜ້ນ​, ​ເພື່ອ​ມີ​ການ​ຕໍ່ສູ້​​ດ້ານ​ກົ​ດ​ໝາຍກ່ຽວ​ກັບ​ອະທິປະ​ໄຕທະ​ເລ, ​ເກາະ​ຫວຽດນາມ ​ຢ່າງ​ຖືກຕ້ອງ.  ນັກ​ສຶກສາ 900 ຄົນທີ່​ເຂົ້າ​ຮ່ວມ​ລາຍການ​ນີ້ ຈະ​ແມ່ນ​ນັກ​ໂຄສະນາ​ທີ່​ຕັ້ງໜ້າເຖິງ​ບັນດາ​ຮາກ​ຖານ​ຂອງ​ສະມາຄົມ​”.