ທ່ານປະທານາທິບໍດີ ລັດເຊຍ ຢ້ຽມຢາມ ສະຫະລັດອາຣັບ ເອມີເລັດ, ອາຣັບບິ ຊາອຸດິ

Chia sẻ
(VOVWORLD) -

ນອກຈາກການຮ່ວມມືດ້ານພະລັງງານແລ້ວ, ວັງ Kremlin ໃຫ້ຮູ້ວ່າ: ປະທານາ ທິບໍດີ ລັດເຊຍ ກໍ່ໄດ້ປຶກສາຫາລືກັບບັນດາການນຳຂອງ UAE ແລະ ອາຣັບບິ ຊາອຸດິ  ກ່ຽວກັບບັນດາບັນຫາຄວາມໝັ້ນຄົງສາກົນ ແລະ ພາກພື້ນ, ໃນນັ້ນ ມີການປະທະກັນ ຮາມາດ - ອິດສະຣາແອນ ຢູ່ເຂດ ກາຊາ.

ທ່ານປະທານາທິບໍດີ ລັດເຊຍ ຢ້ຽມຢາມ ສະຫະລັດອາຣັບ ເອມີເລັດ, ອາຣັບບິ ຊາອຸດິ - ảnh 1ທ່ານປະທານາທິບໍດີ Vladimir Putin
(ພາບ:AFP/TTXVN)

ວັນທີ 5 ທັນວາ, ວັງ Kremlin ໄດ້ຢັ້ງຢືນວ່າ, ທ່ານປະທານາທິບໍດີ Vladimir Putin ໄດ້ໄປຢ້ຽມຢາມ ສະຫະລັດ ອາຣັບ ເອມີເລັດ (UAE) ແລະ ອາຣັບບິ ຊາອຸດິ ໃນວັນທີ 6 ທັນວາ. ການຢ້ຽມຢາມຂອງທ່ານປະທານາທິບໍດີ Putin ຢູ່ສະຫະລັດ ອາຣັບ ເອມີເລັດ (UAE) ແລະ ອາຣັບບິ ຊາອຸດິ ໄດ້ດຳເນີນໄປພາຍຫຼັງ ທີ່ໃນອາທິດກ່ອນ, ກຸ່ມບັນດາປະເທດສົ່ງອອກນຳ້ມັນ ແລະ ຄູ່ຮ່ວມມື (OPEC+) ເຊິ່ງ ລັດເຊຍ ແມ່ນສະ ມາຊິກ ໄດ້ເຫັນດີຫລຸດຜ່ອນແຫຼ່ງສະໜອງແບບອາສາສະໝັກ, ດ້ວຍປະລິມານນ້ຳມັນທັງໝົດປະມານ 2,2 ລ້ານຖັນ/ວັນ.

ນອກຈາກການຮ່ວມມືດ້ານພະລັງງານແລ້ວ, ວັງ Kremlin ໃຫ້ຮູ້ວ່າ: ປະທານາ ທິບໍດີ ລັດເຊຍ ກໍ່ໄດ້ປຶກສາຫາລືກັບບັນດາການນຳຂອງ UAE ແລະ ອາຣັບບິ ຊາອຸດິ  ກ່ຽວກັບບັນດາບັນຫາຄວາມໝັ້ນຄົງສາກົນ ແລະ ພາກພື້ນ, ໃນນັ້ນ ມີການປະທະກັນ ຮາມາດ - ອິດສະຣາແອນ ຢູ່ເຂດ ກາຊາ.

ພາຍຫຼັງການຢ້ຽມຢາມຢູ່ 2 ປະເທດເຂດອ່າວເປີເຊຍນີ້, ທ່ານປະທານາທິບໍດີ ລັດເຊຍ ຈະຕ້ອນຮັບທ່ານປະທານາທິບໍດີ ອີຣານ Ebrahim Raisi ຢູ່ນະຄອນຫຼວງ ມົດສະກູ ໃນວັນທີ 7 ທັນວາ. ຄາດວ່າ, ສອງຝ່າຍ ຈະປຶກສາຫາລືກ່ຽວກັບການຮ່ວມມືທາງດ້ານເສດຖະກິດ ແລະ ບາງບັນຫາດ້ານຄວາມໝັ້ນຄົງ.

ຕອບກັບ