ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຮັດວຽກກັບສະມາຄົມນັກຂ່າວ ຫວຽດນາມ

Chia sẻ

(VOVWORLD) -ວັນທີ 19 ມິຖຸນາ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 94 ປີ (21/06/1925 – 21/06/2019), ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຮັດວຽກກັບຄະນະປະຈໍາສະມາຄົມນັກຂ່າວຫວຽດນາມ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຮັດວຽກກັບສະມາຄົມນັກຂ່າວ ຫວຽດນາມ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄໍາເຫັນທີ່ການເຮັດວຽກ (ພາບ: TTXVN)

       ທີ່ການເຮັດວຽກ, ບັນດາອົງການສື່ມວນຊົນ ປາດຖະໜາວ່າ ລັດຖະບານ ຈະຊີ້ນໍາຊຸກຍູ້ກົນໄກສັ່ງຊື້ຜະລິດຕະພັນຂອງບັນດາອົງການສື່ມວນຊົນ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານຢ່າງແຮງ ເພື່ອຫຼຸດຜ່ອນແຫຼ່ງຊັບພະຍາກອນມະນຸດ ສໍາລັບບັນດາອົງການສື່ມວນຊົນ. ໃນສະພາບການປະຕິວັດອຸດສາກໍາ 4.0, ບັນດາອົງການສື່ມວນຊົນ ກໍຖືກແກ້ງແຍ້ງກ່ຽວກັບຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ໂດຍສະເພາະ ແມ່ນບັນດາບໍລິສັດການສື່ສານ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ ບັນດາຜົນງານ, ໄຊຊະນະໃນທຸກດ້ານຂອງປະເທດຊາດໃນໄລຍະຜ່່ານມາ ແມ່ນມີການປະກອບສ່ວນຢ່າງຕັ້ງໜ້າ ແລະ ສໍາຄັນຂອງສື່ມວນຊົນ, ເຊິ່ງເປັນຫົວໜ່ວຍນໍາໜ້າໃນວຽກງານປ້ອງກັນຕ້ານໄພຫຍໍ້ທໍ້, ການສໍ້ລາດບັງຫຼວງ, ການຟຸມເຟືອຍ ຢູ່ຫວຽດນາມ. 

 ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມຂອງບັນດາຜູ້ທີ່ເຮັດງານສື່ມວນຊົນ, ຂອງສະມາຄົມ ນັກຂ່າວ ຫວຽດນາມ ໃນໄລຍະຜ່ານມາ, ທ່ານນາຍົກລັດຖະມົນປາດຖະໜາວ່າ ໃນໄລຍະຈະມາເຖິງ, ສື່ມວນຊົນຈະສືບຕໍ່ເປັນກຳລັງນຳໜ້າໃນບັນດາບັນຫາໃຫຍ່, ບັນດາໃໝ່ຂອງປະເທດຊາດ, ຂອງພັກ; ນຳໜ້າໃນການປົກປ້ອງພື້ນຖານຄຸນຄ່າຂອງປະເທດຊາດ. ທ່ານຖືວ່າ: ໄປພ້ອມກັບຄຸນຄ່າເບື້ອງຕົ້ນນັ້ນ, ບັນດາອົງການສື່ມວນຊົນຕ້ອງມີຄວາມສະດຸ້ງໄວ, ທັນການ, ຊັດເຈນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

ດ້ວຍເນື້ອໃນຈິດໃຈນັ້ນ, ສື່ມວນຊົນປະຕິວັດຕ້ອງສະແດງໃຫ້ເຫັນບັນດາບັນຫາທີ່ສຳຄັນຂອງສັງຄົມ, ນັ້ນຄື: ສ້າງແລະປົກປ້ອງລະບອບສັງຄົມນິຍົມ, ສ້າງສາປະເທດຊາດມີຄວາມຍຸດຕິທຳ, ປະຊາທິປະໄຕ, ສີວິໄລ, ຮັກສາວັດທະນະທຳຂອງຊາດ… ປະເທດຊາດຫວຽດນາມຈາກຄວາມທຸກຍາກອຶດຫິວ, ດ້ອຍພັດທະນາໄດ້ກາຍເປັນປະເທດມີລາຍຮັບປານກາງ. ອິດທິພົນຊື່ສຽງນັບມື້ນັບໄດ້ຮັບການຍົກສູງຂຶ້ນ

ຕອບກັບ