ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະກັບ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ

Chia sẻ
(VOVWORLD) -ຕອນເຊົ້າວັນທີ 01 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. 
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະກັບ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະກັບ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ (ພາບ:VGP)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ລັດຖະບານ, ກະຊວງ, ຂະແໜງການຂັ້ນຕ່າງໆຂອງສອງປະເທດ ພວມຕັ້ງໜ້າປະຕິບັດຂໍ້ຕົົກລົງສະບັບຕ່າງໆ ເຊິ່ງກົມການເມືອງສອງປະເທດໄດ້ວາງອອກ, ໃນນັ້ນ, ມີບັນດາຂົງເຂດ ແລະ ວຽກງານສໍາຄັນຫຼາຍຢ່າງບັນລຸໄດ້ຜົນງານຢ່າງຕັ້ງໜ້າ.  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖືວ່າ, ປັດຈຸບັນ, ສອງປະເທດພວມຊຸກຍູ້ການພົວພັນຮ່ວມມືໃນຫຼາຍຂົງເຂດ, ໂດຍສະເພາະແມ່ນບັນດາກິດຈະກໍາພື້ນຖານໂຄງລ່າງສໍາຄັນຄື ທ່າກໍ່າປັ່ນ ຫວຸງອ໊າງ, ເສັ້ນທາງຄວາມໄວສູງ ວຽງຈັນ - ຮ່າໂນ້ຍ... ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອເພີ່ມທະວີການຮ່ວມມືກັບລາວ; ຊ່ວຍເຫຼືອປະຊາຊົນລາວອ້າຍນ້ອງໃນພາລະກິດພັດທະນາປະເທດຊາດ.

ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຕີລາຄາສູງ ເລື່ອງສົ່ງເສີມຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ທາງຄົມມະນາຄົມລະຫວ່າງສອງປະເທດຄື ເສັ້ນທາງຄວາມໄວສູງ ວຽງຈັນ - ຮ່າໂນ້ຍ, ເສັ້ນທາງລົດໄຟ ຮ່າຕິງ - ຄໍາມ່ວນ ແມ່ນມີຄວາມໝາຍສໍາຄັນ ໃນການຊຸກຍຍູ້ການແລກປ່ຽນການຄ້າລະຫວ່່າງສອງປະເທດ ກໍຄື ໃນແລວເສດຖະກິດ ຕາເວັນອອກ - ຕາເວັນຕົກ. ນາຍົກລັດຖະມົນຕີສອງທ່ານ ໄດ້ເນັ້ນໜັກເປັນພິເສດເຖິງຄວາມຕັດສິນໃນການຊຸກຍູ້ ແລະ ນໍາວົງເງິນການຄ້າສອງຝ່າຍ ເພີ່ມຂຶ້ນຢ່າງແຮງ, ສ້າງບາດກ້າວບຸກທະລຸໃນໄລຍະຈະມາເຖິງ.

 

ຕອບກັບ