ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມ COP 28, ຢ້ຽມຢາມ ຕວັກກີ ຢ່າງເປັນທາງການ

Chia sẻ
(VOVWORLD) - ການໄປປະຕິບັດງານຈະດຳເນີນແຕ່ວັນທີ 29 ພະຈິກ ຫາວັນທີ 03 ທັນວາ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມ COP 28, ຢ້ຽມຢາມ ຕວັກກີ ຢ່າງເປັນທາງການ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ
(ພາບ: dangcongsan.vn)

        ວັນທີ 24 ພະຈິກ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ: ໂດຍໄດ້ຮັບຄຳເຊີນຂອງລັດຖະບານບັນດາປະເທດ ສະຫະລັດອາຣັບເອັມມີເຣດ (UAE) ແລະ ລັດຖະບານ ສ.ຕວັກກີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດການກະທຳກ່ຽວກັບດິນຟ້າອາກາດໂລກ ໃນຂອບເຂດກອງປະຊຸມຄັ້ງທີ 28 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP28). ທ່ານນາຍົກລັດຖະມົນຕີກໍ່ຈະດຳເນີນການເຄື່ອນໄຫວ 2 ຝ່າຍຈຳນວນໜຶ່ງຢູ່ UAE ແລະ ຢ້ຽມຢາມ ຕວັກກີ ຢ່າງເປັນທາງການ. ການໄປປະຕິບັດງານຈະດຳເນີນແຕ່ວັນທີ 29 ພະຈິກ ຫາວັນທີ 03 ທັນວາ.

ຕອບກັບ