ທ່ານນາງປະທານສະພາແຫ່ງຊາດຫວຽດນາມເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA 40 ແລະ ຢ້ຽມຢາມໄທຢ່າງເປັນທາງການ

Chia sẻ

(VOVWORLD) -ວັນທີ 25 ສິງຫາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ນຳຫນ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ເດີນທາງອອກຈາກຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA 40 ແລະ ຢ້ຽມຢາມ ລາຊະອານາຈັກ ໄທ ຢ່າງເປັນທາງການ ຕາມຄຳເຊີນ ຂອງທ່ານ ຊວນຫຼີກໄພ, ປະທານສະພາຜູ້ແທນລາຊະດອນໄທ, ປະທານກອງປະຊຸມສະມັດຊາໃຫຍ່ AIPA 40.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA 40 ແລະ ຢ້ຽມຢາມໄທຢ່າງເປັນທາງການ - ảnh 1  ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ເດີນທາງຮອດສະຫນາມບິນ ດອນເມືອງ ໄທ

ຫົວຂໍ້ຂອງກອງປະຊຸມສະມັດຊາໃຫຍ່ 40 ແມ່ນ “ຊຸກຍູ້ການພົວພັນຄູ່ຮ່ວມມືລັດຖະສະພາ ເພື່ອປະຊາຄົມໝັ້ນຄົງ”. ຈຸດສຸມການເຄື່ອນໄຫວຄັ້ງນີ້ ແມ່ນເລື່ອງທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ຮັບດຳລົງຕຳແຫນ່ງເປັນປະທານ AIPA ຈາກທ່ານປະທານສະພາຜູ້ແທນລາຊະດອນໄທ ຕາມຫລັກການຜັດປ່ຽນກັນ, ຈັດຕັ້ງ ກອງປະຊຸມສະມັດຊາໃຫຍ່ AIPA 41 ໃນປີ 2020 ແລະ ບັນດາການເຄື່ອນໄຫວອື່ນໆໃນຂອບເຂດປີ ປະທານ AIPA. ການຢ້ຽມຢາມໄທຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ດຳເນີນໄປໃນສະພາບການພົວພັນລະຫວ່າງສອງປະເທດພວມພັດທະນາອັນດີງາມໃນທຸກຂົງເຂດ.

ຕອບກັບ