ຍົກສູງຄວາມຮູ້ກ່ຽວກັບທະເລ,ເກາະໃຫ້ພະນັກງານຊາວໜຸ່ມ,ສະມາຄົມນັກສຶກສາ

Chia sẻ

ຍົກ​ສູງ​ຄວາມ​ຮູ້​ກ່ຽວ​ກັບ​ທະ​ເລ,ເກາະ​ໃຫ້​ພະນັກງານ​ຊາວ​ໜຸ່ມ,ສະມາຄົມ​ນັກ​ສຶກສາ​​

ຍົກສູງຄວາມຮູ້ກ່ຽວກັບທະເລ,ເກາະໃຫ້ພະນັກງານຊາວໜຸ່ມ,ສະມາຄົມນັກສຶກສາ - ảnh 1
ຍົກສູງຄວາມຮູ້ກ່ຽວກັບທະເລ, ເກາະ
ໃຫ້ພະນັກງານຊາວໜຸ່ມ,ສະມາຄົມນັກສຶກສາ
(ພາບ: VGP)

(vovworld) - ​​ວັນ​ທີ 19/9, ຢູ່​ນະຄອນ ​ໂຮ່ຈີ​ມິນ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ສົມທົບ​ກັບ​ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈິ​ມິນ ຈັດ​ຕັ້ງ​ກອງ​ປະຊຸມ​ອົບຮົມ, ບຳລຸງ​ຄວາມ​ຮູ້ ກ່ຽວ​ກັບ​ທະ​ເລ, ​ເກາະ​ໃຫ້​ພະນັກງານ​ຊາວ​ໜຸ່ມ, ສະມາຄົມ​ນັກ​ສຶກສາ​​ເຂດພາກ​ໃຕ້. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ຜູ້​ແທນ 1000 ຄົນ, ​ເຊິ່ງ​ແມ່ນ ພະນັກງານ​ຊາວ​ໜຸ່ມ, ສະມາຄົມ​ນັກ​ສຶກສາບັນດາ​ແຂວງ, ນະຄອນ​​ທາງພາກ​ໃຕ້. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ກ່ຽວຂ້ອ​ງເຖິງທະ​ເລ, ​ເກາະ; ທີ່​ຕັ້ງ, ບົດບາດ, ຄວາມ​ສຳຄັນ​ຂອງ​​ທະ​ເລ, ​ເກາະ, ຊັບພະຍາກອນ​ທະ​ເລ, ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທະ​ເລ. ບັນດາ​ຂໍ້​ກຳນົດ​ສາກົນ​ກ່ຽວ​ກັບ​ທະ​ເລ, ບັນດາ​ເນື້ອ​ໃນ​ຕົ້ນຕໍ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຫວຽດນາມ; ບັນດາ​ພື້ນຖານ​ນິຕິ​ກຳ, ປະຫວັດສາດ​ຢືນຢັນ​ອະ​ທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ; ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ ​ແລະ ລັດ​ຫວຽດນາມ ກ່ຽວ​ກັບ​ການ​ແກ້​ໄຂ​ຄວາມຂັດ​ແຍ້​ງອະທິປະ​ໄຕທະ​ເລ, ​ເກາະ. ຄຽງ​ຂ້າງ​ບັນດາ​ເນື້ອ​ໃນ​ປຶກສາ​ທີ່​ກອງ​ປະຊຸມ, ຍັງ​ມີ​ງານ​ວາງສະ​ແດງ “​ໄວ​ໜຸ່ມ​ນະຄອນ ​ໂຮ່ຈິ​ມິນ​ ກັບ​ທະ​ເລ, ​ເກາະ​ແຫ່ງ​ບ້ານ​ເກີດ​ເມືອງ​ນອນ” ​ແລະ ລາຍການ​ພົບ​ປະ​ແລກປ່ຽນ, ສະ​ແດງ​ສິລະ​ປະດ້ວຍ​ຫົວ​ຂໍ້​ທະ​ເລ, ​ເກາະ​ແຫ່ງ​ບ້ານ​ເກີດ​ເມືອງ​ນອນ​ອີກ​ດ້ວຍ.