ງານວາງສະແດງແຜນທີແລະເອກະສານປະຫວັດສາດ “ຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ - ບັນດາພະຍານຫຼັກຖານປະວັດສາດ ແລະ ນິຕິທຳ” ຢູ່ເຊີນລາ

Chia sẻ
(VOVWORLD) -ງານວາງສະແດງຈະດຳເນີນໃນລະຫວ່າງວັນທີ 28 ມິຖຸນາ ຫາວັນທີ 01 ກໍລະກົດ ຢູ່ຫຼາຍໂຮງຮຽນຂອງແຂວງເຊີນລາ.
ງານວາງສະແດງແຜນທີແລະເອກະສານປະຫວັດສາດ “ຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ - ບັນດາພະຍານຫຼັກຖານປະວັດສາດ ແລະ ນິຕິທຳ” ຢູ່ເຊີນລາ - ảnh 1 (ງານວາງສະແດງແຜນທີແລະເອກະສານປະຫວັດສາດ “ຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ - ບັນດາພະຍານຫຼັກຖານປະວັດສາດ ແລະ ນິຕິທຳ”)

ວັນທີ 28 ມິຖຸນາ, ກະຊວງຖະແຫຼງຂ່າວ-ສື່ສານຫວຽດນາມ ໄດ້ສົມທົບກັບມະຫາວິທະຍາໄລ ໄຕບັ໊ກ, ແຂວງ ເຊີນລາ, ຈັດງານວາງສະແດງແຜນທີແລະເອກະສານປະຫວັດສາດ “ຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ - ບັນດາພະຍານຫຼັກຖານປະວັດສາດ ແລະ ນິຕິທຳ”. ມີເອກະສານ, ສື່ສິ່ງພິມ, ພາບຖ່າຍ, ວັດຖຸພັນ ແລະ ແຜນທີ່ນັບຮ້ອຍຢ່າງຂອງບັນດານັກຮຽນຮູ້ທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ສະໜອງຂໍ້ມູນຂ່າວ, ບັນດາພະຍານຫຼັກຖານປະຫວັດສາດ, ນິຕິທຳກ່ຽວກັບອະທິປະໄຕເຂດທະເລ, ໝູ່ເກາະຂອງຫວຽດນາມ, ພ້ອມທັງຢັ້ງຢືນຫຼັກໝັ້ນຂອງຫວຽດາມ, ຍົກສູງນ້ຳໃຈສາມັກຄີ, ສະຕິຄວາມຮັບຜິດຊອບຂອງປະຊາຊົນໃນພາລະກິດປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ.

ງານວາງສະແດງຈະດຳເນີນໃນລະຫວ່າງວັນທີ 28 ມິຖຸນາ ຫາວັນທີ 01 ກໍລະກົດ ຢູ່ຫຼາຍໂຮງຮຽນຂອງແຂວງເຊີນລາ.

ຕອບກັບ