ຄະນະຜູ້ແທນຂັ້ນສູງພັກ, ລັດຖະບານລາວເດີນທາງມາຮ່ວມພິທີໄວ້ອາໄລສະຫາຍ ເລຂາຟຽວ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

ແຫຼ່ງຂ່າວຈາກສະຖານທູດລາວ ປະຈຳຫວຽດນາມ
Chia sẻ
(VOVWORLD) -ຄະນະຜູ້ແທນຂັ້ນສູງພັກ, ລັດຖະບານລາວ ນຳໂດຍ ສະຫາຍທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເດີນທາງມາຮ່ວມພິທີໄວ້ອາໄລສະຫາຍ ເລຂາຟຽວ,  ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຢູ່ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ.

ຄະນະຜູ້ແທນຂັ້ນສູງພັກ, ລັດຖະບານລາວເດີນທາງມາຮ່ວມພິທີໄວ້ອາໄລສະຫາຍ ເລຂາຟຽວ,  ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ - ảnh 1ໃນພິທີສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຂຽນປື້ມໄວ້ອາໄລ 

(ພາບ: ສະຖານທູດລາວປະຈຳຫວຽດນາມ)

ໃນວັນທີ 14 ສິງຫາ 2020, ຄະນະຜູ້ແທນຂັ້ນສູງພັກ, ລັດຖະບານລາວ ນຳໂດຍ ສະຫາຍທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເດີນທາງມາຮ່ວມພິທີໄວ້ອາໄລສະຫາຍ ເລຂາຟຽວ,  ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຢູ່ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ.

ຄະນະທາງການປະກອບມີ: ສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ສະຫາຍ ແສງນວນ ໄຊຍະລາດ, ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ສະຫາຍນາງສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ເພັດ ພົມພິທັກ, ກຳມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະຫາຍ ພົນໂທ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ຈັນທະບູນ ລັດຕະນະວົງ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ສະຫາຍ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ.

ໃນພິທີສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຂຽນປື້ມໄວ້ອາໄລເນື້ອໃນດັ່ງນີ້:

ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ຄະນະກໍາມະການສູນກາງແນວລາວສ້າງຊາດມີຄວາມໂສກເສົ້າເສຍດາຍເປັນຢ່າງຍິ່ງ ເມື່ອໄດ້ຮັບຂ່າວການຈາກໄປຂອງສະຫາຍ ເລຂາຟຽວ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມໃນວັນທີ 7 ສິງຫາ 2020 ຜ່ານມາ.

ການຈາກໄປຂອງ ສະຫາຍເລຂາຟຽວ ເປັນການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ, ສູນເສຍນັກປະຕິວັດຜູ້ອົງອາດກ້າຫານບໍ່ຍອມຈຳນົນ, ຜູ້ນຳທີ່ເຄົາລົບຮັກຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ. ຕະຫຼອດໄລຍະຫຼາຍທົດສະວັດທີ່ຜ່ານມາສະຫາຍ ເລຂາຟຽວ ໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດ ຫວຽດນາມ ເຮັດໃຫ້ປະເທດຊາດຫວຽດນາມມີການພັດທະນາຢ່າງບໍ່ຢຸດຢັ້ງ.

ການຈາກໄປຂອງສະຫາຍ ຍັງເປັນການສູນເສຍເພື່ອນຮ່ວມຮົບປະຕິວັດຜູ້ອາດຫານ, ສູນເສຍສະຫາຍທີ່ສະໜິດສະໜົມ ແລະ ໃກ້ຊິດທີ່ສຸດຂອງພັກ, ລັດ ແລະ ປະຊາຊົນລາວ ພວກຂ້າພະເຈົ້າ. ສະຫາຍເປັນຜູ້ໜຶ່ງທີ່ໄດ້ມີການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ ຕະຫຼອດມາ.

ໃນຊ່ວງເວລາເສົ້າໂສກເສຍດາຍນີ້, ພວກຂ້າພະເຈົ້າຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກມາຍັງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ແນວໂຮມປະເທດຊາດ ຫວຽດນາມອ້າຍນ້ອງ, ກໍ່ຄືຄອບຄົວ, ຍາດພີ່ນ້ອງ ຂອງ ສະຫາຍ ເລຂາຟຽວ ມານະໂອກາດນີ້ດ້ວຍ.
     ພວກຂ້າພະເຈົ້າເຊື່ອໝັ້ນວ່າພັກ, ລັດ ແລະ ປະຊາຊົນຫວຽດນາມ  ຈະຫັນເອົາຄວາມທຸກໂສກນີ້ ໃຫ້ກາຍເປັນພະລັງແຮງສືບຕໍ່ພາລະກິດສ້າງສາພັດທະນາປະເທດຊາດໃຫ້ນັບມື້ນັບເຂັ້ມແຂງ.

ຂໍໃຫ້ດວງວິນຍານຂອງສະຫາຍ ເລຂາຟຽວ ຈົ່ງໄປສູ່ສຸຂະຕິເຖີ້ນ.

ຕອບກັບ