ຂໍ້​ຕົກ​ລົງ​ຢຸດ​ຍິງ​ລະ​ຫວ່າງ ອິດ​ສະ​ຣາ​ແອັນ - ຮາ​ມາດ​ສ ຍາກ​ທີ່​ຈະ​ປະ​ກົດ​ຜົ​ນ​ເປັນ​ຈິງ

Chia sẻ
(VOVWORLD) -  ແງ່ຫວັງກ່ຽວກັບຄຳສັ່ງຢຸດຍິງຢູ່ເຂດ ກາຊາ ຍິ່ງບໍ່ແນ່ນອນ ໃນຂະນະທີ່ວັນທີ 5 ພຶດສະພາຜ່ານມາ ຄະນະນັກເຈລະຈາຂອງຂະບວນການ ອິດສະລາມ ຮາມາດສ ໄດ້ຢ້ຳຄືນຄຳຮຽກຮ້ອງຢຸດຕິການປະທະກັນເພື່ອແລກເອົາການປ່ອຍຕົວປະກັນ, ໃນຂະນະທີ່ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໄດ້ປະຕິເສດສິ່ງດັ່ງກ່າວ.

        ການເຈລະຈາບໍ່ມີບາດກ້າວຄືບໜ້າທີ່ດີ ແລະ ຄະນະຜູ້ແທນຂະບວນການອິດສະລາມ ຮາມາດສ ໄດ້ອອກຈາກ Cairo ໃນຕອນຄ່ຳວັນທີ 05 ພຶດສະພາ, ພາຍຫຼັງສິ້ນສຸດການເຈລະຈາໃນເວລາ 2 ວັນ. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະຢຸດຕິການປະທະກັນຊົ່ວຄາວຢູ່ເຂດ ກາຊາ ເພື່ອຮັບປະກັນການປ່ອຍຕົວປະກັນ ທີ່ຖືກ ຮາມາດສ ກັກຕົວ, ແຕ່ປະຕິເສດເລື່ອງຢຸດຕິການປະທະກັນຢ່າງສິ້ນເຊີງ, ໂດຍຖືວ່າ ສິ່ງດັ່ງກ່າວຈະສືບຕໍ່ກໍ່ໄພນາບຂູ່ຕໍ່ ອິດສະຣາແອັນ.

        ໂດຍບໍ່ຫົວຊາຕໍ່ຄວາມມານະພະຍາຍາມທາງການທູດ, ບັນດານັກໄກ່ເກ່ຍ ກໍບໍ່ສາມາດບັນລຸໄດ້ຂໍ້ຕົກລົງຢຸດຍິງສະບັບໃໝ່, ໃນຂະນະທີ່ທັງສອງຝ່າຍຍັງຄົງຍົກອອກບັນດາຄຳຮຽກຮ້ອງທີ່ກົງກັນຂ້າມ ແລະ ຖີ້ມໂທດໃຫ້ກັນກ່ຽວກັບຄວາມຈົນຕະແຈຂອງການເຈລະຈາຄັ້ງຕ່າງໆ.

ມິງໂງ, ນັກຂ່າວ VOV ປະຈຳ ອີຢິບ

      

ຕອບກັບ