ການໂອ້ລົມສົນທະນາກ່ຽວກັບການສ້າງຕັ້ງສະຫະກອນແບບໃໝ່ຢູ່ອານຢາງ

Chia sẻ
​(vovworld) – ຊາວ​ກະສິກອນຜະລິດ​ແບບ​ກະ​ແຍກ​ກະຈາຍ ບໍ່​ສາມາດ​ຂາຍ​ຜະລິດ​ຕະພັນ​ໃຫ​້ຮ້ານ​ສັບພະ​ສິນຄ້າ​ ​ແລະ ສົ່ງ​​ໄປຂ່າຍ​ໃຫ້ຕ່າງປະ​ເທດ​ໄດ້.
ການໂອ້ລົມສົນທະນາກ່ຽວກັບການສ້າງຕັ້ງສະຫະກອນແບບໃໝ່ຢູ່ອານຢາງ - ảnh 1
ການໂອ້ລົມສົນທະນາກ່ຽວກັບການສ້າງຕັ້ງ
ສະຫະກອນແບບໃໝ່ຢູ່ອານຢາງ
(ພາບ: vovgiaothong.vn)


​(vovworld) – ໃນ​ການ​ລົງ​ປະຕິບັດ​ງານ​ຢູ່​ບັນດາ​ແຂວງ​ທາງ​ທິດຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດນາມ, ຕອນ​ເຊົ້າ​ວັນ​ທີ 14/04, ຢູ່​ອານ​ຢາງ, ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນ​ວໂຮ​ມປະ​ເທດ​ຊາດ​ຫວຽດນາມ ​ໄດ້​ເປັນ​ປະທານ​ການ​ໂອ້​ລົມ​ສົນທະນາ ກ່ຽວ​ກັບ​ການ​ສ້າງ​ຕັ້ງສະຫະກອນ​ແບບ​ໃໝ່. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ ຫງວຽນ​ທ້ຽນ​ເຍີນ ຖື​ວ່າ, ຊາວ​ກະສິກອນຜະລິດ​ແບບ​ກະ​ແຍກ​ກະຈາຍ ບໍ່​ສາມາດ​ຂາຍ​ຜະລິດ​ຕະພັນ​ໃຫ​້ຮ້ານ​ສັບພະ​ສິນຄ້າ​ ​ແລະ ສົ່ງ​​ໄປຂ່າຍ​ໃຫ້ຕ່າງປະ​ເທດ​ໄດ້. ພຽງ​ແຕ່​ມີ​ສະຫະກອນ​ແບບ​ໃໝ່ ​ຮ່ວມ​ສຳພັນ​ກັບ​ວິ​ສາ​ຫະກິດ​ຈຶ່ງສາມາດ​ຮັບປະກັນ​ສົ້ນ​ອອກ​ໃຫ້​ຊາວ​ກະສິກອນ. ສະ​ນັ້ນ, ຕ້ອງ​ຍົກ​ສູງ​ກຳລັງ​ຕວາ​ມສາມາ​ດ​ໃນ​ການ​ຄຸ້ມ​ຄອງ​ໃຫ້​ສະຫະກອນ.