ການເຈລະຈາ CEPA ຫວຽດນາມ - UEA ສິ້ນສຸດໂດຍໄວ ເພື່ອຍົກລະດັບການພົວພັນການຄ້າ

Chia sẻ
(VOVWORLD) - ກ່ຽວກັບການຮ່ວມມືສອງຝ່າຍ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ສະເໜີໃຫ້ຝ່າຍ UAE ພິຈາລະນາ, ສ້າງຄວາມສະດວກໃຫ້ແກ່ບັນດາການເຄື່ອນໄຫວແລກປ່ຽນຄະນະວິສາຫະກິດ, ສົມທົບກັນຈັດບັນດາການເຄື່ອນໄຫວສົ່ງເສີມການຄ້າ, ເຊື່ອມຕໍ່ການພົວພັນແລກປ່ຽນການຄ້າ
ການເຈລະຈາ CEPA ຫວຽດນາມ - UEA ສິ້ນສຸດໂດຍໄວ ເພື່ອຍົກລະດັບການພົວພັນການຄ້າ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ
(ພາບ:congthuong.vn)

ວັນທີ 24 ມັງກອນ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຮົ່ງຢຽນ, ລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ໄດ້ເຮັດວຽກກັບ ທ່ານ Thani bin Ahmed Al Zeyoudi, ລັດຖະມົນຕີ ຮັບຜິດຊອບການຄ້າສາກົນ, ກະຊວງເສດຖະກິດ ສະຫະລັດ ອາຣັບ ເອມີເລັດ (UAE), ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການເຮັດວຽກ, ສອງຝ່າຍຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ໝາກຜົນຄວາມຄືບໜ້າທີ່ບັນລຸໄດ້ໃນການຍູ້ໄວວິວັດການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະຫວ່າງ ຫວຽດນາມ ແລະ UAE (CEPA ຫວຽດນາມ - UAE); ປຶກສາຫາລື ເພື່ອແນໃສ່ຊອກຫາມາດຕະການກ່ຽວກັບບັນດາເນື້ອໃນເຊິ່ງທັງສອງຝ່າຍຍັງມີທັດສະນະທີ່ແຕກຕ່າງກັນ.

        ກ່ຽວກັບການຮ່ວມມືສອງຝ່າຍ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ສະເໜີໃຫ້ຝ່າຍ UAE ພິຈາລະນາ, ສ້າງຄວາມສະດວກໃຫ້ແກ່ບັນດາການເຄື່ອນໄຫວແລກປ່ຽນຄະນະວິສາຫະກິດ, ສົມທົບກັນຈັດບັນດາການເຄື່ອນໄຫວສົ່ງເສີມການຄ້າ, ເຊື່ອມຕໍ່ການພົວພັນແລກປ່ຽນການຄ້າ, ພິເສດໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ logistics; ພ້ອມທັງຮຽກຮ້ອງວິສາຫະກິດ UAE ຄົ້ນຄ້ວາ, ລົງທຶນຢູ່ ຫວຽດນາມ ໃນບາງຂົງເຂດເຊິ່ງຕ່າງຝ່າຍຄ່າງມີຄວາມສົນໃຈ.

ຕອບກັບ