ການ​ເຄື​່ອນ​ໄຫວ​ຕ່າງໆ​ເນື່ອງ​ໃນ​ໂອ​ກາດສະ​ເຫຼ​ີມ​ສະຫຼອງ 94 ປີ​ແຫ່ງວັນ​ສື່ມວນ​ຊົນ​ປະ​ຕິ​ວັດ​ຫວຽດ​ນາມ

Chia sẻ
(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21/06/1925-21/06/2019), ຕອນເຊົ້າວັນທີ 19 ມິຖຸນາ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດພິທີປຸກລະດົມການແຂ່ງຂັນຊີງລາງວັນສື່ມວນຊົນ “ເພື່ອພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ” ຄັ້ງທີ 14, ປີ 2019-2020.
 ການ​ເຄື​່ອນ​ໄຫວ​ຕ່າງໆ​ເນື່ອງ​ໃນ​ໂອ​ກາດສະ​ເຫຼ​ີມ​ສະຫຼອງ 94 ປີ​ແຫ່ງວັນ​ສື່ມວນ​ຊົນ​ປະ​ຕິ​ວັດ​ຫວຽດ​ນາມ - ảnh 1 ປະທານຄະນະກຳມະການ ສູນກາງແນວໂຮມປະເທດຊາດຫວຽດນາມ ຈັດພິທີ ປຸກລະດົມລາງວັນສື່ມວນຊົນ. (ພາບ:laodong.vn)

     ບົດຂຽນ, ບົດຂ່າວເຂົ້າຮ່ວມລາງວັນສື່ມວນຊົນ “ເພື່ອພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ” ຄັ້ງທີ 14, ປີ 2019-2020 ແມ່ນບັນດາບົດທີ່ມີລັກສະນະຄົ້ນພົບ, ສ່ອງແສງຢ່າງຊັດເຈນ, ທັນການ ບັນດາເນື້ອໃນໂຄສະນາເຜີຍແຜ່ແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ໂຄງການດຳເນີນງານຂອງແນວໂຮມປະເທດຊາດຫວຽດນາມ ກ່ຽວກັບການສ້າງ ແລະ ເສີມຂະຫຍາຍກຳລັງແຮງ ມະຫາສາມັກຄີທົ່ວປວງຊົນທັງຊາດ. ບັນດາບົດທີ່ສ້າງຄວາມປະທັບໃຈ, ໂຄສະນາເຜີຍແຜ່ບັ້ນຂົນຂວາຍ “ທົ່ວປວງຊົນສາມັກຄີກໍ່ສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ”, ບັ້ນຂົນຂວາຍ “ຊາວຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ”; ຂະບວນການ “ສາມັກຄີປະດິດຄິດສ້າງ”; “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ”; “ທົ່ວປວງຊົນເຂົ້າຮ່ວມການຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”…

  ບັນດານັກຂ່າວ, ຜູ້ຮ່ວມງານ…ຂອງບັນດາສຳນັກຂ່າວສານ, ສື່ມວນຊົນພາຍໃນປະເທດ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມີບົດຂຽນ, ບົດຂ່າວທີ່ມີເນື້ອໃນດັ່ງກ່າວກໍ່ລ້ວນແຕ່ສາມາດເຂົ້າຮ່ວມໃນການແຂ່ງຂັນນີ້ໄດ້.

 

 

 

ຕອບກັບ