ການນຳພັກ, ລັດວາງພວງມາລາອາໄລຫາບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ

Chia sẻ
(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/07/1947 – 27/07/2019), ຕອນເຊົ້າວັນທີ 26 ກໍລະກົດ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ (ຖະໜົນ ບັກເຊີນ - ຮ່າໂນ້ຍ) ແລະ ເຂົ້າສຸສານອາໄລຫາປະທານ ໂຮ່ຈີມິນ.

        ເຂົ້າຮ່ວມພິທີມີທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເໝິນ ພ້ອມດ້ວຍບັນດາອະດີດການນຳພັກ, ລັດຈຳນວນໜຶ່ງ.

ການນຳພັກ, ລັດວາງພວງມາລາອາໄລຫາບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ - ảnh 1 ການນຳພັກ, ລັດວາງພວງມາລາອາໄລຫາບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ (ພາບ: TTXVN)

        ຕໍ່ຈາກນັ້ນ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ກໍ່ໄດ້ໄປວາງພວງມາລາ ແລະ ເຂົ້າສຸສານອາໄລຫາປະທານ ໂຮ່ຈີມິນ.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ບັນດາຄະນະຜູ້ແທນ: ຄະນະພັກການທະຫານສູນກາງ - ກະຊວງປ້ອງກັນປະເທດ; ອົງຄະນະພັກຕຳຫລວດສູນກາງ - ກະຊວງຕຳຫລວດ; ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ; ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ແລະ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ຮ່າໂນ້ຍ…ກໍ່ໄດ້ໄປວາງພວງມາລາ, ອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ເຂົ້າສຸສານອາໄລຫາປະທານ ໂຮ່ຈີມິນ ເຊັ່ນດຽວກັນ.

 

ຕອບກັບ