ກອງປະຊຸມສໍາມະນາກ່ຽວກັບບົດບາດຂອງສື່ມວນຊົນທີ່ມີຕໍ່ການພັດທະນາການທ່ອງທ່ຽວ

Chia sẻ
(VOVWORLD) -ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ, ຄະນະກໍາມະການປະຊາຊົນແຂວງກວ໋າງນິງ ໄດ້ສົມທົບກັບກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ ຈັດຕັ້ງກອງປະຊຸມສໍາມະນາສາກົນ ດ້ວຍຫົວຂໍ້ວ່າ “ບົດບາດຂອງສື່ມວນຊົນທີ່ມີຕໍ່ການພັດທະນາການທ່ອງທ່ຽວ”. 
ກອງປະຊຸມສໍາມະນາກ່ຽວກັບບົດບາດຂອງສື່ມວນຊົນທີ່ມີຕໍ່ການພັດທະນາການທ່ອງທ່ຽວ - ảnh 1 ກອງປະຊຸມສໍາມະນາສາກົນ ດ້ວຍຫົວຂໍ້ວ່າ “ບົດບາດຂອງສື່ມວນຊົນທີ່ມີຕໍ່ການພັດທະນາການທ່ອງທ່ຽວ” (ພາບ: baotainguyenmoitruong.vn)

ວັນທີ 22 ພຶດສະພາ, ຢູ່ນະຄອນຮ້າລອງ ຂອງຫວຽດນາມ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ, ຄະນະກໍາມະການປະຊາຊົນແຂວງກວ໋າງນິງ ໄດ້ສົມທົບກັບກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ ຈັດຕັ້ງກອງປະຊຸມສໍາມະນາສາກົນ ດ້ວຍຫົວຂໍ້ວ່າ “ບົດບາດຂອງສື່ມວນຊົນທີ່ມີຕໍ່ການພັດທະນາການທ່ອງທ່ຽວ”. ນີ້ແມ່ນການເຄື່ອນໄຫວຫັນການປະຕິບັດຂໍ້ຕົກລົງ ວ່າດ້ວຍການອະນຸມັດຜ່ານ ແຜນຮ່າງເພີ່ມທະວີວຽກງານຖະແຫຼງຂ່າວການຕ່າງປະເທດ ກັບ ສປປ.ລາວ ໃນສະພາບການໃໝ່ ຂອງນາຍົກລັດຖະມົນຕີ ໃຫ້ເປັນລະອຽດ, ໃນນັ້ນ ມອບໜ້າທີ່ໃຫ້ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ “ເພີ່ມທະວີການໜູນຊ່ວຍບັນດາອົງການຖະແຫຼງຂ່າວ, ສື່ສານ, ນັກຂ່າວລາວ ໃຫ້ຂ່າວ/ບົດ ໂຄສະນາກ່ຽວກັບ ຫວຽດນາມ ໃນພາຫະນະການສື່ສານຕ່າງໆຂອງລາວ”. ນີ້ແມ່່ນການເຄື່ອນໄຫວ ເພື່ອແນໃສ່ຍູ້ແຮງວຽກງານຖະແຫຼງຂ່າວ, ໂຄສະນາ ກ່ຽວກັບການທ່ອງທ່ຽວລະຫວ່າງສອງປະເທດ ຫວຽດນາມ - ລາວ.

        ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນສອງປະເທດ ຫວຽດນາມ, ລາວ ພ້ອມກັນປຶກສາຫາລືກ່ຽວກັບບັນດາມາດຕະການ, ຄວາມຫຍຸ້ງຍາກ ແລະ ຄວາມສະດວກ ກ່ຽວກັບວຽກງານການສື່ສານ ຕິດພັນກັບການທ່ອງທ່ຽວ, ຍົກໃຫ້ເຫັນບົດບາດຂອງສື່ມວນຊົນ ໃນການໂຄສະນາອະນຸລັກຮັກສາມໍລະດົກ ແລະ ພັດທະນາການທ່ອງທ່ຽວແບບຍືນຍົງ, ເພີ່ມທະວີການພົບປະແລກປ່ຽນວັດທະນະທໍາ. 

ຕອບກັບ