UNESCO ໄດ້ຈົດຊື່ບັນດາລວດລາຍຢູ່ໂຖປັກທູບໃຫຍ່ 9 ອັນທີ່ຫຼໍ່ດ້ວຍທອງຢູ່ພະລາຊະວັງ ເຫ້ວ ເປັນມໍລະດົກເອກະສານພາກພື້ນ ອາຊີ - ປາຊີຟິກ

Chia sẻ
(VOVWORLD) -ມາຮອດປະຈຸບັນ, UNESCO ໄດ້ຈົດຊື່10 ມໍລະດົກ (ລວມມີ 3 ມໍລະດົກເອກະສານໂລກ ແລະ 7 ມໍລະດົກເອກະສານພາກພື້ນ ອາຊີ - ປາຊີຟິກ) ຂອງ ຫວຽດນາມ ແລ້ວ.
UNESCO ໄດ້ຈົດຊື່ບັນດາລວດລາຍຢູ່ໂຖປັກທູບໃຫຍ່ 9 ອັນທີ່ຫຼໍ່ດ້ວຍທອງຢູ່ພະລາຊະວັງ ເຫ້ວ ເປັນມໍລະດົກເອກະສານພາກພື້ນ ອາຊີ - ປາຊີຟິກ - ảnh 1ຄະນະຜູ້ແທນ ຫວຽດນາມ ຮັບໃບຢັ້ງຢືນທີ່ກອງປະຊຸມ
(ພາບ: ກົມມໍລະດົກວັດທະນະທຳ)

        ຕອນບ່າຍວັນທີ 08 ພຶດສະພາ, ໃນຂອບເຂດກອງປະຊຸມຄົບຄະນະຄັ້ງທີ 10 ຂອງຄະນະກຳມະການລາຍການຄວາມຊົງຈຳໂລກພາກພື້ນ ອາຊີ - ປາຊີຟິກ ຂອງ UNESCO ໄດ້ຈັດຂຶ້ນຢູ່ ມົງໂກນ, UNESCO ໄດ້ຈົດຊື່ “ລວດລາຍຢູ່ໂຖປັກທູບໃຫຍ່ 9 ອັນທີ່ຫຼໍ່ດ້ວຍທອງຢູ່ພະລາຊະວັງ ເຫ້ວ” ຂອງ ຫວຽດນາມ ເຂົ້າບັນຊີລາຍຊື່ມໍລະດົກເອກະສານພາກພື້ນ ອາຊີ - ປາຊີຟິກ.

        ສະນັ້ນ, ມາຮອດປະຈຸບັນ, UNESCO ໄດ້ຈົດຊື່10 ມໍລະດົກ (ລວມມີ 3 ມໍລະດົກເອກະສານໂລກ ແລະ 7 ມໍລະດົກເອກະສານພາກພື້ນ ອາຊີ - ປາຊີຟິກ) ຂອງ ຫວຽດນາມ ແລ້ວ.

        ຕາມກົມມໍລະດົກວັດທະນະທຳ, “ລວດລາຍຢູ່ໂຖປັກທູບໃຫຍ່ 9 ອັນທີ່ຫຼໍ່ດ້ວຍທອງຢູ່ພະລາຊະວັງ ເຫ້ວ”  ທີ່ພວມຕັ້ງຢູ່ລາດຊະວັງ ເຫ້ວ, ລວມມີ 162 ຮູບພາບ ແລະ ຕົວອັກສອນ ຫ໊ານ ເຊິ່ງເຈົ້າຊີວິດ ມິງມ້າງ ສັ່ງໃຫ້ຫຼໍ່ຢູ່ ເຫ້ວ ໃນປີ 1835 ແລະ ສຳເລັດໃນປີ 1837. ນີ້ແມ່ນແຫຼ່ງເອກະສານເປັນເອກະລັກສະເພາະ, ລ້ຳຄ່າ ເຊິ່ງວົງການນັກຄົ້ນຄວ້າຢູ່ພາຍໃນ ແລະ ຕ່າງປະເທດໃຫ້ຄວາມສົນໃຈທີ່ສຸດ ຍ້ອນບັນດາຄຸນຄ່າທາງດ້ານເນື້ອໃນປະຫວັດສາດ, ວັດທະນະທຳ - ການສຶກສາ, ພູມສາດ, ການແພດ - ການຢາ…

        ລວດລາຍຢູ່ໂຖປັກທູບໃຫຍ່ 9 ອັນທີ່ຫຼໍ່ດ້ວຍທອງຢູ່ພະລາຊະວັງ ເຫ້ວ ຍັງຮັກສາບັນດາຄຸນຄ່າກ່ຽວກັບການປະສົມປະສານ ແລະ ພົວພັນດ້ານວັດທະນະທຳສັງຄົມຂອງປະເທດ ຫວຽດນາມ ກັບບັນດາປະເທດຢູ່ພາກພື້ນ ອາຊີຕາເວັນອອກໄວ້ໄດ້.

ຕອບກັບ