ກິ​ລາ​ແລ່ນ ແລະ ລານ ຫວຽດ​ນາມ ຄວ້າ​ໄດ້ຫຼຽນ​ຄຳ 3 ຫຼຽນ ໃນ​ການ​ແຂ່ງ​ຂັນ​ຊີງ​​ແຊ້ມ​ແລ່ນ ແລະ ລານ ຮ​ົ່ງ​ກົງ (ຈີນ) ເປີດກວ້າງ 2024

Chia sẻ
(VOVWORLD) - ໃນການແຂ່ງຂັນມື້ທຳອິດ, ທິມນັກກິລາແລ່ນ ແລະ ລານ ຫວຽດນາມ ໄດ້ມານະພະຍາຍາມຍາດໄດ້ຜົນງານທີ່ດີ ດ້ວຍຫຼຽນຄຳ 3 ຫຼຽນ ແລະ ຫຼຽນທອງ 2 ຫຼຽນ.
ກິ​ລາ​ແລ່ນ ແລະ ລານ ຫວຽດ​ນາມ ຄວ້າ​ໄດ້ຫຼຽນ​ຄຳ 3 ຫຼຽນ ໃນ​ການ​ແຂ່ງ​ຂັນ​ຊີງ​​ແຊ້ມ​ແລ່ນ ແລະ ລານ ຮ​ົ່ງ​ກົງ (ຈີນ) ເປີດກວ້າງ 2024 - ảnh 1ນັກກິລາ ຫງວຽນທິແອວັງ ແຂ່ງຂັນແລ່ນຂ້າມຮົ້ວຍິງ 3.000 ແມັດ ດ້ວຍຜົນງານ 10 ນາທີ 15 ວິນາທີ 84 (ພາບ: tdtt.gov.vn) 

ວັນທີ 5 ພຶດສະພາ, ສະຫະພັນແລ່ນ ແລະ ລານ ຫວຽດນາມ ໃຫ້ຮູ້ວ່າ: ການແຂ່ງຂັນຊີງແຊ້ມແລ່ນ ແລະ ລານ ຮົ່ງກົງ (ຈີນ) ເປີດກວ້າງປີ 2024 ໄດ້ດຳເນີນໃນວັນທີ 04 – 05 ພຶດສະພາ ດ້ວຍການເຂົ້າຮ່ວມຂອງບັນດານັກກິລາ ຮົ່ງກົງ  ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ເຊັ່ນ ຫວຽດນາມ, ສິງກະໂປ, ຟີລິບປິນ…

        ໃນການແຂ່ງຂັນມື້ທຳອິດ, ທິມນັກກິລາແລ່ນ ແລະ ລານ ຫວຽດນາມ ໄດ້ມານະພະຍາຍາມຍາດໄດ້ຜົນງານທີ່ດີ ດ້ວຍຫຼຽນຄຳ 3 ຫຼຽນ ແລະ ຫຼຽນທອງ 2 ຫຼຽນ. ໃນຫຼຽນຕ່າງໆທີ່ຍາດໄດ້ນັ້ນ, ພົ້ນເດັ່ນແມ່ນນັກກິລາ ຫງວຽນທິແອວັງ ແຂ່ງຂັນແລ່ນຂ້າມຮົ້ວຍິງ 3.000 ແມັດ ດ້ວຍຜົນງານ 10 ນາທີ 15 ວິນາທີ 84. ຫງວຽນທິແອວັງ ຍັງຄວ້າໄດ້ 1 ຫຼຽນຄຳຕື່ມອີກໃນເນື້ອໃນການແຂ່ງຂັນແລ່ນຍິງ 5.000 ແມັດ.


ຕອບກັບ