ວັດ ມ໋ວງ (ວັດ ກວາງແຄງ) ມີເນື້ອທີ່ 15.000 ຕາແມັດ, ຢູ່ຕາແສງ ຫງູຟຸກ, ເມືອງ ກິມແທງ, ແຂວງ ຫາຍເຢືອງ. ຈຸດທີ່ເປັນເອກະລັກສະເພາະທີ່ສຸດແມ່ນ ວັດ ມ໋ວງ ຍັງອະນຸລັກຮັກສາສວນທາດ 4 ສວນ ດ້ວຍ 33 ທາດໃຫຍ່, ນ້ອຍ ແລະ ແມ່ນວັດທີ່ມີທາດຫຼາຍກວ່າໝູ່ຢູ່ແຂວງ ຫາຍເຢືອງ. ສວນທາດຈາກເບື້ອງຂວາ (ທິດແຕ່ປະຕູທາງເຂົ້າ) ລວມມີ 6 ທາດ, ສ່ວນຫຼາຍທາດໄດ້ກໍ່ສ້າງຈາກກ້ອນດິນຈີ່. ຂອບຂະໜາດ ແລະ ຄວາມສູງຂອງບັນດາທາດແມ່ນອີງໃສ່ສົມບັດສິນ ແລະ ສິນລະທຳຂອງນັກບວດ. ປະຈຸບັນ, ສວນທາດຕັ້ງຢູ່ຂອບເຂດໃຈກາງຂອງວັດລວມມີ 5 ທາດ, ໄດ້ກໍ່ສ້າງຈາກຫີນເປັນຕົ້ນຕໍ ມີສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະຂອງທ້າຍສະໄໝເຈົ້າຊີວິດ ເລ ແລະ ສະໄໝເຈົ້າຊີວິດ ຫງວຽນ. ມີທາດທີ່ມີຕົວໜັງສືຍັງເຫັນໄດ້ແຈ້ງ, ມີອາຍຸກວ່າ 300 ປີ. ບາງທາດບໍ່ຂຽນອາຍຸ, ແຕ່ຄາດວ່າມີອາຍຸ 600 ປີ. ປະຈຸບັນ, ຢູ່ ຫາຍເຢືອງ ບໍ່ມີວັດໃດ ທີ່ມີທາດຫຼາຍຄືວັດ ມ໋ວງ. ສວນທາດຢູ່ເບືຶ້ອງຊ້າຍຂອງຂອບເຂດວັດ ແມ່ນສວນທີ່ມີຈຳນວນທາດຫຼາຍທີ່ສຸດ ດ້ວຍ 20 ທາດ, ລວມມີ 7 ທາດສູງ ແລະ 13 ທາດນ້ອຍ. ແຕ່ລະທາດມີສະຖາປັດຕະຍາກຳທີ່ແຕກຕ່າງກັນ, ສ້າງເປັນຄວາມຫຼາກຫຼາຍໃຫ້ເຂດສວນທາດໃຫຍ່ສຸດຂອງ ວັດ ທີ່ໄດ້ຄົງຕົວເປັນເວລາກວ່າ 7 ສັດຕະວັດຢູ່ແຂວງ ຫາຍເຢືອງ. ບັນດາສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະຢູ່ແຕ່ລະທາດ ດ້ວຍແຖວຕົວໜັງສືບູຮານ, ລວດລາຍທີ່ເປັນເອກະລັກສະເພາະຂອງແຕ່ລະສະໄໝ, ເປັນຕົ້ນແມ່ນຮູບດອກບົວ, ກ້ອນເມກ… ສວນທາດຢູ່ປະຕູໂຄງຂອງວັດແມ່ນສວນທີ່ມີຈຳນວນທາດໜ້ອຍສຸດ. ບັນດາຜູ້ອາຍຸສູງຢູ່ຕາແສງ ຫງູຟຸກ ໃຫ້ຮູ້ວ່າ, ໃນການຕໍ່ຕ້ານ ຕ້ານພວມລ່າເມືອງຂຶ້ນ ຝລັ່ງ, ເຂດສວນນີ້ຖືກລະເບີດທຳລາຍ, ສະນັ້ນ ຮັກສາໄດ້ພຽງແຕ່ 2 ທາດເທົ່ານັ້ນ. ແຕ່ປີ 1980 ມາຮອດປະຈຸບັນ, ມີຫຼາຍກິດຈະກຳຂອງວັດ ມ໋ວງ ໄດ້ຮັບການກໍ່ສ້າງໃໝ່… ວັດ ມ໋ວງ ໄດ້ບູຊາພະພູດທະເຈົ້າ ຕາມສາສະໜາພຸດນິກາຍຈຸກເລິມ, ພ້ອມທັງແມ່ນເຂດບູຊາຄູບາ ເຕວ້ເຍິນ, ຜູ້ມີຄຸນງາມຄວາມດີບຸກເບີກທີ່ດິນ, ສ້າງເປັນບ້ານ ມ໋ວງ ໃນປະຈຸບັນ. ໂດຍໄດ້ເກັບຮັກສາຫຼາຍຄຸນຄ່າປະຫວັດສາດ, ວັດ ມ໋ວງ ໄດ້ຮັບການຮັບຮອງເອົາວ່າແມ່ນເຂດປູຊະນີຍະສະຖານປະຫວັດສາດລະດັບຊາດນັບແຕ່ປີ 1992. ແຕ່ລະປີ, ວັດ ມ໋ວງ ໄດ້ຕ້ອນຮັບແຂກທ່ອງທ່ຽວ, ປະຊາຊົນນັບໝື່ນເທື່ອຄົນມາຢ້ຽມຢາມ, ຖະຫວາຍທູບທຽນ, ໂດຍສະເພາະແມ່ນໃນໂອກາດລະດູບານໃໝ່ (ວັນທີ 24-27 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ). Từ khóa: ຕອບກັບ ສົ່ງ Xem thêm