ເຂດ ນິເວດ ກົນຈີມ - ເກາະສີຂຽວ ຂອງ ບິ່ງດິ້ງ

Chia sẻ
(VOVWORLD) - ໂດຍນອນຢູ່ ບຶງ ທິນາຍ, ເຂດນິເວດ ກົນຈີມ ມີເນື້ອທີ່ປະມານ 480 ເຮັກຕາ, ໂດຍໄດ້ຮັບການຂະໜາມນາມວ່າ “ເກາະສີຂຽວ” ຂອງແຂວງ ບິ່ງດິ້ງ.
ເຂດ ນິເວດ ກົນຈີມ - ເກາະສີຂຽວ ຂອງ ບິ່ງດິ້ງ - ảnh 1
ນອນຢູ່ຫ່າງຈາກນະຄອນ ກຸຍເຍີນ ປະມານ 15 ກີໂລແມັດ, ເຂດນິເວດ ກົນຈິມຂຶ້ນກັບ ຕາແສງ ເຟືອກເຊີນ, ເຟືອກຮວາ, ເຟືອກທ້ວນ (ເມືອງ ຕຸຍເຟືອກ, ແຂວງ ບິ່ງດິ້ງ) ມີຄວາມງາມແບບສະຫງົບງຽບ ເຊິ່ງໄດ້ປົກຄຸມໄປດ້ວຍສີຂຽວອຸ່ມທຸ່ມຂອງຄື້ນນ້ຳ, ທ້ອງຟ້າ ແລະ ປ່າຊາຍເລນ (ພາບ: ເຂດທ່ອງທ່ຽວນິເວດ ກົນຈີມ ບຶງ ທິນາຍ, ກຸຍເຍີນ) .
ເຂດ ນິເວດ ກົນຈີມ - ເກາະສີຂຽວ ຂອງ ບິ່ງດິ້ງ - ảnh 2
ໂດຍນອນຢູ່ ບຶງ ທິນາຍ, ເຂດນິເວດ ກົນຈິມ ມີເນື້ອທີ່ປະມານ 480 ເຮັກຕາ, ໂດຍໄດ້ຮັບການຂະໜາມນາມວ່າ “ເກາະສີຂຽວ” ຂອງແຂວງ ບິ່ງດິ້ງ.
ເຂດ ນິເວດ ກົນຈີມ - ເກາະສີຂຽວ ຂອງ ບິ່ງດິ້ງ - ảnh 3
ປ່າຊາຍເລນຂຽວອຸ່ມທຸ່ມ (ພາບ: VTCNews)
ເຂດ ນິເວດ ກົນຈີມ - ເກາະສີຂຽວ ຂອງ ບິ່ງດິ້ງ - ảnh 4
ຢູ່ເຂດນິເວດນີ້, ມີຄຸ້ມ ກົນຈີມ (ບ້ານ ວິງກວາງ 2, ຕາແສງ ເຟືອກເຊີນ, ເມືອງ ຕຸຍເຟືອກ) ມີປະຊາຊົນດຳລົງຊີວິດ, ສ້າງເປັນ “ໝູ່ບ້ານຊາວປະມົງ” ຢູ່ກາງບຶງ (ພາບ: dantri.com.vn)
ເຂດ ນິເວດ ກົນຈີມ - ເກາະສີຂຽວ ຂອງ ບິ່ງດິ້ງ - ảnh 5
ປະຊາຊົນຢູ່ ກົນຈີມ ມີສະຕິຄວາມຮັບຮູ້ຢ່າງສູງໃນການປົກປັກຮັກສາປ່າຊາຍເລນ, ບໍ່ລ່ານົກຢູ່ທີ່ນີ້. ເພາະສະນັ້ນ, ນົກຫຼາຍຊະນິດໄດ້ເລືອກເອົາສະຖານທີ່ແຫ່ງນີ້ເປັນທີ່ອາໄສ. (ພາບ: VTCNews)
ເຂດ ນິເວດ ກົນຈີມ - ເກາະສີຂຽວ ຂອງ ບິ່ງດິ້ງ - ảnh 6
(ພາບ: VTCNews)
ເຂດ ນິເວດ ກົນຈີມ - ເກາະສີຂຽວ ຂອງ ບິ່ງດິ້ງ - ảnh 7
ກົນຈີມ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທຳມະຊາດທີ່ຍອດຢ້ຽມ ໂດຍເມືອງ ຕຸຍເຟືອງ ໄດ້ເອົາໃຈໃສ່ກໍ່ສ້າງພັດທະນາກາຍເປັນເຂດທ່ອງທ່ຽວຊຸມຊົນ, ຕາມທິດເອົາໃຈໃສ່ຮັກສາຄວາມງາມແບບຮົກເຮື້ອຂອງທິວທັດທຳມະຊາດຢູ່ແຫ່ງນີ້. ພາບ: ເຂດທ່ອງທ່ຽວຊີວະພາບ ກົນຈີມ ບຶງ ທິນາຍ, ກຸຍເຍິນ
ເຂດ ນິເວດ ກົນຈີມ - ເກາະສີຂຽວ ຂອງ ບິ່ງດິ້ງ - ảnh 8
ຄວາມງາມຂອງ ກົນຈີມ (ພາບ: baotainguyenmoitruong.vn)
ເຂດ ນິເວດ ກົນຈີມ - ເກາະສີຂຽວ ຂອງ ບິ່ງດິ້ງ - ảnh 9
ໃນຊຸມປີມໍ່ໆມານີ້, ເຂດນິເວດ ກົນຈີມ ໄດ້ດຶງດູດແຂກທ່ອງທ່ຽວ ທັງຢູ່ພາຍໃນ ແລະ ຕ່າງປະເທດ ມາທ່ຽວ, ລົງຕົວຈິງເປັນຈຳນວນຫຼາຍ (ພາບ: ເຂດທ່ອງທ່ຽວຊີວະພາບ ກົນຈີມ ບຶງ ທິນາຍ, ກຸຍເຍິນ)
ເຂດ ນິເວດ ກົນຈີມ - ເກາະສີຂຽວ ຂອງ ບິ່ງດິ້ງ - ảnh 10
ພາບ:ເຂດທ່ອງທ່ຽວຊີວະພາບ ກົນຈີມ ບຶງ ທິນາຍ, ກຸຍເຍິນ
ເຂດ ນິເວດ ກົນຈີມ - ເກາະສີຂຽວ ຂອງ ບິ່ງດິ້ງ - ảnh 11
ແຂກທ່ອງທ່ຽວ ອາດຈະຂີ່ເຮືອກາໂນ ຫຼື SUP ເພື່ອໄປຄົ້ນຫາ ກົນຈີມ (ພາບ: ເຂດທ່ອງທ່ຽວຊີວະພາບ ກົນຈີມ ບຶງ ທິນາຍ, ກຸຍເຍິນ)
ເຂດ ນິເວດ ກົນຈີມ - ເກາະສີຂຽວ ຂອງ ບິ່ງດິ້ງ - ảnh 12
ຫຼືເຂົ້າຮ່ວມການຫາສິນໃນນ້ຳກັບຊາວທ້ອງຖິ່ນ (ພາບ: ເຂດທ່ອງທ່ຽວຊີວະພາບ ກົນຈີມ ບຶງ ທິນາຍ, ກຸຍເຍິນ)
ເຂດ ນິເວດ ກົນຈີມ - ເກາະສີຂຽວ ຂອງ ບິ່ງດິ້ງ - ảnh 13
ຮອດຍາມສາຍັນ, ນົກເລີ່ມບິນກັບເມືອ ກົນຈີມ, ສິ້ນສຸດວັນໜຶ່ງໃນການອອກໄປຫາກິນຢູ່ນອກ, ສ້າງເປັນຮູບພາບທີ່ສວຍງາມ (ພາບ: VTCNews)

ຕອບກັບ