ໝາກມັງກອນ ເຊີນລາ ໄດ້ສົ່ງໄປຂາຍຢູ່ຕະຫລາດຫລາຍແຫ່ງໃນໂລກ

Chia sẻ

(VOVWORLD) -ເຊີນລາເປັນແຂວງພູດອຍມີດິນຟ້າອາກາດເອື້ອຳນວຍຄວາມສະດວກແລະແມ່ນເຂດທີ່ເໝາະສົມກັບການພັດທະນາບັນດາຜະລິດຕະພັນກະເສດທີ່ມີຄຸນນະພາບສູງ. ໃນນັ້ນ, ໝາກມັງກອນແມ່ນໜຶ່ງໃນບັນດາຜະລິດຕະພັນກະເສດຫລັກແຫລ່ງຂອງແຂວງ. ໂດຍໄດ້ປູກແຕ່ປີ 2010, ດ້ວຍຄຸນນະພາບທີ່ຮັບປະກັນ, ໝາກມັງກອນເຊີນລາ ໄດ້ຢັ້ງຢືນເຄື່ອງໝາຍຂອງຕົນ ແລະສົ່ງອອກໄປຍັງຫຼາຍຕະຫຼາດໃນທົ່ວໂລກ, ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງໃຫ້ປະຊາຊົນຢູ່ທີ່ນີ້.

 ໝາກມັງກອນ ເຊີນລາ ໄດ້ສົ່ງໄປຂາຍຢູ່ຕະຫລາດຫລາຍແຫ່ງໃນໂລກ - ảnh 1ດ້ວຍເນື້ອທີ່ ກວ່າ 200 ເຮັກຕາ, ປີນີ້ ສະຫະກອນ ຫງອກຮ່ວາງ ຄາດວ່າເກັບກູ້ໝາກມັງກອນໄດ້ປະມານ 3000 ໂຕນ. ພາບ:  VOV

ໂດຍໄດ້ເຂົ້າເຖິງຕະຫຼາດສົ່ງອອກແຕ່ປີ 2016, ມາຮອດປະຈຸບັນ, ສະຫະກອນຫງອກຮວ່າງ, ເມືອງໄມເຊີນ, ແຂວງເຊີນລາ, ໄດ້ກາຍເປັນຫົວໜ່ວຍທີ່ມີຊື່ສຽງທາງດ້ານການສົ່ງອອກໝາກໄມ້ສົດ. ປະຈຸບັນ, ສະຫະກອນມີເນື້ອທີ່ປູກໝາກມັງກອນກວ່າ 200 ເຮັກຕາ, ໄດ້ຮັບຜົນຜະລິດແມ່ນປະມານ 3.000 ໂຕນ/ປີ. ຜະລິດຕະພັນໝາກມັງກອນເນື້ອແດງຂອງສະຫະກອນໄດ້ສົ່ງອອກໄປຍັງບັນດາຕະຫຼາດຄື: ລັດເຊຍ, ຝຣັ່ງ...

ເພື່ອໃຫ້ໝາກມັງກອນມີມາດຖານຄົບຖ້ວນເພື່ອສົ່ງອອກ, ສະຫະກອນໄດ້ໂຄສະນາໃຫ້ບັນດາສະມາຊິກຄວບຄຸມຂັ້ນຕອນທັງໝົດ, ນັບແຕ່ການໃສ່ປຸ໋ຍຕະຫລອດຮອດການຕັດກິ່ງງ່າເພື່ອສ້າງເປັນຜະລິດຕະພັນທີ່ດີແລະປອດໄພ; ພ້ອມກັນນັ້ນກໍ່ເອົາຕົວຢ່າງແລະກວດກາຄຸນນະພາບຜະລິດຕະພັນ. ໝາກມັງກອນຂອງສະຫະກອນທີ່ສົ່ງອອກໄປຍັງຕະຫຼາດປະເທດຕ່າງໆໄດດຮັບປະກັນມາດຕະຖານລະຫັດພື້ນທີ່ປູກແລະກັກກັນພືດ, ຫຸ້ມຫໍ່ສວຍງາມແລະສະຫມ່ຳສະເຫມີ, ນ້ຳໜັກແຕ່ 350 ກຣາມ/ຫນ່ວຍຂຶ້ນໄປ. ທ່ານນາງຫງວຽນທິຢຸງ, ຮອງຫົວຫນ້າສະຫະກອນຫງອກຮວ່າງ, ແບ່ງປັນວ່າ:

 “ສຳລັບໝາກມັງກອນ, ເພື່ອຮັບປະກັນໄດ້ມາດຖານການສົ່ງອອກແມ່ນຕ້ອງລະອຽດລະອໍຫລາຍແລະຕ້ອງຜ່ານຫຼາຍຂັ້ນຕອນ. ໃນເວລາເກັບກ່ຽວຕ້ອງລະມັດລະວັງບໍ່ໃຫ້ໝາກແຕກ ຫລື ຊ້ຳ, ຫລັງຈາກຜ່ານການລ້າງຄັ້ງທຳອິດ, ລ້າງເພື່ອກວດກາຄັ້ງທີ 2 ແລະກວດກາຄືນເປັນຄັ້ງທີ 3 ແລ້ວເຖິງຂັ້ນຕອນທີ 4ຈຶ່ງສາມາດສົ່ງອອກໄດ້.

ປະຈຸບັນ, ສະຫະກອນຫງອກຮວ່າງພວມສົມທົບກັບບັນດາວິສາຫະກິດນຳເຂົ້າ-ສົ່ງອອກ ທີ່ມີຊື່ສຽງຢູ່ພາຍໃນປະເທດເພື່ອແນະນຳຜະລິດຕະພັນອອກສູ່ຕະຫຼາດສາກົນ. ຫວ່າງມໍ່ໆມານີ້, ການສົ່ງອອກຄັ້ງທີ 3 ໃນປີນີ້ໄດ້ສົ່ງອອກໄປຍັງປະເທດຝຣັ່ງແລະໂຮນລັງດ້ວຍປະລິມານການສົ່ງອອກ 2 ໂຕນ. ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດສົ່ງອອກ, ປະຈຸບັນ, ສະຫະກອນຫງອກຮວ່າງພວມສຸມໃສ່ພັດທະນາເຂດວັດຖຸດິບຢູ່ບັນດາເມືອງຄື: ເມືອງມາຍເຊີນ, ທ້ວນເຈົາ, ອຽນເຈົາ, ມົກເຈົາ, ຊົງມ໊າ ແລະ ໂຊບໂກບ...

ບັນດາເຂດປູກໝາກມັງກອນລ້ວນແຕ່ນຳໃຊ້ບັນດາຂະບວນການຜະລິດປອດສານພິດ, ລະບຽບການປະຕິບັດການຜະລິດກະສິກຳທີ່ດີໃຫ້ແກ່ບັນດາຜະລິດຕະພັນກະເສດ, ສິນໃນນ້ຳຂອງຫວຽດນາມ (VietGap) ແລະມາດຕະຖານການປະຕິບັດກະສິກຳທີ່ດີຂອງໂລກ, (GlobalGAP). ທ່ານໂດ໊ແຢງເຍີດ, ສະມາຊິກສະຫະກອນຫງອກຮວ່າງ,ເມືອງມາຍເຊີນ, ແຂວງເຊີນລາ, ໃຫ້ຮູ້ວ່າ:

 ເພື່ອເວົ້າເຖິງຄຸນນະພາບຂອງໝາກມັງກອນທີ່ສົ່ງອອກນັ້ນ, ຕ້ອງຮັບປະກັນຂັ້ນຕອນເຕັກນິກ. ທໍາອິດແມ່ນຝຸ່ນOganic ;ອັນທີສອງ, ຢາປາບສັດຕູພືດຕ້ອງໃຊ້ຢາຊີວະພາບ.

ດ້ວຍບົດຮຽນປະສົບການໃນຫຼາຍສິບປີແຫ່ງການພັດທະນາຕົ້ນໝາກມັງກອນເນື້ອແດງຢູ່ເຊີນລາ, ສະຫະກອນຫງອກຮວ່າງມີທ່າໄດ້ປຽບຫຼາຍດ້ານໃນການສ້າງຜະລິດຕະພັນທີ່ມີຄຸນນະພາບ, ຕອບສະຫນອງມາດຕະຖານທີ່ເຄັ່ງຄັດຂອງຕະຫຼາດສົ່ງອອກ. ທ່ານຫງວຽນກວາງວິງ, ຫົວຫນ້າສະຫະກອນຫງອກຮວ່າງໃຫ້ຮູ້ວ່າ:

 “ປີນີ້, ສະຫະກອນໄດ້ເຊັນສັນຍາກັບ 5 ຄູ່ຮ່ວມມື, ສະເລ່ຍແຕ່ລະອາທິດສົ່ງອອກໝາກໄມ້ໄປຕາມການຂົນສົ່ງທາງອາກາດແມ່ນ 6 ໂຕນ. ຄາດວ່າ, ຈະສົ່ງອອກໄປຍັງຕະຫລາດຂອງສະຫະພາບເອີລົບ (ອີຢູ) ແລະຕາເວັນອອກກາງໃນປີນີ້ແມ່ນປະມານ 2 ພັນໂຕນ.

 ໝາກມັງກອນ ເຊີນລາ ໄດ້ສົ່ງໄປຂາຍຢູ່ຕະຫລາດຫລາຍແຫ່ງໃນໂລກ - ảnh 2ຫວ່າງແລ້ວນີ້ ສະຫະກອນ ຫງອັກຮ່ວາງ ສົ່ງໝາກມັງກອນປະມານ 2 ໂຕນໄປຍັງ ຝລັ່ງ ແລະ ໂຮນລັງ. ພາບ:  VOV

ປະຈຸບັນ, ແຂວງເຊີນລາມີເນື້ອທີ່ປູກໝາກມັງກອນ 300 ເຮັກຕາທີ່ບັນລຸມາດຕະຖານສົ່ງອອກ,ສ່ວນຫລາຍແມ່ນປູກຢູ່ບັນດາເມືອງຄື: ມາຍເຊີນ, ທ້ວນເຈົາ, ອຽນເຈົາ, ມົກເຈົາ... ດ້ວຍສະມັດຕະພາບສະເລ່ຍ 5.000 ໂຕນ/ປີ. ບັນດາຜະລິດຕະພັນໝາກມັງກອນເຊີນລາໄດ້ຢັ້ງຢືນຄຸນນະພາບ ແລະອິດທິພົນຊື່ສຽງຢູ່ຕະຫຼາດພາຍໃນປະເທດ ແລະສົ່ງອອກໄປຍັງຕ່າງປະເທດຄື: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ລັດເຊຍ... ການສົ່ງອອກໝາກໄມ້ໄປຍັງຕະຫຼາດຂອງປະເທດຕ່າງໆແມ່ນເປົ້າໝາຍຕົ້ນຕໍຊື່ງສະຫະກອນຫຼາຍແຫ່ງຢູ່ເຊີນລາມຸ່ງໄປເຖິງ. ທ່ານເລວັນເຊີນ, ບໍລິສັດຫຸ້ນສ່ວນພູພຽງມົກເຈົາ ໃຫ້ຮູ້ວ່າ:

 “ບາງຕະຫຼາດຫຼັກຂອງບໍລິສັດແມ່ນປະເທດຝຣັ່ງ, ອີຕາລີ, ການາດາ, ແລະໂຮນລັງ. ກ່ຽວກັບໝາກມັງກອນຢູ່ເມືອງມາເຊີນແລ້ວ, ຢູ່ຕະຫຼາດຕ່າງປະເທດເຂົາເຈົ້າໄດ້ເລີ່ມຍອມຮັບ. ກ່ຽວກັບຄຸນນະພາບ, ໝາກມັງກອນ ມາເຊີນ ໄດ້ຮັບການຕີລາຄາສູງ, ບໍລິສັດພວມສືບຕໍ່ໂຄສະນາມາຍັງບັນດາຕະຫຼາດອື່ນໆອີກ.

ພາຍຫຼັງ 7 ປີທີ່ສົ່ງຜະລິດຕະພັນໄປຂາຍຢູ່ຕ່າງປະເທດ,ບັນດາຜະລິດຕະພັນໝາກມັງກອນເນື້ອແດງຂອງ ເຊີນລາສາມາດພິິຊິດໄດ້ບັນດາຕະຫຼາດທີ່ເຄັ່ງຄັດຢູ່ EU ຄືຝະລັ່ງ, ອີຕາລີ, ໂຮນລັງ, ລັດເຊຍ, ຍີ່ປຸ່ນ... ປະກອບສ່ວນຍົກສູງມູນຄ່າໝາກມັງກອນເນື້ອແດງ, ພ້ອມກັນນັ້ນກໍຢືນຢັນເຄື່ອງໝາຍແລະຄຸນນະພາບຜະລິດຕະພັນກະເສດເຊີນລາຢູ່ຕະຫລາດສາກົນ./.

ຕອບກັບ