ເລື່ອງ​ລາວ​ການ startup ຂອງ​ບັນ​ດາ​ແມ່​ຍິງ ຂະ​ແມ

Anh Huyen
Chia sẻ
(VOVWORLD) - ໃນຊຸມປີມໍ່ໆມານີ້, ຢູ່ແຂວງ ຈ່າວິງ ແລະ ແຂວງ ຊອັກຈັງ, ນັບມື້ນັບປະກົດມີແມ່ຍິງຫຼາຍຄົນເປັນເຈົ້າຂອງວິສາຫະກິດ. ດ້ວຍຄວາມຕັດສິນໃຈ, ຫົວຄິດປະດິດສ້າງຂອງຕົນ, ບວກກັບການເຂົ້າຮ່ວມ ແລະ ໃຫ້ກຳລັງໃຈຈາກສະຫະພັນແມ່ຍິງທຸກຂັ້ນ, ບັນດາແມ່ຍິງຢູ່ທີ່ນີ້, ໃນນັ້ນ ມີແມ່ຍິງຫຼາຍຄົນເປັນຊົນເຜົ່າຂະແມ ໄດ້ບືນຕົວຂຶ້ນ, ສ້າງຄວາມຮັ່ງມີ ແລະ ຢັ້ງຢືນບົດບາດຂອງຕົນໃນສັງຄົມ.
ເລື່ອງ​ລາວ​ການ startup ຂອງ​ບັນ​ດາ​ແມ່​ຍິງ ຂະ​ແມ - ảnh 1ເອື້ອຍແທັກທິແທ - ຮາກຖານການຜະລິດປາແຫ້ງ (ພາບ: VOV)

ໂດຍໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ຕາແສງ ດິງອານ, ບ່ອນທີ່ມີທ່າປາໃຫຍ່ສຸດຢູ່ແຂວງ ຈ່າວິງ, ເອື້ອຍແທັກທິແທ (ຊາວເຜົ່າຂະແມ), ຫາກໍ “ທຳມາຄ້າຂຶ້ນ” ໄດ້ 2 – 3 ປີ ມານີ້, ເມື່ອໄດ້ກ້າ startup ດ້ວຍອາຊີບເຮັດປາແຫ້ງຊະນິດຕ່າງໆ. ເອື້ອຍ ແທ ໃຫ້ຮູ້ວ່າ ຮາກຖານເຮັດປາແຫ້ງ ແທ່ງແທ ຂອງເອື້ອຍ ໄດ້ສ້າງຕັ້ງຂຶ້ນນັບແຕ່ປີ 2015, ສ້າງຄວາມໄວ້ວາງໃຈ ແລະ ສ້າງເຄື່ອງໝາຍການຄ້າສະເພາະ. ເອື້ອຍໄດ້ຝາກໃຫ້ໝູ່ເພື່ອນ, ຍາດຕິພີ່ນ້ອງຊີມບັນດາງວດປາແຫ້ງທຳອິດ ແລະ ປະກອບຄຳເຫັນໃຫ້. ຈາກຄຳເຫັນປະກອບຂອງໝູ່ເພື່ອນ ພ້ອມກັບການຊອກຮູ້ສະແຫວງຫາເພີ່ມເຕີມ, ໃນທີ່ສຸດ, ເອື້ອຍກໍມີຫຼັກສູດເອືອບປາສະເພາະຂອງຕົນ. ປັດຈຸບັນ, ສະເລ່ຍແຕ່ລະເດືອນ, ຮາກຖານປາແຫ້ງ ແທ່ງແທ ໄດ້ຈຳໜ່າຍປາແຫ້ງ ແລະ ປາມືກແຫ້ງຊະນິດຕ່າງຫຼາຍກວ່າ 1 ໂຕນ.  ບັນດາຜະລິດຕະພັນປາແຫ້ງຂອງ ເອື້ອຍ ແທ ໄດ້ຮັບຄວາມນິຍົມຫຼາຍ, ໂດຍສະເພາະແມ່ນຢູ່ແຂວງ ຈ່າວິງ ແລະ ນະຄອນ ໂຮ່ຈີມິນ. ເອື້ອຍແທັກທິແທ, ແບ່ງປັນວ່າ:

“ຂ້າພະເຈົ້າຈະເລືອກເອົາປາສົດໆທີ່ຫາກໍຫາມາໄດ້ຈາກທະເລ ເປັນຕົ້ນ ແລະ ຄືແນວນັ້ນ ຈຶ່ງຈະຮັບປະກັນໄດ້ຄຸນນະພາບ ແລະ ຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານ ແລະ ຮັກສາໄວ້ໄດ້ດົນ. ຂ້າພະເຈົ້າເລີ່ມຜະລິດແຕ່ປີ 2015, ແຕ່ໃນເບື້ອງຕົ້ນ, ຂ້າພະເຈົ້າຜະລິດດ້ວຍຈຳນວນໜ້ອຍ, ຫຼັງຈາກນັ້ນ ໄດ້ຮັບການຊ່ວຍເຫຼືອ, ໃຫ້ກຳລັງໃຈຈາກທາງອຳນາດການປົກຄອງຕາແສງ, ຂ້າພະເຈົ້າຈຶ່ງນຳຜະລິດຕະພັນຂອງຕົນໄປວາງຂາຍ, ແນະນຳຢູ່ງານຕະຫຼາດນັດຕ່າງໆ.  2 3 ປີ ມານີ້, ຮາກຖານຂອງຂ້າພະເຈົ້າກໍເຮັດໄດ້ດີພໍສົມຄວນ”.

ເລື່ອງ​ລາວ​ການ startup ຂອງ​ບັນ​ດາ​ແມ່​ຍິງ ຂະ​ແມ - ảnh 2 ເອື້ອຍແທັກທິຢີ  ກໍ່ແມ່ນໜຶ່ງໃນບັນດາແມ່ຍິງຂອງຕາແສງ ທີ່ປະສົບຜົນສຳເລັດໃນການ startup ດ້ວຍອາຊີບເຮັດເຂົ້າຕົ້ມພື້ນເມືອງ (ພາບ: VOV)
ເອື້ອຍແທັກທິຢີ, ຢູ່ຕາແສງເຟຶອກຫາວ, ເມືອງ ເຈົາແທັ່ງ, ກໍ່ແມ່ນໜຶ່ງໃນບັນດາແມ່ຍິງຂອງຕາແສງ ທີ່ປະສົບຜົນສຳເລັດໃນການ startup ດ້ວຍອາຊີບເຮັດເຂົ້າຕົ້ມພື້ນເມືອງ.

ວັດຖຸດິບທີ່ນຳມາໃຊ້ເຮັດເຂົ້າຕົ້ມໃນເມື່ອກ່ອນ ສ່ວນຫຼາຍແມ່ນ ໃບຕອງ, ໝາກກວ້ຍ, ເຂົ້າໜຽວ, ຖົ່ວຂຽວ, ຊີ້ນສາມຊັ້ນ, ນ້ຳມັນໝູ. ແຕ່ປັດຈຸບັນ, ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ, ເອື້ອຍ ຢີ ໄດ້ດັດປັບທັງການຫຸ້ມຫໍ່ ແລະ ປຸງແຕ່ງ, ໃສ່ວັດຖຸດິບໃໝ່ເພີ່ມເຕີມ ແລະ ປະສົມກັບການນຳໃຊ້ຕ່ອງໂສ້ການຜະລິດທີ່ທັນສະໄໝ, ສະນັ້ນ, ເຮັດໃຫ້ຜະລິດຕະພັນເຂົ້າຕົ້ມຂອງເອື້ອຍ ບໍ່ພຽງແຕ່ແຊບນົວ, ງາມຕາເທົ່ານັ້ນ, ຫາກຍັງສາມາດຮັກສາໄດ້ແຕ່ 07 – 10 ມື້ອີກດ້ວຍ, ດົນກວ່າເກືອບເຄິ່ງໜຶ່ງ ເມື່ອທຽບໃສ່່ກ່ອນນີ້. ຍ້ອນໄດ້ຮັບການໜູນຊ່ວຍຈາກບັນດາພະແນກ, ຂະແໜງການ, ອຳນາດການປົກຄອງແຂວງ, ພິເສດແມ່ນສະຫະພັນແມ່ຍິງແຂວງ ຊອັກຈັງ, ເອື້ອຍ ຢີ ໄດ້ເຂົ້າຮ່ວມການວາງຂາຍ, ແນະນຳຜະລິດຕະພັນຢູ່ງານຕະຫຼາດນັດຕ່າງໆ ທັງຢູ່ພາຍໃນ ແລະ ນອກແຂວງ, ສະນັ້ນ ຕະຫຼາດຈຳໜ່າຍຂອງເອື້ອຍກໍນັບມື້ນັບເປັນປົກກະຕິກວ່າ.

ປັດຈຸບັນ, ສະເລ່ຍແຕ່ລະມື້, ຮາກຖານຜະລິດເຂົ້າຕົ້ມ 9 ຢີ ຂອງ ເອື້ອຍ ຢີ ໄດ້ຜະລິດແຕ່ 200 – 300 ອັນ. ສະເພາະໂອກາດບຸນເຕັດ, ຮາກຖານນີ້ໄດ້ຜະລິດແຕ່ 5.000 – 7.000 ອັນ ຕໍ່ມື້. ເຖິງວ່າຜະລິດດ້ວຍຈຳນວນຫຼາຍ, ແຕ່ບັນດາຂອດສຳຄັນ, ຮາກຖານຂອງເອື້ອຍ ກໍຍັງປະຕິບັດຕາມວິທີພື້ນເມືອງ ເພື່ອຮັກສາໄດ້ລົດຊາດເດີມ. ເອື້ອຍ ຢີ ໃຫ້ຮູ້ວ່າ:

“ວັດຖຸດິບສົ້ນເຂົ້າ ຕ້ອງມີແຫຼ່ງທີ່ມາທີ່ຈະແຈ້ງ, ແຮງງານເຮັດວຽກໂດຍກົງກໍຕ້ອງຮັບປະກັນຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານ. ປັດຈຸບັນ, ຮາກຖານຂອງຂ້າພະເຈົ້າ ພວມວາງຄາດໝາຍ ຍົກມູນຄ່າເຄື່ອງໝາຍການຄ້າ, ໃຫ້ບັນລຸມາດຖານຜະລິດຕະພັນ OCOP 4 ດາວ, ພິເສດແມ່ນຮັກສາຈຸດທີ່ເປັນເອກະລັກສະເພາະຂອງເຂົ້າຕົ້ມພື້ນເມືອງ”.

ບັນດາຜົນສຳເລັດໃນວິວັດການ startup ຂອງເອື້ອຍນ້ອງແມ່ຍິງຊາວເຜົ່າ ຂະແມ  ແມ່ນລ້ວນແຕ່ມີການເຂົ້າຮ່ວມ, ການໜູນຊ່ວຍຂອງສະຫະພັນແມ່ຍິງທຸກຂັ້ນ. ນັບແຕ່ປີ 2017 ມາຮອດປັດຈຸບັນ, ສະຫະພັນແມ່ຍິງແຂວງ ຈ່າວິງ ໄດ້ໜູນຊ່ວຍເງິນຈຳນວນກວ່າ 52 ຕື້ດົ່ງ (ກວ່າ 2,1 ລ້ານ USD) ໃຫ້ແມ່ຍິງກວ່າ 1.600 ຄົນ startup ແລະ ດຳເນີນທຸລະກິດ. ພິເສດ, ຈ່າວິງ ໄດ້ສ້າງຕັ້ງສະໂມສອນນັກທຸລະກິດຍິງແຂວງ ສົມທົບກັບ ໂຄງການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ແຂວງ ຈ່າວິງ ຈັດການທັດສະນະສຶກສາ, ແລກປ່ຽນບົດຮຽນ, ປະສົບການໃນການປະຕິບັດຮູບແບບແມ່ຍິງ startup  ຢູ່ບາງແຂວງໃນເຂດ. ທ່ານນາງ ກຽນທິມິງງວຽດ, ປະທານສະຫະພັນແມ່ຍິງແຂວງ ຈ່າວິງ, ໃຫ້ຮູ້ວ່າ:

“ທາງສະຫະພັນຈະສືບຕໍ່ຊີ້ນຳສະຫະພັນທຸກຂັ້ນ ປະຕິບັດບັນດາການເຄື່ອນໄຫວໜູນຊ່ວຍການ startup ໃຫ້ເປັນຢ່າງດີ, ພິເສດແມ່ນບັນດາຮູບແບບທີ່ມີປະສິດທິຜົນ. ໄປຄຽງຄູ່ກັນນັ້ນ, ກໍສືບຕໍ່ສົມທົບກັບບັນດາພະແນກ, ຂະແໜງການ, ໜູນຊ່ວຍເຊື່ອມຕໍ່ລະບົບສະໜອງຜະລິດຕະພັນທີ່ມີກຳລັງບົ່ມຊ້ອນຂອງທ້ອງຖິ່ນ, ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດໂດຍແມ່ຍິງເປັນເຈົ້າຂອງ ສາມາດເປີດກວ້າງຕະຫຼາດ, ຢັ້ງຢືນທີ່ຕັ້ງບົດບາດຂອງແມ່ຍິງໃນຂະບວນວິວັດພັດທະນາເສດຖະກິດ”.

ບັນດາຮູບແບບພັດທະນາເສດຖະກິດໂດຍແມ່ຍິງຊາວເຜົ່າ ຂະແມ ເປັນເຈົ້າຂອງ ໄດ້ສ້າງພາບພົດ startup ທີ່ມີຊີວິດຊີວາຢູ່ແຂວງ ຈ່າວິງ ແລະ ແຂວງ ຊອັກຈັງ. ບັນດາຜົນສຳເລັດຂອງເຂົາເຈົ້າ ໄດ້ສົ່ງແຮງບານດານໃຈໃຫ້ແກ່ຫຼາຍໆຄົນໃນສັງຄົມປະຕິບັດຄວາມຝັນ startup ຂອງຕົນໃນວົງຄະນະຍາດ./.

ຕອບກັບ