ສັນຍາການຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ມີຜົນສັກສິດນັບແຕ່ວັນທີ 1 ມັງກອນປີ 2022. ພາບ:sukien.vn |
ສັນຍາການຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໂດຍແມ່ນ 10 ປະເທດສະມາຊິກອາຊຽນ ໄດ້ລົງນາມກັບບັນດາປະເທດຄູ່ຮ່ວມມືລວມມີ: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ ແລະ ນີວຊີແລນ ໃນວັນທີ15 ພະຈິກ ປີ 2020 ແລະ ມີຜົນສັກສິດຢ່າງເປັນທາງການແຕ່ວັນທີ 1 ມັງກອນ ປີ 2022. ເມື່ອສັນຍາ RCEP ມີຜົນສັກສິດ, ບັນດາຝ່າຍຈະປະຕິບັດຄຳໝັ້ນສັນຍາຂອງຕົນໃນທັນທີ, ໃນນັ້ນມີຄຳໝັ້ນສັນຍາຍົກເວັ້ນພາສີ. ຫວຽດນາມແລະບັນດາປະເທດຄູ່ຮ່ວມມືຈະຍົກເວັ້ນພາສີຢ່າງໜ້ອຍສຸດແມ່ນ 64% ຈຳນວນປະເພດພາສີ ເມື່ອສັນຍາມີຜົນສັກສິດ.
ຮອດທ້າຍວິວັດທະນາການ - ພາຍຫຼັງ 20 ປີ, ຫວຽດນາມຈະຍົກເວັ້ນ ເກືອບ 90% ຈຳນວນປະເພດພາສີໃຫ້ແກ່ບັນດາປະເທດຄູ່ຮ່ວມມື. ໃນຂະນະນັ້ນ, ບັນດາປະເທດຄູ່ຮ່ວມມືຈະຍົກເວັ້ນປະມານ 90 - 92% ຈຳນວນປະເພດພາສີໃຫ້ແກ່ຫວຽດນາມ ແລະ ບັນດາປະເທດສະມາຊິກອາຊຽນ ຈະຍົກເວັ້ນເກືອບທັງໝົດຈຳນວນປະເພດພາສີໃຫ້ແກ່ ຫວຽດນາມ.
ທ່ານ ເຈີນກວກແຄງ, ຮອງລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າ ຫວຽດນາມ. (ພາບ: baodautu.vn) |
ທ່ານ ເຈີນກວກແຄງ, ຮອງລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າ ຫວຽດນາມ ໃຫ້ຮູ້ວ່າ: RCEP ຈະສ້າງເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກ - ກ່ຽວກັບດ້ານຂອບຂະໜາດພົນລະເມືອງ (ດ້ວຍຈຳນວນຜູ້ໃຊ້ສອຍ 2,2 ຕື້ ຄົນ, ກວມເອົາປະມານ 30% ຈຳນວນພົນລະເມືອງໂລກ) ແລະ GDP ກວ່າ 27 ພັນຕື້ USD, ເທົ່າກັບປະມານ 30% GDP ທົ່ວໂລກ.
“ໃນສະພາບການໂລກລະບາດໂຄວິດ - 19 ຜັນແປຢ່າງສັບສົນ, ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ເສດຖະກິດອາຊຽນ ແລະ ທົ່ວໂລກ, ສະນັ້ນ, ບັນດາປະເທດອາຊຽນ ກໍ່ຄື 5 ປະເທດຄູ່ຮ່ວມມື ລ້ວນແຕ່ມີຄວາມຫວັງຢາກໃຫ້ສັນຍາ RCEP ມີຜົນສັກສິດໂດຍໄວໃນຕົ້ນປີ 2022 ເພື່ອຊຸກຍູ້ການຄ້າ ແລະ ການລົງທຶນໃນພາກພື້ນ, ຈາກນັ້ນ ກໍປະກອບສ່ວນເຂົ້າໃນການຟື້ນຟູເສດຖະກິດໃນພາກພື້ນ.”
ຕາມແຜນການແລ້ວ, ລັດຖະບານຫວຽດນາມ ຈະປະກາດໃຊ້ແຜນການເຄື່ອນໄຫວກ່ຽວກັບການຜັນຂະຫຍາຍສັນຍາ RCEP ໂດຍໄວ ແນໃສ່ໜູນຊ່ວຍວິສາຫະກິດ ແລະ ປະຊາຊົນ, ໂດຍສະເພາະແມ່ນປະຊາຄົມວິສາຫະກິດ. ທ່ານ ເລື່ອງຮ່ວາງທາຍ, ຫົວໜ້າກົມການຄ້າຫລາຍຝ່າຍ, ກະຊວງອຸດສາຫະກຳແລະການຄ້າ, ເນັ້ນໜັກວ່າ: ເຖິງວ່າຍັງບໍ່ແມ່ນສັນຍາການຄ້າເສລີລຸ້ນໃໝ່ລະດັບສູງຄື ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຫຼື ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ເອີລົບ (EVFTA)… ກໍ່ຕາມ, ແຕ່ບັນດາກະຊວງ, ຂະແໜງການໄດ້ເລີ່ມຕົ້ນສ້າງບັນດາແນວຄວາມຄິດກ່ຽວກັບແຜນການປະຕິບັດສັນຍາ RCEP ຕັ້ງແຕ່ດົນນານແລ້ວ. ປະຈຸບັນ, ກະຊວງອຸດສາຫະກຳແລະການຄ້າ ໄດ້ລວບລວມ ແລະ ລາຍງານຕໍ່ນາຍົກລັດຖະມົນຕີເພື່ອປະກາດໃຊ້ໂດຍໄວ.
ທ່ານ ເລືອງຮ່ວາງທາຍ, ຫົວຫນ້າກົມນະໂຍບາຍການຄ້າຫລາຍຝ່າຍ, ສັງກັດກະຊວງອຸດສາຫະກຳການຄ້າ ໃຫ້ຮູ້ວ່າ:
“ທຳອິດແມ່ນສະຫນອງຂໍ້ມູນຢ່າງຄົບຖ້ວນໃຫ້ບັນດາເປົ້າໝາຍທີ່ຖືກຜົນກະທົບຈາກສັນຍາ. ທີສອງ ແມ່ນປັບປຸງດ້ານກົດໝາຍ, ລະບົບນະໂຍບາຍ ເຮັດແນວໃດເພື່ອນຳເອົາຄວາມສະດວກທີ່ສຸດມາໃຫ້ວິສາຫະກິດ ເພື່ອສາມາດຕອບສະຫນອງຄວາມຕ້ອງການແກ່ງແຍ້ງໃນສະພາບການໃຫມ່. ທີສາມ ແມ່ນບັນດາມາດຕະການເພື່ອຫນູນຊ່ວຍຍົກສູງກຳລັງຄວາມສາມາດແກ່ງແຍ້ງໃຫ້ແກ່ວິສາຫະກິດ ແລະ ມີບັນດາມາດຕະການເພື່ອສາມາດຊ່ວຍພວກເຮົາຮັບຂໍ້ມູນຈາກວິວັດການດຳເນີນທຸລະກິດເພື່ອໃຫ້ຈາກນັ້ນສາມາດເຂົ້າຮ່ວມບັນດາກົນໄກຮ່ວມມືໃນສັນຍາ RCEP ຢ່າງມີປະສິດທິຜົນ”
ຍ້ອນມີຄວາມກົມກຽວໃນຂໍ້ກຳນົດຕົ້ນກຳເນີດສິນຄ້າໃນສັນຍາ RCEP, ສິນຄ້າສົ່ງອອກຂອງ ຫວຽດນາມ ອາດຈະເພີ່ມຄວາມສາມາດຕອບສະຫນອງເງື່ອນໄຂເພື່ອຊົມໃຊ້ບຸລິມະສິດພາສີ ຍ້ອນແຫລ່ງສະຫນອງວັດຖຸດິບສົ້ນເຂົ້າ ສ່ວນຫລາຍແມ່ນນອນໃນບັນດາຕະຫລາດພາກພື້ນ RCEP. ຈຸດແຕກຕ່າງອີກຂອງສັນຍານີ້ ນັ້ນແມ່ນ ແທນທີ່ 5 ສັນຍາ FTA ລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື ຊື່ງຫວຽດນາມ ໄດ້ປະຕິບັດກ່ອນນີ້, ປະຈຸບັນ ສັນຍາສະບັບນີ້ ໄດ້ສ້າງປະມວນຂໍ້ກຳນົດຕົ້ນກຳເນີດສິນຄ້າທີ່ມີຄວາມກົມກຽວກວ່າ.
ພ້ອມກັນນັ້ນ ກໍມີຫລາຍກາລະໂອກາດເປີດອອກພາຍຫລັງສັນຍາດັ່ງກ່າວມີຜົນສັກສິດ, ຊື່ງສິນໃນນ້ຳແມ່ນຫນຶ່ງໃນບັນດາຂະແຫນງທີ່ໄດ້ຮັບການຕີລາຄາວ່າ ມີກຳລັງແຮງພຽງພໍເພື່ອແກ້ງແຍ່ງ ແລະ ສາມາດແຊກຊຶມຢ່າງແຮງເຂົ້າຕະຫລາດບັນດາຄູ່ຮ່ວມມື RCEP.
ປະຈຸບັນ ກະຊວງອຸດສາຫະກຳ ການຄ້າ ໄດ້ລວບລວມ ແລະ ລາຍງານຕໍ່ນາຍົກລັດຖະມົນຕີ ເພື່ອປະກາດໃຊ້ແຜນການເຄື່ອນໄຫວ, ໃນນັ້ນ ຈະສຸມໃສ່ສະຫນອງຂໍ້ມູນໃຫ້ແກ່ບັນດາເປົ້າໝາຍທີ່ອາດຈະຖືກຜົນກະທົບຈາກສັນຍາ ພ້ອມທັງ ສະເຫນີການປັບປຸງດ້ານນິຕິກຳ, ນະໂຍບາຍຕາມທິດສະດວກທີ່ສຸດໃຫ້ແກ່ວິສາຫະກິດ, ຜ່ານນັ້ນ ກໍສາມາດຕອບສະຫນອງຄວາມຕ້ອງການແກ້ງແຍ່ງໃນສະພາບການໃຫມ່. ນອກນັ້ນ ເລື່ອງປະຕິບັດສັນຍາ ຈະວາງອອກບັນດາມາດຕະການເພື່ອຫນູນຊ່ວຍຍົກສູງກຳລັງຄວາມສາມາດແກ່ງແຍ້ງໃຫ້ແກ່ວິສາຫະກິດ ແລະ ມີບັນດາມາດຕະການເພື່ອສາມາດຮັບເອົາຂໍ້ມູນຈາກວິວັດການດຳເນີນທຸລະກິດ, ຈາກນັ້ນ ກໍສາມາດເຂົ້າຮ່ວມບັນດາກົນໄກຮ່ວມມືໃນສັນຍາຢ່າງມີປະສິດທິຜົນ.