ສັນຍາລັກແຫ່ງການຮ່ວມມືດ້ານເສດຖະກິດ ລະຫວ່າງ ຫວຽດນາມ ແລະ ສິງກະໂປ

Chia sẻ
ເຂດ​ອຸດສາຫະກຳ ຫວຽດນາມ - ສິງກະ​ໂປ (VSIP) ​ ໄດ້ຮັບ​ການ​ສ້າງ​ຕັ້ງ​​ຢ່າງ​ເປັນ​ທາງ​ການເມື່ອ​ເດືອນ 02/1996 ໂດຍ​ອີງ​​ໃສ່​ແນວ​ຄວາມ​ຄິດ​ຂອງ​ອະດີດ​ນາຍົກລັດຖະມົນຕີ ຫວໍ​ວັນ​ກຽດ ​ແລະ ອະດີດ​ນາຍົກລັດຖະມົນຕີ ສິງກະ​ໂປ Goh Chok Tong

(vovworld) -  ເຂດ​ອຸດສາຫະກຳ ຫວຽດນາມ - ສິງກະ​ໂປ (VSIP) ​ ໄດ້ຮັບ​ການ​ສ້າງ​ຕັ້ງ​​ຢ່າງ​ເປັນ​ທາງ​ການເມື່ອ​ເດືອນ 02/1996 ໂດຍ​ອີງ​​ໃສ່​ແນວ​ຄວາມ​ຄິດ​ຂອງ​ອະດີດ​ນາຍົກລັດຖະມົນຕີ ຫວໍ​ວັນ​ກຽດ ​ແລະ ອະດີດ​ນາຍົກລັດຖະມົນຕີ ສິງກະ​ໂປ Goh Chok Tong. ​ ຜ່ານ​ໄລຍະ​​ເກືອບ 20 ປີ​ແຫ່ງ​ກາ​ນສ້າງ​ຕັ້ງ ​ແລະ ພັດທະນາ, VSIP ​ແມ່ນ​ຫນຶ່ງ​ໃນ​ບັນດາເຂດ​ອຸດສາຫະກຳ​ເຄື່ອນ​ໄຫວ​ປະສິດທິ​ຜົນ​ຢູ່ ຫວຽດນາມ ​ແລະ ກາຍ​ເປັນ​ສັນຍາ​ລັກ​ແຫ່ງການ​ຮ່ວມ​ມື​ລົງທຶນສຳ​ເລັດຜົນ ລະຫວ່າງ ຫວຽດນາມ ​ແລະ ສິງກະ​ໂປ​.

ສັນຍາລັກແຫ່ງການຮ່ວມມືດ້ານເສດຖະກິດ ລະຫວ່າງ  ຫວຽດນາມ ແລະ ສິງກະໂປ - ảnh 1
ເຂດ​ອຸດສາຫະກຳ ຫວຽດນາມ - ສິງກະ​ໂປ (VSIP)
ພາບ:TTXVN

        ເຂດ​ອຸດສາຫະກຳ ຫວຽດນາມ - ສິງກະ​ໂປ (VSIP) ນອນ​ໃນ​ເຂດ​ສາມຫລ່ຽມ​ເສດຖະກິດ​ຈຸດ​ສຸມ​ທາງ​ພາກ​ໃຕ້ຫວຽດນາມ (ຊຶ່ງລວມມີ ນະຄອນ​ໂຮ່ຈິ​ມິ​ນ, ບ່າ​ເຣ້ຍ ຫວູງ​ເຕົາ ​ແລະ ບິ່ງ​ເຢືອງ). ນີ້​ແມ່ນ​ ເຂດ​ອຸດສາຫະກຳ​ມີ​ທີ່​ຕັ້ງ​ສະດວກ, ຫ່າງ​ຈາກ​ນະຄອນ​ໂຮ່ຈິ​ມິນ​ພຽງ 17 ກິ​ໂລ​ແມດ, ມໍ່​ກັບ​ທ່າ​ກຳ​ປັ່ນ​ທະ​ເລ ​ແລະ ສະຫນາມ​ບິນ​ສາກົນ, ສະ​ນັ້ນ ​ໄດ້​ຊ່ວຍ​ໃຫ້​ບັນດາ​ນັກ​ລົງທຶນ​ສຳ​ພັດ​ກັບ​ພື້ນຖານ​ໂຄງ​ລ່າງ​ພັດທະນາ​ຂອງ​ນະຄອນ ພ້ອມ​ກັບ​ບັນດາ​ບໍລິການ​ອື່ນ​ຢ່າງ​ສະດວກ. ດ້ວຍ​ເນື້ອ​ທີ່​​ວາງ​ແຜນ​ກຳນົດໃນ​ເບື້ອງ​ຕົ້ນ​ແມ່ນ 500 ​ເຮັກຕາ ຢູ່ ​ເທດສະບານ ​ທ້ວນອານ ​ແຂວງ ບິ່ງ​ເຢືອງ, ຫລັງ​ຈາກ​ນັ້ນ​ເຂດ​ອຸ​ດສາ​ຫະກຳ​ແຫ່ງ​ນີ້​ໄດ້​ຮັບ​ການ​ເປີດ​ກວ້າງ​ຕື່ມ​ອີກ​ເກືອບ 500 ​ເຮັກຕາຢູ່​ບິ່ງ​​ເຢືອງ. ​ໄລຍະ​ທຳ​ອິດ​ແຫ່ງ​ການ​ສ້າງ​ຕັ້ງ​, ເຂດ​ອຸດສາຫະກຳ ຫວຽດນາມ - ສິງກະ​ໂປ ປະສົບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ ຍ້ອນ​ພື້ນຖານ​ເສດຖະກິດ ຫວຽດນາມ ພວມ​ຢູ່​ໃນ​ໄລຍະ​ຕົ້ນ​​ແຫ່ງການ​ເປີດ​ປະຕູ, ສະ​ນັ້ນ ​ເລື່ອງ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ຍັງ​ຈຳກັດ​ນັບ​ທັງ​ປະລິມານ​ແລະ ຄຸນນະພາ​ບ, ​ຂະ​ແຫນງ​ອາຊີບ, ຂົງ​ເຂດ​ລົງທຶນ. ​ແຕ່​ຍ້ອນ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ຈາກ​ລັດຖະບານ ຫວຽດນາມ ​ແລະ ສິງກະ​ໂປ, ບໍລິສັດ​ຮ່ວມ​ທຸລະ​ກິດ​ລົງທຶນ​ກໍ່ສ້າງ​ເຂດ​ອຸດສາຫະກຳ​ລະຫວ່າງ​ບັນດາ​ຄູ່​ຮ່ວມ​ມື​ພາຍ​ໃນ ​ແລະ ຕ່າງປະ​ເທດ​​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ. ນີ້​ແມ່ນ​ບັນດາ​ກຸ່ມ​ບໍລິສັດ​ທີ່ມີ​ອິດ​ທິພົນ​ຊື່​ສຽງ​, ມີ​ບົດຮຽນ​ໃນ​ຂົງ​ເຂດ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ​ແລະ ອະສັງຫາລິມະ​ຊັບ ຊື່​ງລວມມີ: ບໍລິສັດ​ໃຫຍ່​ລົງທຶນ ​ແລະ ພັດທະນາ Becamex (ບິ່ງ​ເຢືອງ) ​ແລະ ບັນດາ​ບໍລິສັດ​ໂດຍ​ແມ່ນ​ກຸ່ມ​ບໍລິສັດ Sembcorp Development (ສິງກະ​ໂປ) ນຳ​ຫນ້າ. ​ໃນ​ຈຸດ​ເວລາ​ນັ້ນ, ​ແຂວງ ​ບິ່ງ​ເຢືອງ​ໄດ້​ກຳນົດ​ວ່າ ການ​ກໍ່​ສ້າງ ​ແລະ ພັດທະນາ​ ເຂດ​ອຸດສາຫະກຳ ຫວຽດນາມ - ສິງກະ​ໂປ ​ແມ່ນ​ກາລະ​ໂອກາດ​ສຳຄັນ​ເພື່ອ​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ເສ​ດຖະກິດ​ສັງຄົມ, ຫັນປ່ຽນ​ອົງ​ປະກອບ​ເສດຖະກິດ, ຍູ້​ແຮງ​ການ​ດຶງ​ດູດ​ລົງທຶນ​ໃຫ້​ແກ່​ແຂວງ ບິ່ງ​ເຢືອງ. ນອກ​ນັ້ນ ​ແຂວງ ບິ່ງ​ເຢືອງກໍ​ຖື​ວ່າ ນີ້​ແມ່ນ​ເງື່ອນ​ໄຂ​ເພື່ອ​ໃຫ້​ຄູ່​ຮ່ວມ​ມື​ຝ່າຍ ຫວຽດນາມ ມີ​ເງື່ອນ​ໄຂ​ສຳ​ພັດ​ກັບ​ເຕັກ​ໂນ​ໂລ​ຊີ ​ແລະ ບົດຮຽນ​ໃນ​ການ​ກໍ່ສ້າງ, ຄຸ້ມ​ຄອງ, maketing, ດຶງ​ດູດ​ການ​ລົງທຶນ​​ໃນລະດັບ​ສາກົນ​ຈາກ​ບັນດາ​ຄູ່​ຮ່ວມ​ມື ສິງກະ​ໂປ. ທ່ານ            ບູ່​ຍມີນຈີ,​ ຮອງ​ຫົວຫນ້າ​ຄະນະ​ຄຸ້ມ​ຄອງ​ບັນດາ​ເຂດ​ອຸດສາຫະກຳ ​ແຂວງ ບິ່ງ​ເຢືອງ ​ໃຫ້​ຮູ້​ວ່າ:

        “ບັນດາ​ນັກ​ຄຸ້ມ​ຄອງ​ຂອງ ສິງກະ​ໂປ ​ໄດ້​ສົມທົບ​ກັບ ຫວຽດນາມ ສະ​ນັ້ນ ມາດ​ຕະຖານ​ການວາງ​ແຜນ​ກຳນົດ​ຂອງ ເຂດ​ອຸດສາຫະກຳ ຫວຽດນາມ - ສິງກະ​ໂປ ​ແມ່ນ​ທັນ​ສະ​ໄຫມ​ກວ່າ​ໝູ່​ໃນ​ທົ່ວ​ປະ​ເທດ. ທີ​ສອງ ຄະນະ​ຄຸ້ມ​ຄອງ​ເຂດ​ອຸດສາຫະກຳ​ຕັ້ງ​ຢູ່​ເຂດ​ອຸດສາຫະກຳ​​, ສະ​ນັ້ນ ການ​ແກ້​ໄຂ​ບັນດາ​ລະບຽບ​ການ​ບໍລິຫານ​ແມ່ນ​ວ່ອງ​ໄວ.”

        ມາ​ຮອດ​ປະຈຸ​ບັນ, ເຂດ​ອຸດສາຫະກຳ ຫວຽດນາມ - ສິງກະ​ໂປ (VSIP) ​ໄດ້​ດຶງ​ດູດ 356 ​ໂຄງການ​ທີ່​ມີ​​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ (FDI) ດ້ວຍ​ຍອດ​ຈຳນວນ​ທຶນ​ 3,7 ຕື້ USD ​ແລະ 16 ​ໂຄງການ​ພາຍ​ໃນ​ປະ​ເທດ​ລົງທຶນ​ເຂົ້າ​ເຂດ​ນີ້​ດ້ວຍ​ຍອດຈຳນວນ​ທຶນ​ຈົດ​ທະບຽນ​ເກືອບ 2000 ​ຕື້​ດົ່ງ. ຍອດ​ລາຍ​ຮັບ​ທີ່​ເຂດ​ອຸດສາຫະກຳ​ດັ່ງກ່າວ​ບັນລຸ​ໄດ້​ກວ່າ 16 ຕື້ USD, ມອບ​ເຂົ້າງົບປະມານ​ແຫ່ງ​ລັດ​ເກືອບ 370 ລ້ານ USD ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ 102.000 ຄົນ.​ ສະ​ເພາະ​ປີ​ນີ້, ​ໄລ່​ໝົດ​ເດືອນ 8, ເຂດ​ອຸດສາຫະກຳ ຫວຽດນາມ - ສິງກະ​ໂປ (VSIP) ​ດຶງ​ດູດ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ​ໄດ້​ 600 ລ້ານ USD. ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ວິ​ສາ​ຫະກິດ​ສ້າງ​ລາຍ​ຮັບ​ກວ່າ 2,5 ຕື້ USD, ​ແກ້​ໄຂ​ວຽກ​​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງາມ​ຕື່ມ​ອີກ 4000 ຄົນ. ທ່ານ Hoshino Toshiyuki ຜູ້ອຳນວຍການ​ໃຫຍ່​ບໍລິສັດ BECAMEX TOKYU ຈຳກັດ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະເຈົ້າໄດ້​ຮັບ​ການ​ຫນູນ​ຊ່ວຍ​ຫລາຍ​ຢ່າງ​ຈາກ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບິ່ງ​ເຢືອງ.​ ນັບ​ແຕ່​ເມື່ອ​ພວກ​ຂ້າພະ​ເຈົ້າ​ລົງທຶນ​ເຂົ້າ​​​​ແຫ່ງ​ນີ້, ລະບຽບ​ການ​ຕ່າງໆ​ລ້ວນ​ແຕ່​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ຂະ​ແຫນງ​ການ​ກ່ຽວຂ້ອງ. ​ເມື່ອ​ພວກ​ຂ້າພະ​ເຈົ້າ​ຜັນ​ຂະຫຍາຍ​ແຜນ​ຮ່າງ​ໃຫມ່​ຈຳນວນ​ຫນຶ່ງ​ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຊ່ວຍ​ເຫລືອ​ຈາກ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ແລະ ກຸ່ມ​ບໍລິສັດ BECAMEX TOKYU. ນັ້ນ​ແມ່ນ​ສິ່ງສະດວກ​ຂອງ​ພວກ​ຂ້າພະ​ເຈົ້າ.”

ສັນຍາລັກແຫ່ງການຮ່ວມມືດ້ານເສດຖະກິດ ລະຫວ່າງ  ຫວຽດນາມ ແລະ ສິງກະໂປ - ảnh 2
ທ່ານນາຍົກລັດຖະມົນຕີ  ຫວຽດນາມ Nguyen Tan Dung ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ ຫລີຊຽນຫລົງ
ພາບ: internet

        ຜ່ານ​ວິວັດທະນາ​ການ​ແຫ່ງ​ການ​ພັດທະນາ, ເຂດ​ອຸດສາຫະກຳ ຫວຽດນາມ - ສິງກະ​ໂປ (VSIP) ກໍ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ແບບຢ່າງ​ໃນ​ການ​ຮັບປະກັນ​ສິ່ງ​ແວດ​ລ້ອມ. ລະບົບ​ບຳບັດ​ນ້ຳ​ສິ່ງ​​ເສດ​ເຫລືອ ​ຢູ່​ທີ່​ນີ້​​ແມ່ນທັນ​ສະ​ໄຫມ, ບໍ່​ໃຫ້​ເກີດ​ສະພາບ​ປ່ອຍ​ສິ່ງ​ເສດ​ເຫລືອ​ອອກ​ສູ່​ສິ່ງ​ແວ​ດລ້ອມ​ໂດຍ​ກົງ​. ​ໃນ​ສະພາບ​ເສດຖະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ແຕ່​ບັນດາ​ວິ​ສາ​ຫະກິດ​ຢູ່​ທີ່​ນີ້​ຍັງ​ຄົງ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ, ຮັບປະກັນ​ວຽກ​ເຮັດ​ງານ​ທຳ, ສະ​ນັ້ນ ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ກຳມະກອນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ທ່ານ ຫງວຽນ​ແທ່ນ​ຈູງ, ຫົວຫນ້າ​ຫ້ອງການ​ຮ່ວມ​ມື​ລົງທຶນ, ຄະ​ນະ​ຄຸ້ມ​ຄອງ​ເຂດ​ ເຂດ​ອຸດສາຫະກຳ ຫວຽດນາມ - ສິງກະ​ໂປ (VSIP) ​ໃຫ້​ຮູ້​ວ່າ:

        “ ຍາມ​​ໃດຄະນະ​ຄຸ້ມ​ຄອງ​ກໍ​ຮັບ​ຟັງ​ຄວາມ​ຫຍຸ້ງຍາກ​ຂອງ​ວິ​ສາ​ຫະກິດ ​ແລະ ພົບ​ປະ​ກັບ​ເຂົາ​ເຈົ້າ​ເປັນ​ປະຈຳ. ຈາກ​ນັ້ນ ຈຶ່ງ​ກຳ​ໄດ້​ສະພາບ​ຄວາມ​ຫຍຸ້ງຍາກ​ຂອງ​ເຂົາ​ເຈົ້າ​ເພື່ອ​ມີ​ມາດ​ຕະການ​ແກ້​ໄຂ​ຢ່າງ​ທັນ​ການ. ຕົວຢ່າງ​ຄື: ຫວ່າງ​ແລ້ວ​ນີ້​ປະຕິບັດ​ມະຕິ​ເລກ​ທີ 13 ຂອງ​ລັດຖະບານ ​ແລະ ມະຕິ​ຕົກລົງເລກທີ 29 ຂອງ​ສະພາ​ແຫ່ງ​ຊາດ, ພວກ​ຂ້າພະ​ເຈົ້າ​ກໍ​ສົມທົບ​ກັບ​ບັນດາ​ອົງການ​ພາສີ, ສ່ວຍສາ​ອາກອນ, ທະນາຄານ​ແຫ່ງ​ລັດ ​ເຊີນ​ບັນດາ​ວິ​ສາ​ຫະກິດ​ມາເຜີຍ​ແຜ່​ຂໍ້​ກຳນົດ ​ແລະ ນະ​ໂຍບາຍ​ບຸລິມະສິດ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກໃຫ້​ເຂົາ​ເຈົ້າ​​ໃນ​ການ​ໝູນ​ໃຊ້.”

        ມາ​ຮອດ​ປະຈຸ​ບັນ, ​ເຂດ​ອຸດສາຫະກຳ ຫວຽດນາມ - ສິງກະ​ໂປ ກາຍ​ເປັນ​ຫນຶ່ງ​ໃນ​ບັນດາ​ຮູບ​ແບບ​ການ​ເຄື່ອນ​ໄຫວ​ສຳ​ເລັດ​ຜົນ​ຢູ່ ຫວຽດນາມ, ປະກອບສ່ວນ​ສ້າງພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ຊາດ​​ໃຫ້​ນັບ​ມື້​ນັບ​ພັດທະນາ​ ​ໃນ​ວິວັດທະນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ທົ່ວ​ໂລກ ​ແລະ ​ແມ່ນ​ສັນຍາ​ລັກ​ແຫ່ງ​ນ້ຳ​ໃຈ​ມິດຕະພາບ​, ການ​ຮ່ວມ​ມື​ດ້ານເສດຖະກິດ​ທີ່ມີ​ປະສິດທິ​ຜົນ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ - ສິງກະ​ໂປ.

ໂຕ​ຕວນ

ຕອບກັບ