ລ່າວກາຍ ພັດທະນາການທ່ອງທ່ຽວມີລັກສະນະຍືນຍົງ

Manh Phuong - Anh Huyen
Chia sẻ
(VOVWORLD) -ລ່າວກາຍ ແມ່ນແຂວງ ພູດອຍ, ຢູ່ເຂດຊາຍແດນ ໄຕບັກ(ຕາເວັນຕົກສ່ຽງເຫນືອ) ຫວຽດນາມ, ມີທ່າໄດ້ປຽບຫລາຍຢ່າງເພື່ອພັດທະນາການທ່ອງທ່ຽວຄື: ດິນຟ້າອາກາດ, ຊັບພະຍາກອນທຳມະຊາດ, ສີສັນວັດທະນະທຳທີ່ເປັນເອກະລັກ. ລ່າວກາຍ ໄດ້ຕ້ອນຮັບນັກທ່ອງທ່ຽວກວ່າ 3,5 ລ້ານເທື່ອຄົນ, ເທົ່າກັບ 41,6% ແຜນການທີ່ວາງອອກໃຫ້ທັງປີ. ບັນລຸໄດ້ໝາກຜົນຄືດັ່ງກ່າວແມ່ນຍ້ອນວິທີເຮັດທີ່ມີຫົວຄິດປະດິດສ້າງ, ປະສິດທິຜົນຂອງບັນດາຫົວຫນ່ວຍເຮັດການບໍລິການທ່ອງທ່ຽວ, ພິເສດ ແມ່ນຂອງວົງຄະນາຍາດຊຸມຊົນ.
ລ່າວກາຍ ພັດທະນາການທ່ອງທ່ຽວມີລັກສະນະຍືນຍົງ - ảnh 1Homestay ສວຍງາມສະອາດຫລາຍແຫ່ງຢູ່ ລ່າວກາຍ. ພາບ:VOV

 ເມືອງ ບັກຮ່າ ແຂວງ ລ່າວກາຍ ມີກວ່າ 100 ບ່ອນພັກເຊົາ ຕອບສະຫນອງໃຫ້ນັກທ່ອງທ່ຽວປະມານ 3.000 ຄົນມາພັກ/1 ວັນ 1 ຄືນ.

Homestay ຂອງຄອບຄົວອ້າຍ ຫວ່າງວັນເຕີນ ບ້ານ ນາລໍ ຕາແສງ ຕ່າຈ໋າຍ ເມືອງ ບັກຮ່າ ມີບົດຮຽນປະສົບການເຮັດທຸລະກິດທ່ອງທ່ຽວມາເປັນເວລາຫລາຍປີ ດ້ວຍເຮືອນຮ້ານທີ່ເປັນມູນເຊື້ອຂອງຊາວເຜົ່າໄຕ່ ສາມາດຕ້ອນຮັບນັກທ່ອງທ່ຽວມາພັກເຊົາປະມານ 60 ຄົນ.ພ້ອມກັບບັນດາບໍລິການກິນດື່ມໄປພ້ອມ, Homestayນີ້ຍັງຈັດຕັ້ງການເຄື່ອນໄຫວດຳເນີນຊີວິດດ້ານວັດທະນະທຳພື້ນເມືອງອັນດູດດື່ມຫລາຍຢ່າງອີກດ້ວຍ. ອ້າຍ ຫວ່າງວັນເຕີນ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າທຳຄວາມສະອາດ ປະດັບປະດາເຮືອນຊານ ພ້ອມທັງຍົກລະດັບເຄື່ອງໃຊ້ໃນຄອບຄົວກໍ່ຄືພື້ນຖານໂຄງລ່າງຂອງເຮືອນຂຶ້ນ ເພື່ອຕ້ອນຮັບນັກທ່ອງທ່ຽວໃຫ້ດີກ່ວາ. ນັກທ່ອງທ່ຽວມານີ້ໄດ້ເຊື່ອມຕົວກັບວັດທະນະທຳ ແລະ ໄດ້ຮັບປະທານບັນດາເຍື່ອງອາຫານຫລັກຂອງທ້ອງຖິ່ນ”.

ເພື່ອດຶງດູດນັກທ່ອງທ່ຽວ, ບັນດາທ້ອງຖິ່ນຢູ່ ແຂວງ ລ່າວກາຍ ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງ, ເຫດການວັດທະນະທຳ, ງານບຸນທີ່ເປັນເອກະລັກ. ວຽກງານສົ່ງເສີມ, ໂຄສະນາການທ່ອງທ່ຽວໄດ້ຮັບຄວາມເອົາໃຈໃສ່ດ້ວຍບັນດາເປົ້າໝາຍ, ມາດຕະການຄົບຊຸດ, ມີລັກສະນະບຸກທະລຸ. ທ່ານ ບູ່ຍວັນວິງ, ຫົວຫນ້າຫ້ອງການວັດທະນະທຳ ແລະ ຖະແຫລງຂ່າວ ເມືອງ ບັກຮ່າ ແຂວງ ລ່າວກາຍ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າມີທັດສະນະວ່າ ບໍ່ແມ່ນເຮັດໄດ້ທຸກຢ່າງເພື່ອຕ້ອນຮັບນັກທ່ອງທ່ຽວ ຫາກຕ້ອງຕ້ອນຮັບນັກທ່ອງທ່ຽວດ້ວຍຄຸນນະພາບ ເພື່ອໃຫ້ນັກທ່ອງທ່ຽວມາຢ້ຽມຢາມເທື່ອຫນຶ່ງຈະຄິດຮອດເພື່ອກັບຄືນໄປອີກຄັ້ງ. ເພື່ອຕ້ອນຮັບນັກທ່ອງທ່ຽວ ພວກຂ້າພະເຈົ້າມີຫລາຍມາດຕະການຄື: ສົ່ງເສີມບັນດາຄອບຄົວເຮັດການບໍລິການ Homestay, ພິເສດ ແມ່ນບັນດາຄອບຄົວຫາກໍ່ເຮັດ ໃຫ້ເຂົາເຈົ້າໄປທັດສະນະສຶກສາບັນດາຮູບແບບຢູ່ເມືອງຕ່າງໆໃນຫລື ຕ່າງແຂວງ”.

ເພື່ອຍົກສູງຄຸນນະພາບການທ່ອງທ່ຽວ, ໄລຍະຜ່ານມາ ທຸກຂັ້ນ, ຂະແຫນງການ ຢູ່ແຂວງ ລ່າວກາຍ ໄດ້ຍູ້ແຮງການໂຄສະນາ, ຍົກສູງຄວາມຮັບຮູ້, ປ່ຽນໃຫມ່ຈິນຕະນາການຂອງຊຸມຊົນ, ຫົວຫນ່ວຍເຮັດທຸລະກິດທ່ອງທ່ຽວກ່ຽວກັບການພັດທະນາການທ່ອງທ່ຽວຕາມທິດມີຄວາມຮັບຜິດຊອບ, ປົກປັກຮັກສາສິ່ງແວດລ້ອມຊີວະພາບ, ສ້າງສະພາບແວດລ້ອມການທ່ອງທ່ຽວສິວິໄລ. ທ່ານ ໂດ໋ວັນເຕີນ, ຮອງປະທານ ຄະນະກຳມະການປະຊາຊົນ ຕາແສງ ຊາປາ ໃຫ້ຮູ້ວ່າ:

 “ເທດສະບານ ຊາປາ ໄດ້ເປັນເອກະພາບກັບສະຫະສະມາຄົມທ່ອງທ່ຽວ, ບັນດາອົງການຄຸ້ມຄອງຢູ່ເທດສະບານ, ກ່ອນອື່ນໝົດຕ້ອງກະກຽມທຸກເງື່ອນໄຂກ່ຽວກັບບ່ອນພັກເຊົາ, ກິນດື່ມ, ຄວາມປອດໄພ... ພິເສດ, ຮັບປະກັນດ້ານຄົມມະນາຄົມ ແລະ ສຸຂະອະນາໄມຄວາມປອດໄພດ້ານອາຫານ”.

ລ່າວກາຍ ພັດທະນາການທ່ອງທ່ຽວມີລັກສະນະຍືນຍົງ - ảnh 2ຍາມເຊົ້າຢູ່ ຊາປາ. ພາບ:VOV

ຂະແຫນງທ່ອງທ່ຽວ ລ່າວກາຍ ໄດ້ຍົກສູງປະສິດທິຜົນຜ່ານບັນດາການເຄື່ອນໄຫວຮ່ວມສຳພັນ, ຮ່ວມມືພັດທະນາການທ່ອງທ່ຽວຢູ່ພາຍໃນ ແລະ ສາກົນຄື: ໂຄງການຮ່ວມມືແລວເສດຖະກິດ 5 ແຂວງ, ນະຄອນ ລ່າວກາຍ, ຮ່າໂນ້ຍ, ຫາຍຟ່ອງ, ກວ໋າງນິງ ແລະ ຢູນຫນານ (ຈີນ); ໂຄງການຮ່ວມມືພັດທະນາການທ່ອງທ່ຽວ 8 ແຂວງ ຢູ່ ໄຕບັກ ເປີດກວ້າງ ແລະ ນະຄອນ ໂຮ່ຈີມິນ... ໂຄງການຮ່ວມມືກັບເຂດ Nouvelle Aquitane(ຝລັ່ງ). ພ້ອມກັນນັ້ນ ລ່າວກາຍ ກໍ່ພວມຜັນຂະຫຍາຍຫລາຍຜະລິດຕະພັນການທ່ອງທ່ຽວອື່ນອີກ. ທ່ານ ລ້າຍຫວູຫຽບ, ຮອງຫົວຫນ້າພະແນກທ່ອງທ່ຽວແຂວງ ລ່າວກາຍ ຊີ້ແຈງວ່າ:

“ໄລຍະຈະມາເຖິງ ພວກຂ້າພະເຈົ້າຈະມີການເຄື່ອນໄຫວຫລາຍຢ່າງເພື່ອດຶງດູດນັກທ່ອງທ່ຽວ. ນັ້ນແມ່ນ ເມືອງ ບັກຮ່າ ຈັດຕັ້ງ Festivalເຂດພູພຽງເມກຂາວ, ມຸ່ງໄປເຖິງຈະພັດທະນາການທ່ອງທ່ຽວຢູ່ ຊາປາ,ອີຕີ, ບາດຊາດ... ຂຸດຄົ້ນຄວາມງາມຂອງຈອມພູ ແລະ ນ້ຳຕົກຕາດ. ພວກຂ້າພະເຈົ້າເປັນເສນາທິການໃຫ້ແຂວງ ກໍ່ສ້າງການທ່ອງທ່ຽວຊຸມຊົນ, ທ່ອງທ່ຽວເປັນມິດກັບສິ່ງແວດລ້ອມ ມຸ່ງໄປເຖິງຍົກສູງຄຸນນະພາບການທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ. ມີມາດຕະການຫນຶ່ງອີກແມ່ນຈັດຕັ້ງງານຕະຫລາດນັດທ່ອງທ່ຽວສາກົນປີ 2024 ເພື່ອເຊື່ອມຕໍ່ຕະຫລາດທ່ອງທ່ຽວພາຍໃນປະເທດ ແລະ ສາກົນ ເຂົ້າມາ ລ່າວກາຍ”.

 ປີນີ້ ລ່າວກາຍ ສູ້ຊົນຕ້ອນຮັບນັກທ່ອງທ່ຽວ 8,5 ລ້ານເທື່ອຄົນ, ລາຍຮັບເກັບມາໄດ້ກວ່າ 27.000 ຕື້ດົ່ງ(ກວ່າ 1 ຕື້ USD). ເພື່ອບັນລຸຄາດໝາຍນີ້ ແຂວງ ລ່າວກາຍ ໄດ້ສຸ່ມໃສ່ຍົກສູງຄຸນນະພາບຜະລິດຕະພັນທ່ອງທ່ຽວທີ່ມີຢູ່ແລ້ວ ແລະ ສ້າງບັນດາຜະລິດຕະພັນໃຫມ່, ສູ້ຊົນກາຍເປັນຈຸດນັດພົບອັນດູດດື່ມຢູ່ເຂດພູດອຍທາງທິດເຫນືອ, ແມ່ນຫນຶ່ງໃນຈຳນວນ 10 ສະຖານທີ່ທ່ອງທ່ຽວອັນດູດດື່ມກວ່າໝູ່ຢູ່ ຫວຽດນາມ.

ຕອບກັບ