ຣ້າງດົງ ແລະ ວິວັດທະນາການພິຊິດຕະຫລາດສາກົນ

Ngoc Anh
Chia sẻ

(VOVWORLD) -ບໍລິສັດຫຸ້ນສ່ວນດອກໄຟ, ຟິກນ້ຳຮ້ອນຣ້າງດົງ (ຕົ້ນກຳເນີດແມ່ນໂຮງງານຜະລິດດອກໄຟ, ຟິກນ້ຳຮ້ອນຣ້າງດົງ) ຊື່ງແມ່ນວິສາຫະກິດນຳນ້າໃນຂົງເຂດໄຟສະຫວ່າງຢູ່ຫວຽດນາມພາຍຫລັງ 60 ປີແຫ່ງການກໍ່ສ້າງແລະພັດທະນາ. ຈາກບັນດາຜະລິດຕະພັນແມ່ນດອກໄຟ, ຟິກນ້ຳຮ້ອນມາຮອດປະຈຸບັນ, ບັນດາຜະລິດຕະພັນຂອງບໍລິສັດຫຸ້ນສ່ວນດອກໄຟ, ຟິກນ້ຳຮ້ອນຣ້າງດົງນັບມື້ນັບເປັນຫລາກຫລາຍຮູບແບບ, ອຸດົມສົມບູນ, ສົ່ງອອກໄປຂາຍຢູ່ຫລາຍປະເທດໃນໂລກ.

ຣ້າງດົງ ແລະ ວິວັດທະນາການພິຊິດຕະຫລາດສາກົນ - ảnh 1               ຫ້ອງວາງສະແດງຜະລິດຕະພັນ ຣ້າງດົງ. ພາບ: Ngọc Anh
  ປີ 1958 ໂຮງງານຜະລິດດອກໄຟ, ຟິກນ້ຳຮ້ອນ ຣ້າງດົງ ໄດ້ຮັບການລົງມືກໍ່ສ້າງຢ່າງເປັນທາງການຢູ່ນະຄອນຫລວງຮ່າໂນ້ຍ. ຫລັງຈາກນັ້ນ 3 ປີຄືວັນທີ 24 ກຸມພາປີ 1961, ໂຮງງານໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການ, ກາຍເປັນແຫ່ງທຳອິດບໍ່ພຽງແຕ່ຢູ່ຫວຽດນາມຫາກຍັງນັບທັງຢູ່ອິນດູຈິນທີ່ໄດ້ຜະລິດດອກໄຟແລະຟິກນ້ຳຮ້ອນ. ປະຈຸບັນຣ້າງດົງແມ່ນວິສາຫະກິດໄຟສະຫວ່າງແຫ່ງຫນຶ່ງດຽວຢູ່ຫວຽດນາມລົງທຶນຊອບແວອອກແບບການຄວບຄຸມຄວາມຮ້ອນANSYS ICE PAKໃນການຜະລິດດອກໄຟ LED. ນີ້ແມ່ນຊອບແວທັນສະໄຫມຂອງອາເມລິກາໃຊ້ສະເພາະໃນການອອກແບບການຈຳລອງຄວາມຮ້ອນຂອງບັນດາຜະລິດຕະພັນທີ່ສັບສົນຄື: ໂອໂຕ, ເຮືອບິນ, ກຳປັ່ນ. ບັນດາຜະລິດຕະພັນໂດຍຣ້າງດົງຄົ້ນຄ້ວາອອກແບບຢູ່ຫວຽດນາມໂດຍແມ່ນຊາວຫວຽດນາມເປັນເຈົ້າຂອງເຕັກໂນໂລຊີ. ທ່ານປອ ຫງວຽນຕວນ, ອະດິດລັດຖະມົນຕີກະຊວງວິທະຍາສາດແລະເຕັກໂນໂລຊີ, ປະທານສະມາຄົມຫັນເປັນອັດຕະໂນມັດຫວຽດນາມໃຫ້ຮູ້ວ່າ:

 “ຣ້າງດົງໄດ້ສ້າງຕັ້ງ 4 ສູນວິທະຍາສາດເຕັກໂນໂລຊີ. ຣ້າງດົງມີໄລຍະນຶ່ງໄດ້ສະຫງວນ 20% ກຳໄລຫລັງການເສຍພາສີເພື່ອລົງທຶນການພັດທະນາວິທະຍາສາດເຕັກໂນໂລຊີແລະປ່ຽນໃຫມ່ເຕັກໂນໂລຊີ. ນີ້ແມ່ນວຽກງານຫາຍາກບໍ່ແມ່ນວິສາຫະກິດໃດກໍ່ເຮັດໄດ້. ຣ້າງດົງເຊື້ອເຊີນໄດ້ນັກວິທະຍາສາດຫລາຍທ່ານທີ່ມາຈາກບັນດາສະຖາບັນ, ມະຫາວິທະຍາໄລ, ບັນດາສູນວິທະຍາສາດເຕັກໂນໂລຊີໃຫຍ່ຂອງປະເທດຊາດມາຮ່ວມມືກັບຣ້າງດົງ. ມີນັບພັນຂໍ້ລິເລີ່ມດັດປັບເຕັກນິກ, ນັບພັນໝາກຜົນແຫ່ງການຄົ້ນຄ້ວາໄດ້ນຳມາສະແດງຢູ່ບັນດາວັນບຸປະດິດຄິດສ້າງກໍ່ຄືບັນດາກອງປະຊຸມວິທະຍາສາດ”.

ບໍລິສັດຫຸ້ນສ່ວນດອກໄຟ, ຟິກນ້ຳຮ້ອນ ຣ້າງດົງ ໄດ້ສົ່ງອອກຜະລິດຕະພັນ LED ແລະເອເລັກໂຕນິກໄປຍັງບັນດາຕະຫລາດຄື: ຕາເວັນອອກກາງ, ຈີນ, ສ. ເກົາຫລີ, ກູບາ, ສີລັງກາ, ອາເມລິກາ... ຕ່ອງໂສ້ການຜະລິດຟິກນ້ຳຮ້ອນທັນສະໄຫມທີ່ສຸດຢູ່ຫວຽດນາມດ້ວຍກຳລັງຄວາມສາມາດການຜະລິດແມ່ນ 18,5 ລ້ານຜະລິດຕະພັນ/ປີທັງຮັບໃຊ້ການຈຳຫນ່າຍຢູ່ຕະຫລາດພາຍໃນທັງສົ່ງອອກໄປຍັງບັນດາປະເທດຄື: ຍີ່ປຸ່ນ, ຈີນ, ອິນໂດເນເຊຍ, ບຣາຊິນ,ປາກິດສະຖານ. ບັນດາປັດໄຈນັ້ນໄດ້ຊ່ວຍໃຫ້ບໍລິສັດປະສົບຜົນສຳເລັດນັ້ນແມ່ນໃຫ້ບຸລິມະສິດຜະລິດບັນດາຜະລິດຕະພັນສີຂຽວ, ເປັນມິດກັບສິ່ງແວດລ້ອມແລະຍູ້ແຮງການຫັນເປັນດິຈີຕອນ. ທ່ານຫງວຽນດວານທັງ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນດອກໄຟ, ຟິກນ້ຳຮ້ອນຣ້າງດົງໃຫ້ຮູ້ວ່າ:

       “ໂດຍປະຕິບັດລາຍການຫັນເປັນດິຈີຕອນຂອງລັດຖະບານ, ພວກຂ້າພະເຈົ້າໄດ້ປະຕິບັດການຫັນເປັນດິຈີຕອນບໍລິສັດແຕ່ປີ 2020. ພວກຂ້າພະເຈົ້າຫັນປ່ຽນຈາກໂຮງງານຜະລິດອຸດສາຫະກຳແບບເກົ່າ, ຜະລິດດອກໄຟ, ຟິກນ້ຳຮ້ອນກາຍເປັນໂຮງງານອຸດສາຫະກຳເອເລັກໂຕນິກຜ່ານບັນດາຕ່ອງໂສ້ທັນສະໄຫມ. ນີ້ແມ່ນການປ່ຽນແປງໂດຍພື້ນຖານ. ພິເສດພວກຂ້າພະເຈົ້າໄດ້ໝູນໃຊ້ປັນຍາປະດິດເຂົ້າໃນການຜະລິດ”.

ຣ້າງດົງ ແລະ ວິວັດທະນາການພິຊິດຕະຫລາດສາກົນ - ảnh 2ເຂດວາງແນະນຳຜະລິດຕະພັນຂອງ ຣ້າງດົງ. ພາບ:Ngọc Anh

ປະຈຸບັນ ຣ້າງດົງ ແມ່ນຫນຶ່ງໃນບັນດາວິສາຫະກິດທີ່ມີລະດັບການເຕີບໂຕວ່ອງໄວແລະໝັ້ນຄົງ. ຢູ່ຊ່ວງເວລາຫາກໍ່ຫັນເປັນຫຸ້ນສ່ວນໃນປີ 2004, ບໍລິສັດບັນລຸລາຍຮັບເກືອບ 400 ຕື້ດົ່ງ. ຫລັງຈາກນັ້ນ 20 ປີຄືປີ 2023 ເຖິງວ່າປະສົບກັບຄວາມຫຍຸ້ງຍາກຍ້ອນໂຄວິດ 19 ແຕ່ຣ້າງດົງຍັງຄົງບັນລຸລາຍຮັບປະທັບໃຈແມ່ນກວ່າ 8.300 ຕື້ດົງ, ເພີ່ມຂຶ້ນກວ່າ 20 ເທົ່າເມື່ອທຽບໃສ່ປີ 2004. ທ່ານຫງວຽນດຶກຫຽນຮອງຫົວຫນ້າຄະນະເສດຖະກິດສູນກາງຖືວ່າ:

“ຣ້າງດົງແມ່ນການພິສູດໃຫ້ແກ່ການພັດທະນາຂອງວິສາຫະກິດພາກເອກະຊົນກາຍເປັນກຳລັງນູນສຳຄັນຂອງພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມຂອງຫວຽດນາມ. ຣ້າງດົງໄດ້ສ້າງວັດທະນະທຳການດຳເນີນທຸລະກິດ, ເສີມຂະຍາຍຈິດໃຈຊົນຊາດ, ຄວາມຄາຫວັງພັດທະນາ, ສ້າງການພົວພັນແຮງງານຢ່າງກົມກຽວແລະແທດຈິງລະຫວ່າງວິສາຫະກິດແລະຄົນງານ. ຣ້າງດົງໄດ້ນຳນ້າໃນຂົງເຂດຫັນເປັນດິຈີຕອນ, ເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີ 4.

 ເພື່ອຮັກສາເຄື່ອງໝາຍການຄ້າໃຫຍ່, ຣ້າງດົງໄດ້ເລືອກເອົາຍຸດທະສາດພັດທະນາຢ່າງມີແບບມີແຜນ, ຖືອິດທິພົນດ້ານຄຸນນະພາບແມ່ນແຖວຫນ້າ. ທ່ານຫງວຽນດວານທັງຜູ້ອຳນວຍການໃຫຍ່ບໍລິສັດຫຸ່ນສ່ວນດອກໄຟ, ຟິກນ້ຳຮ້ອນຣ້າງດົງໃຫ້ຮູ້ວ່າ:

“ຣ້າງດົງວາງຄາດໝາຍຮອດປີ 2025 ກາຍເປັນວິສາຫະກິດເຕັກໂນໂລຊີສູງ, ວິສາຫະກິດນຳນ້າດ້ວຍລະດັບການເຕີບໂຕແຕ່ລະປີແມ່ນ 20 25%. ຮອດປີ 2030 ນຳເຄື່ອງໝາຍການຄ້າຣ້າງດົງຂຶ້ນລະດັບພາກພື້ນອາຊີຕາເວັນອອກສ່ຽງໃຕ້, ລາຍຮັບ 1 ຕື້  USD, ລາຍຮັບສະເລ່ຍ 2.000 USD/ຄົນ/ເດືອນ. ຣ້າງດົງຕ້ອງກ້າວໄປເຖິງວິສາຫະກິດຂອງຊາດ, ດ້ວຍເຄື່ອງໝາຍຫວຽດນາມ”.

ປີ 2024 ບໍລິສັດຫຸ້ນສ່ວນດອກໄຟ, ຟິກນ້ຳຮ້ອນຣ້າງດົງສູ້ຊົນບັນລຸລາຍຮັບ11.000ຕື້ດົ່ງ (ກວ່າ 443 ລ້ານ  USD) ເພີ່ມຂຶ້ນ 32% ເມື່ອທຽບໃສ່ປີ 2023, ມອບເຂົ້າງົບປະມານແຫ່ງລັດປະມານ 500 ຕື້ດົ່ງ (ກວ່າ 20 ລ້ານ  USD). ປະຈຸບັນບໍລິສັດຫຸ້ນສ່ວນ ດອກໄຟ, ຟິກນ້ຳຮ້ອນຣ້າງດົງໄດ້ຈັດເຂົ້າອັນດັບ TOP 500 ວິສາຫະກິດໃຫຍ່ທີ່ສຸດຫວຽດນາມ, TOP 10 ວິສາຫະກິດນຳຫນ້າໃນການຜັນຂະຫຍາຍເຕັກໂນໂລຊີ, TOP 25 ເຄື່ອງໝາຍການຄ້ານຳຫນ້າ. ຜະລິດຕະພັນຂອງຣ້າງດົງໄດ້ພິຊິດຕະຫລາດສາກົນ, ນຳວິສາຫະກິດບືນຕົວຂຶ້ນອອກສູ່ລະດັບພາກພື້ນແລະສາກົນ.

ຕອບກັບ