ປັບປຸງສະພາບແວດລ້ອມເພື່ອດຶງດູດການລົງທຶນໂດຍກົງຂອງຕ່າງປະເທດ

To Tuan
Chia sẻ
ທ້າຍ​ປີ 2012 ​ເປັນ​ຂີດ​ໝາຍ 25 ປີ​ທີ່ຫວຽດນາມ ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຂອງ​ຕ່າງ​ປະ​ເທດ

(vovworld) - ທ້າຍ​ປີ 2012 ​ເປັນ​ຂີດ​ໝາຍ 25 ປີ​ທີ່ຫວຽດນາມ ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຂອງ​ຕ່າງ​ປະ​ເທດ. ນີ້​ແມ່ນ​ຈຸດ​ເວລາ​ທີ່ມີ​ຄວາມ​ໝາຍ​ເພື່ອ​ໃຫ້ ຫວຽດນາມ ທົບ​ທວນຄືນ​ສະພາບ​ການ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ (FDI) ພ້ອມ​ທັງ​ວາງ​ອອກ​ບັນດາ​ມາດ​ຕະການ​ເພື່ອ​ປັບປຸງ​ສະພາບ​​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​​ໃຫ້​ສອດຄ່ອງ​ກັບ​ສະພາບ​ການ​ໃຫມ່.

        ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຍ້ອນ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ເສ​ດຖະກິດ​ທົ່ວ​ໂລກ, ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ເຂົ້າ ຫວຽດນາມ ​ຖືກ​ຫລຸດ​ລົງ. ປີ 2009, ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​​ເຂົ້າຫວຽດນາມບັນລຸ​ພຽງ 23 ຕື້ USD, ​ເທົ່າ​ກັບ 30 % ​ເມື່ອ​ທຽບ​​ໃສ່​ປີ​ກ່ອນ. ​​ແລະ ໃນຊຸມ​ປີ​ຕໍ່​ໄປຈະ​ມີທ່າ​ອ່ຽງຫລຸດ​ລົງ​​. ​ໃນ 10 ​ເດືອນ​ຕົ້ນ​ປີ​ນີ້, ​ທຶນ FDI ​ເຂົ້າ​ຫວຽດນາມ ບັນລຸພຽງ​ 10,5 ຕື້ USD, ຊື່​ງລວມມີ​ທຶນ​ສະຫນອງ​ໃຫມ່ ​ແລະ ​ທຶນ​ເພີ່ມ​, ຫລຸດລົງ​ເກືອບ 25% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຄຽງ​ຄູ່​ສາຍ​ເຫດ​ພາວະ​ວິ​ໄສ, ຍັງ​ມີມີສາຍ​ເຫດ​ອື່ນອີກ​ທີ່ເຮັດ​ໃຫ້​ກະ​ແສ​ເງິນ FDI ຢູ່ ຫວຽດນາມ ຖືກຫລຸດ​ລົງ ນັ້ນ​ແມ່ນ​ບັນດາ​ໂຄງການ​ລົງທຶນ​ບໍ່​ເປັນ​ຮູບ​ປະທຳ, ຫລາຍ​ໂຄງການ​ລົງທຶນ​ອະສັງຫາລິມະ​ຊັບ​ທີ່​ມີຂອບ​ຂະຫນາດ​ໃຫຍ່​ຖືກຫລຸດ​ລົງ​ຢ່າງ​ແຮງ. ດ້ານ​ອື່ນ ພາຍຫລັງ​ໄລຍະ​​ແຫ່ງ​ການຜັນ​ຂະຫຍາຍ, ຫວຽດນາມ ກໍ​ມີ​ແຜນ​ນະ​ໂຍບາຍ​ຍົກ​ສູງ​ຄຸນ​ນະພາ​ບກະ​ແສ​ທຶນ FDI, ​ເລືອກ​ເຟັ້ນບັນດາ​ໂຄງການ​ມີ​ປະສິດທິ​ຜົນ, ຫລຸດຜ່ອນ​ບັນດາ​ໂຄງການ​ກໍ​່ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ. ພິ​ເສດ,​​ໃນ​ຊຸມ​ປີ​ມໍ່​ໆ​ມາ​ນີ້, ຫວຽດນາມ ຖື​ເປັນ​ສຳຄັນ​ການ​ດຶງ​ດູດ​ບັນດາ​ໂຄງການ​ຂອງ​ກຸ່ມ​ບໍລິສັດ​ນາໆ​ຊາດ, ​ໂຄງການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ສູງ, ການ​ຄຸ້ມ​ຄອງ​​ກ້າວຫນ້າ, ​ແຮງ​ງານ​ທີ່​ມີ​ຄຸນ​ນະພາ​ບສູງ​, ​ເປັນ​ຕົ້ນ​ບັນດາ​ນັກ​ລົງທຶນ​ຈາກ ອາ​ເມ​ລິ​ກາ, ຍີ​່ປຸ່ນ, ສ​ເກົາ​ຫລີ, ອີ​ຢູ... ​ແມ່ນ​ບັນດາ​ຄູ່​ຮ່ວມ​ມື​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ມີ​ລະດັບ​ຄວາມ​ຮູ້​ດ້ານ​ເຕັກ​ໂນ​ໂລ​ຊີ​ສູງ. ພ້ອມ​ກັບ​ວິວັດ​ການ​ດັ່ງກ່າວ, ບັນດາ​ບໍລິສັດນາໆ​ຊາດ​ຍັງ​ມີ​ບໍລິສັດ​ລູກ​ຫລາຍ​ແຫ່ງ, ຜະລິດ​ຊິ້ນ​ສ່ວນ​ສຳຮອງ. ນີ້​ແມ່ນ​ບັນດາ​ປັດ​​ໄຈ​ສ້າງ​ເປັນສິນຄ້າ​ທີ່ເຂົ້າຮ່ວມ​ລະບົບ​ມູນ​ຄ່າ​ທົ່ວ​ໂລ​ກ, ຊຶ່ງ​ແມ່ນ​ຈຸດໝາຍ​ທີ່ ຫວຽດນາມ ປາດ​ຖະຫນາ. ປະຈຸ​ບັນ ຢູ່ ຫວຽດນາມ ມີ​ບັນດາ​​ໂຄງການ​ລົງທຶນ​ຂອງ​ກຸ່ມ​ບໍລິສັດ​ນາໆຊາດ, ​ໃນ​ນັ້ນ ​ມີ​ບໍລິສັດ​ນອນ​ໃນ​ບັນຊີ​ລາຍ​ຊື່ 500 ບໍລິສັດ​ຊັ້ນ​ນຳ​ຂອງ​ໂລກ. ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ດັ່ງກ່າວ​ພວມ​ລົງທຶນ 214 ​ໂຄງການ ດ້ວຍ​ຍອດ​​​ທຶນ​ຈົດ​ທະບຽນ​ແມ່ນ 11,9 ຕື້USD, ​ໃນ​ນັ້ນ ທຶນ​ປະຕິບັດ​ປະມານ 8,59 ຕື້USD. ​ປະຈຸ​ບັນ ແຫລ່ງທຶນ​ຂອງ​ບັນດາ​ກຸ່ມ​ບໍລິສັດ​ດັ່ງກ່າວກວມ 20% ຍອດ​​ຈຳນວນທຶນ FDI ​ເຂົ້າ​ຫວຽດນາມ. ບັນດາ​ຕົວ​ເລກ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຈຸດໝາຍ ​ແລະ ບາດກ້າວ​ຫັນປ່ຽນ​ສຳຄັນ​ໃນ​ໂຄງ​ປະກອບ​ດຶງ​ດູດ​ແຫ​ລ່ງທຶນ FDI ຢູ່ ຫວຽດນາມ. ທ່ານ ຟານຫືວທັງ ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ, ສັງກັດ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໃຫ້​ຮູ້​ວ່າ:

        “ນັບ​ແຕ່​ເມື່ອ​ເປີດ​ປະຕູ ​ແລະ ດຶງ​ດູດ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ, ຈຸດໝາຍ​ຂອງ ຫວຽດນາມ ​ແມ່ນສຸມ​ໃສ່​ບັນດາ​ເປົ້າ​ໝາຍ​ທີ່ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ,​ມີ​ກຳລັງ​ຄວາມ​ສາມາດ​ດ້ານ​ການ​ເງິນ, ​ເຕັກ​ໂນ​ໂລ​ຊີ ​ແລະ ຕະຫລາດ, ຊ່ວຍ​ຫວຽດນາມ ທັງ​ສຳ​ພັດ​ກັບ​ແຫ​ລ່ງທຶນ​ສາກົນ, ທັງ​ຮັບ​ເອົາ​ເຕັກ​ໂນ​ໂລ​ຊີ​ໃຫມ່​ໃນ​ພາລະກິດ​ພັດທະນາ​ປະ​ເທດ​ຊາດ. ນີ້​ກໍ​ແມ່ນ​ທ່າອ່ຽງ​ໃນ​ຕະຫລອດ 25 ປີຜ່ານມາ ​ແລະ ຍິ່ງ​ດຶງ​ດູດ​ທຶນ FDI ຍິ່ງ​ເຫັນ​ໄດ້​ວ່າ ຈຸດໝາຍ​ດັ່ງກ່າວ​ແມ່ນ​ຖືກຕ້ອງ.”

ປັບປຸງສະພາບແວດລ້ອມເພື່ອດຶງດູດການລົງທຶນໂດຍກົງຂອງຕ່າງປະເທດ - ảnh 1
ພາບປະກອບ:internet

        ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈຳນວນ​ບັນດາ​ກຸ່ມ​ບໍລິສັດ​ແຫ່ງ​ຊາດ​ລົງທຶນ​ເຂົ້າ ຫວຽດນາມ ບໍ່​ທັນ​ຫລາຍ ​ແລະ ອັດຕາ​ບັນດາ​ໂຄງການ​ໃຫຍ່​ທີ່ຕິດ​ພັນ​ກັບ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ຍັງ​ຢູ່​ໃນ​ລະດັບ​ຕ່ຳ. ອະທິບາຍ​ກ່ຽວ​ກັບປະກົດ​ການ​ນີ້, ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ​ຫລາຍ​ທ່ານ​ຖື​ວ່າ: ຄຽງ​ຄູ່​ກັບ​ບັນດາ​ຄວາມ​ຫຍຸ້ງຍາກ​ລວມຂອງ​ພື້ນຖານ​ເສດຖະກິດ, ຫວຽດນາມ ຍັງສຶບຕໍ່ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ປະຕິບັດ​ການ​ປັບ​ປຸງນະ​ໂຍບາຍ​ກ່ຽວຂ້ອງ​ຢ່າງ​ຄົບ​ຊຸດ, ສ້າງ​ກົນ​ໄກ​ໂປ່​ງ​ໃສ, ສ້າງ​ກອບ​ກົດໝາຍ​ຈະ​ແຈ້ງ, ປົກກະຕິ ​ແລະ ຍາວ​ນານ. ທະນາຍຄວາມ ຟານຮົ່ງແບກ ຖື​ວ່າ:

        “ບັນດາ​ນັກ​ລົງທຶນ​ເມື່ອ​ມາ​ລົງທຶນ​ຈຳ​ເປັນ​ຕ້ອງ​ສຳ​ເລັດ​ທຸກ​ລະບຽບ​ການ​ດ້ານ​ກົດໝາຍ. ນັ້ນ​ກໍ​ແມ່ນ​ກົນ​ໄກ​ຮັບປະກັນ​ໃຫ້​ແກ່​ແຫ​ລ່ງທຶນ​ຂອງ​ເຂົາ​ເຈົ້າ​ມີ​ຄວາມ​ປອດ​ໄພ​ໃນລະບົບ​ກົດໝາຍ​ທີ່ຄົບ​ຊຸດ.”

        ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຫວຽດນາມ ​ມີ​ຄວາມ​ເອົາ​ໃຈ​ໃສ່​ດຶງ​ດູດ​ບັນດາ​ໂຄງການ​ເຕັກ​ໂນ​ໂລ​ຊີ​ສູງ​ເຂົ້າ​​ຂົງ​ເຂດ​ສຳຄັນ​ຂອງ​ພື້ນຖານ​ເສດຖະກິດ ຫວຽດນາມ ຄື: ອຸດສາຫະກຳ​ນ້ຳມັນ​ອາຍ​ແກ​ສ, ຜະລິດ​ລົດ​ໂອ​ໂຕ, ພັດທະນາ​ພື້ນຖານ​ໂຄງ​ລ່າງ, ​ເຕັກ​ໂນ​ໂລ​ຊີ​ຂຽວ..​ພິ​ເສດ ​ໃນ 10 ປີ​ມາ​ນີ້, ​ໄດ້​ປະກົດມີ​ຫລາຍ​ໂຄງການ​ລົງທຶນ​ເຕັກ​ໂນ​ໂລ​ຊີ​ສູງ​ຈາກ​ບັນດາ​ກຸ່ມ​ບໍລິສັດ​ເສດຖະກິດ​ຊັ້ນ​ນຳ​ຂອງ​ໂລກ​ຄື: ຜະລິດ, ຕິດ​ຕັ້ງ chipset, ຊິ້ນ​ສ່ວນ​ເອ​ເລັກ​ໂຕ​ນິກຂອງ​ອາ​ເມ​ລິ​ກາ, ຜະລິດ​ກົນ​ຈັກ​ຂອງ​ຍີ່​ປຸນ, ບັນດາ​ໂຄງການ​ເອ​ເລັກ​ໂຕ​ນິກ​ໂທລະ​ຄົມມະນາຄົມ​ຂອງ ສ​ເກົາຫລີ.

ປັບປຸງສະພາບແວດລ້ອມເພື່ອດຶງດູດການລົງທຶນໂດຍກົງຂອງຕ່າງປະເທດ - ảnh 2
ຫວຽດນາມ ພວມປັບປຸງສະພາບແວດລ້ອມເພື່ອດຶງດູດໂຄງການFDI
ພາບປະກອບ: internet

        ​ເພື່ອ​ໃຫ້​​ແຫ​ລ່ງທຶນ FDI ​ເສີມ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ, ທ່ານ​ນາຍົກ​ລັດຖະມົນຕີ​ໄດ້​ອະນຸມັດ​ແຜນ​ຮ່າງ​ຍົກ​ສູງ​ປະສິດ​ທິຜົນ​ວຽກ​ງາ​ນຄຸ້ມ​ຄອງ​ແຫ​ລ່ງທຶນ FDI ​ເຂົ້າ ຫວຽດນາມ. ຈຸດໝາຍ​ຂອງ​ແຜນ​ຮ່າງ​ແມ່ນ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ຕາມ​ທິດ​ສົ່ງ​ເສີມ​ເສດຖະກິດທີ່​ມີ​​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ​​ໃຫ້ພັດທະນາ​ຕາມ​ແຜນ​ກຳນົດ. ​ການ​ດຶງ​ດູດ​ເງິນ​ລົງທຶນ​ຕ້ອງ​ສອດ​ຄ່ອງ​ກັບ​ການວາງ​ແຜນ​ກຳນົດ​ເຂດ, ທ້ອງ​ຖິ່ນ ​ແລະ ພ້ອມ​ກັນ​ນັ້ນ​ແກ້​ໄຂ​ບັນຫາ​ແບ່ງ​ຂັ້ນ​ໃນ​ການ​ຄຸ້ມ​ຄອງ​ການ​ລົງທຶນ​ເປັນ​ຢ່າງ​ດີ. ​ແຜນ​ຮ່າງ​ກໍ​ເນັ້ນ​ຫນັກ​ວ່າຄວນ​ມີ​ກົນ​ໄກ​ໃຫມ່​ເພື່ອ​​ແກ້​ໄຂ​ບັນດາ​ບັນຫາ​ປະກົດ​ໃໝ່​ຢ່າງ​ທັນ​ການ​ດ ​ແນ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ​ເພື່ອດຶງ​ດູດ​ບັນດາໂຄງການ​ລົງທຶນ​​ໂດຍ​ກົງ​​ໃຫ້​ຫຼາຍກວ່າ​ອີກ, ​ເປັນ​ຕົ້ນ​​ແມ່ນບັນດາ​ໂຄງການ​ເຕັກ​ໂນ​ໂລ​ຊີ​ສູງ. ສິ່ງ​ດັ່ງກ່າວ​ກໍ​ຊ່ວຍ ຫວຽດນາມ ຮັກສາເສດຖະກິດ​ມະຫາ​ພາກ​​ໃຫ້ເປັນ​ປົກກະຕິ​ກວ່າ.