ບັນດາກິດຈະກຳໃຫຍ່ສະເຫລີມສະຫລອງ 50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ

Anh Huyen
Chia sẻ

(VOVWORLD) - ໂດຍສະເຫລີມສະຫລອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ ປີ 1975 - ວັນທີ 30 ເມສາ ປີ 2025), ມີຫລາຍກິດຈະກຳຈຸດສຸມໃນທົ່ວປະເທດ ພວມຮີບເຮັ່ງຍູ້ໄວຄວາມຄືບຫນ້າ, ປະຕິບັດສຳເລັດ ແລະ ນຳເຂົ້າສະຫລອງກົງກັບໂອກາດເດືອນເມສານີ້ ເພື່ອສະເຫລີມສະຫລອງວັນສຳຄັນຍິ່ງຂອງຊາດ.

ບັນດາກິດຈະກຳໃຫຍ່ສະເຫລີມສະຫລອງ 50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ - ảnh 1ອາຄານຜູ້ໂດຍສານພາຍໃນປະເທດ T3. (ພາບ:ACV)

ພຽງອີກ 1 ອາທິດ, ອາຄານຜູ້ໂດຍສານພາຍໃນປະເທດ T3 ຂອງທ່າອາກາດສະຍານສາກົນ ເຕີນເຊິນເຍິດ ຈະໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການ, ຮັບໃຊ້ບັນດາຖ້ຽວບິນທຳອິດ, ແມ່ນໄວກວ່າເມື່ອທຽບໃສ່ແຜນການທີ່ໄດ້ວາງອອກກ່ອນນັ້ນ. ຊຸມມື້ນີ້ ຢູ່ບັນດາກິດຈະກຳກໍ່ສ້າງອາຄານຜູ້ໂດຍສານ T3 ສະຫນາມບິນ ເຕີນເຊິນເຍິດ ນະຄອນ ໂຮ່ຈິມິນ, ບັນດາກຳມະກອນພວມຮີບເຮັ່ງປະຕິບັດສຳເລັດບັນດາຂັ້ນຕອນສຸດທ້າຍ.

ອ້າຍ ດວ່ານຟູຕື, ກຳມະກອນກິດຈະກຳອາຄານຜູ້ໂດຍສານ T3 ສະຫນາມບິນ ເຕິນເຊີດເຍິດ ນະຄອນ ໂຮ່ຈິມິນ ໃຫ້ຮູ້ວ່າ:

           “ພວກຂ້າພະເຈົ້າພະຍາຍາມເຮັດທັງວັນ ແລະ ຄືນ ເພື່ອໃຫ້ທັນກັບຄວາມຄືບຫນ້າ. ມາຮອດປະຈຸບັນ ກິດຈະກຳໃກ້ສຳເລັດແລ້ວ, ອ້າຍນ້ອງມານະພະຍາຍາມເພື່ອໃຫ້ກິດຈະກຳກໍ່ສ້າງສຳເລັດໂດຍໄວ”

          ອາຄານຜູ້ໂດຍສາກົນ T3 ແມ່ນກິດຈະກຳຈຸດສຸມແຫ່ງຊາດ, ມີຂອບຂະຫນາດທັນສະໄຫມ. ເມ່ືອນຳເຂົ້າເຄື່ອນໄຫວ,

ກິດຈະກຳນີ້ ຈະຍົກສະມັດຕະພາບການຮັບໃຊ້ແຂກຂຶ້ນເຖິງ 20 ລ້ານຄົນ/ປີ, ປະກອບສ່ວນຍົກສູງຄຸນນະພາບການບໍລິການການບິນ ຫວຽດນາມ. ທ່ານ ເຈີນງອັກລອງ, ຮອງຜູ້ອຳນວຍການຝ່າຍບໍລິຫານອາຄານຜູ້ໂດຍສາກົນ T3, ສະຫນາມບິນ ເຕິນເຊິນເຍີດ ນະຄອນ ໂຮ່ຈິມິນ ຢືນຢັນວ່າ:

“ປະຈຸບັນ ພາກສ່ວນໂຄງສ້າງໄດ້ປະຕິບັດສຳເລັດ 100%, ສ່ວນຂັ້ນຕອນອອກແບບກໍ່ສ້າງແມ່ນສຳເລັດ 99%. ການຕິດຕັ້ງບັນດາອຸປະກອນການບິນສຳເລັດ 100% ແລະ ພວມໃນວິວັດການທົດລອງເຄື່ອນໄຫວ. ຕາມແຜນການແມ່ນ ວັນທີ 17 ເມສາ ຈະນຳເຂົ້າເຄື່ອນໄຫວຮັບໃຊ້ບັນດາຖ້ຽວບິນທົດລອງທຳອິດ, ວັນທີ 24 ເມສາ ແມ່ນປະຕິບັດການບິນແທ້ ແລະ ນຳເຂົ້າເຄື່ອນໄຫວໃນໂອກາດວັນທີ 30 ເມສາ”.

        ໃນຂະນະນັ້ນ, ເສັ້ນທາງລອດພູ, ຂ້າມນ້ຳຂ້າມຫນອງ, ເສັ້ນທາງຄວາມໄວສູງ ເຫນືອ-ໃຕ້ ໄລຍະຜ່ານແຂວງ ກວ໋າງບິ່ງ ກໍ່ເລີ່ມຄ່ອຍໆເປັນຮູບເປັນຮ່າງຈະແຈ້ງຂຶ້ນ. ນັກລົງທຶນພວມຂຸ້ນຂ້ຽວເຮັດລາຍການສຸດທ້າຍໃຫ້ສຳເລັດ, ຕັ້ງເປົ້ານັບເວລາຖອຍຫຼັງ ເພື່ອສຳເລັດເສັ້ນທາງຫຼັກໂດຍພື້ນຖານ ໃຫ້ທັນເປີດໃຊ້ທາງໃນວັນທີ 30 ເມສາ. ຢູ່ຈຸດເລີ່ມໂຄງການພາກສ່ວນເສັ້ນທາງຄວາມໄວສູງ ເຫນືອ-ໃຕ້ ໄລຍະ ວ້ານນິງ - ກາມໂລະ, ທ່ານ ລຶວຕວ່ນຕວັນ, ຜູ້ຕາງໜ້າຄະນະຄຸ້ມຄອງໂຄງການເສັ້ນທາງ ໂຮ່ຈິມິນ, ຕາງໜ້ານັກລົງທຶນໂຄງການ ໄລຍະ ວ້ານນິງ - ກາມໂລະ ໃຫ້ຮູ້ວ່າ:         

ເພື່ອຜ່ານຜ່າບັນດາສິ່ງຫຍຸ້ງຍາກ, ຄວາມບໍ່ອຳນວຍຂອງດິນຟ້າອາກາດ, ປະຈຸບັນ ໂຄງການພວມເລັ່ງຄວາມໄວໃນການປະຕິບັດບັນດາລາຍການຂອງໂຄງການເປັນ 3 ເວລາ, 4 ທິມງານມນມື້, ຜັນຂະຫຍາຍບັນດາຂອດໃນກິດຈະກຳ ເພື່ອສູ້ຊົນໃຫ້ໄດ້ເປີດທາງລ່ວງລົດ ກ່ອນວັນທີ 30 ເມສາ.

ນອກຈາກນັ້ນ, ມາຮອດປັດຈຸບັນ ກິດຈະກຳຈຸດສຸມຈຳນວນໜຶ່ງກໍ່ໄດ້ສຳເລັດໂດຍພື້ນຖານ ເພື່ອນຳເຂົ້າຂຸດຄົ້ນໃນໂອກາດວັນທີ 30 ເມສາ ຄື: ເສັ້ນທາງຄວາມໄວສູງ ເຫນືອ-ໃຕ້ ຕອນ: ບ໊າຍວອດ - ຮ່າມງີ, ຮ່າມງີ - ຫວຸງອ໋າງ, ວັນຟອງ - ຍາຈາງ, ປ້ານນ້ຳຂົວ  ແຣັກມ໊ຽວ 2; ອຸມົງຕໍ່ແຕ່ເສັ້ນທາວຂຶ້ນເສັ້ນທາງຄວາມໄວສູງ ລອງແທ່ງ - ເຢົ່າເຢີຍ ຜ່ານເສັ້ນທາງຫລວງ ມາຍຈີເຖາະ, ນະຄອນ ໂຮ່ຈິມິນ...

 
ບັນດາກິດຈະກຳໃຫຍ່ສະເຫລີມສະຫລອງ 50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ   ຮຽກຮ້ອງບັນດາແຂວງ,ນະຄອນ ເສີມຂະຫຍາຍຈິດໃຈ "ຮີບດ່ວນ" ຂອງບັ້ນຮົບໂຮ່ຈິມິນ ປະຫວັດສາດກ່ອນນີ້ 50ປີ . (ພາບ:VOV)

         ເພື່ອກະກຽມໃຫ້ພິທີເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້ແບບທາງໄກພ້ອມກັບທັງ 3 ພາກ ເຫນືອ-ກາງ-ໃຕ້ ແລະ ບັນດາກິດຈະກຳໃຫຍ່ໃນວັນທີ 19 ເມສາ ທີ່ຈະມາເຖິງນີ້, ທີ່ກອງປະຊຸມລັດຖະບານຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໂ້າມມິງຈິງ ໄດ້ຮຽກຮ້ອງໃຫ້ບັນດາແຂວງ, ນະຄອນ ເສີມຂະຫຍາຍຈິດໃຈ “ໄວປານຟ້າແມບ” ຂອງບັ້ນ ໂຮ່ຈິມິນ ປະຫວັດສາດ 50 ປີກ່ອນ, ເສີມຂະຫຍາຍຄວາມຮັບຜິດຊອບສູງທີ່ສຸດໃນການສູ້ຊົນເຮັດສຳເລັດບັນດາໂຄງການຕາມເປົ້າຫມາຍທີ່ໄດ້ວາງອອກ:

ມີພຽງແຕ່ປຶກສາການເຮັດ ບໍ່ປຶກສາການຖອຍ. ບັນດາຫົວຫນ່ວຍປະຕິບັດຕ້ອງຊາບຊຶມຈິດໃຈນີ້. ບັນດາໂຄງການທັງຫມົດໃນທົ່ວປະເທດພວມຢູ່ໃນຈິດໃຈນີ້. ບັນດາກະຊວງ, ອົງການ, ທ້ອງຖິ່ນ ຕ້ອງຕັ້ງໜ້າສົມທົບກັນ, ຕ້ອງສົມທົບກັນລະຫວ່າງສູນກາງ ແລະ ທ້ອງຖິ່ນ, ສົມທົບກັນເພື່ອປະຕິບັດໃຫ້ສຳເລັດ.

ການນຳບັນດາໂຄງການໃຫຍ່ຂອງປະເທດຊາດເຂົ້າເຄື່ອນໄຫວເນື່ອງໃນໂອກາດສະເຫລີມສະຫລອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ (1975 – 2025) ແມ່ນມີຄວາມຫມາຍສຳຄັນຍິ່ງ, ປະກອບສ່ວນວ້າງໂສມຫນ້າ ແລະ ລະດັບໃຫມ່ຂອງປະເທດຊາດພາຍຫລັງ 50 ປີທີ່ທ້ອນໂຮມປະເທດຊາດເປັນເອກະພາບ. ບັນດາໂຄງການທີ່ປະຕິບັດສຳເລັດ ໄດ້ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ສ້າງພື້ນທີ່ພັດທະນາໃຫມ່, ຍົກສູງຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດ. ນີ້ແມ່ນໂອກາດເພື່ອເບິ່ງຄືນບັນດາຫນ້າປະຫວັດສາດທີ່ອົງອາດຂອງຊາດ, ສ້າງເປັນກຳລັງຫນູນເພືື່ອໃຫ້ປະເທດຊາດປະຕິບັດສຳເລັດພາລະກຳປະຫວັດສາດໃນສັງກາດໃຫມ່ - ສັງກາດບຸກບືນຕົນ.

ຕອບກັບ