ຜົນ​ສຳ​ເລັດ​ຈາກ​ຮູບ​ແບບ​ຜະ​ລິດ​ກະ​ສິ​ກຳ​ສີ​ຂຽວ, ໝູນ​ວຽນ​ຢູ່​ຮຶງ​ອຽນ

Chia sẻ

(VOVWORLD) - ໃນສະພາບການກະສິກຳແບບດັ້ງເດີມ ປະສົບກັບສິ່ງທ້າທາຍຫຼາຍຢ່າງ, ມີຫຼາຍຄອບຄົວຢູ່ຮຶງອຽນ ໄດ້ກ້າໝູນໃຊ້ກະສິກຳເຕັກໂນໂລຢີສູງ ດ້ວຍບັນດາຮູບແບບການຜະລິດກະສິກຳສີຂຽວ, ກະສິກຳໝູນວຽນ ໃນການລ້ຽງສັດ, ປູກຝັງ. ບັນດາຮູບແບບນີ້ໄດ້ເສີມຂະຫຍາຍປະສິດທິຜົນຄວບຄູ່ກ່ຽວກັບເສດຖະກິດ ແລະ ສິ່ງແວດລ້ອມ, ຜ່ານນັ້ນ, ກໍ່ປະກອບສ່ວນສ້າງບຸກທະລຸໃຫ້ແກ່ການຜະລິດກະສິກຳຢູ່ທ້ອງຖິ່ນ.




ຜົນ​ສຳ​ເລັດ​ຈາກ​ຮູບ​ແບບ​ຜະ​ລິດ​ກະ​ສິ​ກຳ​ສີ​ຂຽວ, ໝູນ​ວຽນ​ຢູ່​ຮຶງ​ອຽນ - ảnh 1ຟາມລ້ຽງໄກ່ (ພາບ: baohungyen.vn)

ບົນເນື້ອທີ່ກວ້າງກວ່າ 1 ເຮັກຕາ, ຄອບຄົວລຸງ ບຸຍຫງວຽນເຈິນ ຢູ່ບ້ານດົງ, ຕາແສງຖຸຍແອັງ, ແຂວງຮຶງອຽນ ໄດ້ພັດທະນາຮູບແບບລ້ຽງໄກ່ພັນໄຂ່. ຕ່າງກັນກັບວິທີລ້ຽງແບບເກົ່າ, ລຸງໄດ້ໝູນໃຊ້ເຕັກນິກລ້ຽງໄກ່ໂດຍໃຊ້ວັດສະດຸຮອງພື້ນແບບຊີວະສາດ. ສິ່ງເສດເຫຼືອໄດ້ບຳບັດທັນທີຢູ່ໃນຄອກໄກ່, ບໍ່ມີກິ່ນເໝັນ, ຈຳກັດພະຍາດຕິດແປດ, ດັ່ງນັ້ນ ໄດ້ປະກອບສ່ວນຊ່ວຍຝູງໄກ່ໃຫ້ພັດທະນາເປັນປົກກະຕິ. ດ້ວຍໄກ່ກວ່າ 6.000 ໂຕ, ແຕ່ລະວັນ, ຟາມໄດ້ສະໜອງໄຂ່ກວ່າ 3.000 ໜ່ວຍໃຫ້ແກ່ຕະຫຼາດ. ລຸງ ບຸຍຫງວຽນເຈິດ ໃຫ້ຮູ້ວ່າ:

ການລ້ຽງສັດໃນປັດຈຸບັນ ຖ້າບໍ່ເຮັດຄືແນວນີ້ ການລ້ຽງຕາມຮູບແບບຟາມຈະຍາກ. ຟ້າມລ້ຽງແບບຄົບວົງຈອນ ດັ່ງນັ້ນຕ້ອງໃຊ້ວັດສະດຸຮອງພື້ນແບບຊີວະສາດ. ໄກ່ຝູງໜຶ່ງລ້ຽງໄດ້ 1 ປີປາຍ, ຕ້ອງປ່ຽນປະມານ 3 – 4 ເທື່ອ.

ກໍ່ຢູ່ບ້ານດົງ, ມີຄອບຄົວຈຳນວນໜຶ່ງ ໄດ້ ແລະ ພວມຜັນຂະຫຍາຍຮູບແບບລ້ຽງເປັດພັນໄຂ່ ປະສານສົມທົບກັບການລ້ຽງປາ. ບັນດານາເຂົ້າທີ່ມີສະມັດຕະພາບຕ່ຳ ປະຊາຊົນວາງແຜນຜັງຄືນໃໝ່ ໃຫ້ກາຍເປັນໜອງລ້ຽງປາ, ສ້າງຄອກລ້ຽງເປັດແບບຄົບວົງຈອນກັບລະບົບບຳບັດນ້ຳໝູນວຽນ. ເປັດລຍໃນໜອງສ້າງເປັນອົກຊີ, ໝູນໃຊ້ອາຫານ ແລະ ສິ່ງເສດເຫຼືອເພື່ອລ້ຽງປາ. ຮູບແບບສົມທົບສວນປູກຕົ້ນໄມ້ - ໜອງລ້ຽງປາ - ຄອກລ້ຽງເປັດພັນໄຂ່ ໄດ້ຊ່ວຍໃຫ້ຄອບຄົວຈຳນວນໜຶ່ງມີລາຍຮັບແຕ່ 150 – 200 ລ້ານດົ່ງ/ປີ (ເກືອບ 5.700 – 7.600 USD).

 ປັດຈຸບັນຕາແສງ ຖຸຍແອັງ ມີ 30 ຄອບຄົວປະສົບຜົນສຳເລັດດ້ວຍຮູບແບບເສດຖະກິດກະສິກຳໝູນວຽນ. ການໝູນໃຊ້ສິ່ງເສດຫຼືອ ແລະ ຜະລິດຕະພັນສຳຮອງເພື່ອຜະລິດຄືນໃໝ່ ບໍ່ພຽງແຕ່ສ້າງຜະລິດຕະພັນທີ່ປອດໄພ, ຫຼຸດຜ່ອນຄວາມສິ້ນເປືອງ, ປົກປັກຮັກສາສິ່ງແວດລ້ອມເທົ່ານັ້ນ ຫາກຍັງເປີດທິດກ້າວເດີນໃໝ່ໃຫ້ແກ່ພື້ນຖານກະສິກຳທັນສະໄໝ, ຍືນຍົງ, ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານ ໂງວັນຟຸກ, ປະທານສະມາຄົມຊາວກະສິກອນ ຕາແສງຖຸຍແອັງ, ແຂວງຮຶງອຽນ ໃຫ້ຮູ້ວ່າ:

ແນວໂຮມປະເທດຊາດກໍ່ຄືບັນດາອົງການຈັດຕັ້ງມະຫາຊົນ ໄດ້ສົມທົບກັບບັນດາໂຮງຮຽນ, ຫົວໜ່ວຍຈັດຕັ້ງການຝຶກອົບຮົມ, ຖ່າຍທອດວິທະຍາສາດ - ເຕັກເນິກ ກໍ່ຄືຈັດຕັ້ງຊຸດບຳລຸງກໍ່ສ້າງວິຊາຊີບໃຫ້ແກ່ແຮງງານເຂດຊົນນະບົດ. ພ້ອມກັນນັ້ນ, ກໍ່ໂຄສະນາ, ຂົນຂວາຍສະມາຊິກກໍຄືບັນດາເຈົ້າຂອງຟາມ, ຟາມຄອບຄົວ ສຸມໃສ່ປະຕິບັດຕາມບັນດາຮູບແບບໝູນວຽນຄົບວົງຈອນ.

ຜົນ​ສຳ​ເລັດ​ຈາກ​ຮູບ​ແບບ​ຜະ​ລິດ​ກະ​ສິ​ກຳ​ສີ​ຂຽວ, ໝູນ​ວຽນ​ຢູ່​ຮຶງ​ອຽນ - ảnh 2ຮູບແບບການຜະລິດປະສົມຂອງສະຫະກັນ ຜະລິດສະໜອງຜັກໝາກໄມ້ ແລະ ຢາສະໝູນໄພຢູ່ ຕາແສງ ຕົ້ງເຈິ່ນ
(ພາບ: baohungyen.vn)

ຜົນສຳເລັດຈາກບັນດາຮູບແບບເສດຖະກິດກະສິກຳໝູນວຽນຢູ່ຖຸຍແອັງ ບໍ່ພຽງແຕ່ປະກອບສ່ວນຍົກສູງລາຍຮັບ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນເທົ່ານັ້ນ ຫາກຍັງປະກອບສ່ວນປົກປັກຮັກສາສິ່ງແວດລ້ອມ, ຮັກສາໝູ່ບ້ານສີຂຽວ - ສະອາດ - ງາມຕາ, ພ້ອມທັງແມ່ນບົດຮຽນປະສົບການເພື່ອທະວີຄູນໃນວົງກວ້າງ, ສ້າງພື້ນຖານກະສິກຳທີ່ທັນສະໄໝ, ມີປະສິດທິຜົນ ແລະ ຍືນຍົງ.

ສ່ວນຢູ່ຕາແສງໂຕ້ງເຈິນ, ສະຫະກອນຜະລິດຜັກໝາກໄມ້ ແລະ ຕົ້ນສະໝູນໄພ ອານທິງຟາດ ແມ່ນໜຶ່ງໃນບັນດາແບບຢ່າງພົ້ນເດັ່ນກ່ຽວກັບການຜະລິດກະສິກຳສີຂຽວ ເມື່ອໝູນໃຊ້ວິທະຍາສາດ - ເຕັກໂນໂລຢີ. ບົນເນື້ອທີ່ກວ່າ 3 ເຮັກຕາ, ທ່ານ ບຸຍວັນເຟືອງ, ຜູ້ອຳນວຍການສະຫະກອນ ໄດ້ລົງທຶນກໍ່ສ້າງລະບົບເຮືອນແກ້ວເພື່ອປູກໝາກ ແຄນຕາລຸບ (Cantaloupe), ໝາກແຕງ, ໝາກເຜັດ, ໝາກເລັ່ນ ຕາມມາດຖານອໍແກນນິກ VietGAP. ຍ້ອນປະຕິບັດຕາມຂັ້ນຕອນບົວລະບັດ, ເກັບກ່ຽວຢ່າງເຂັ້ມງວດ, ດັ່ງນັ້ນ ບັນດາຜະລິດຕະພັນຂອງສະຫະກອນ ອານທິງຟາດ ຍາມໃດກໍ່ບັນລຸສະມັດຕະພາບສູງ, ມີຄຸນນະພາບສູງ, ໄດ້ຮັບຄວາມນິຍົມຈາກຕະຫຼາດ. ປີ 2024, ສະຫະກອນໄດ້ສະໜອງໝາກ Cantaloupe ໃຫ້ຕະຫຼາດເກືອບ 80 ໂຕນ, ໝາກແຕງ Maya ເກືອບ 50 ໂຕນ, ໝາກເຜັດ, ໝາກເລັ່ນ 12 ໂຕນ… ນຳມາເຊິ່ງລາຍຮັບກວ່າ 3 ຕື້ດົ່ງ (ກວ່າ 113.700 USD). ທ່ານ ບຸຍວັງເຟືອງ ໃຫ້ຮູ້ວ່າ:

ປັດຈຸບັນ, ພວກຂ້າພະເຈົ້າມີສອງຜະລິດຕະພັນບັນລຸ OCOP ນັ້ນແມ່ນຜະລິດຕະພັນ Cantaloupe ບັນລຸ OCOP 4 ດາວ ແລະ ຜະລິດຕະພັນໝາກແຕງ ບັນລຸ OCOP 3 ດາວ. ປັດຈຸບັນ, ຕະຫຼາດເປັນປົກກະຕິພໍສົມຄວນ. ນອກຈາກການສະໜອງຜະລິດຕະພັນໃຫ້ແກ່ຄູ່ຮ່ວມມືຈຳນວນໜຶ່ງເພື່ອນຳຜະລິດຕະພັນດັ່ງກ່າວເຂົ້າລະບົບຮ້ານສັບພະສິນຄ້າ ຄື: GO!, AEON…ແລ້ວ ພວກຂ້າພະເຈົ້າຍັງສະໜອງໃຫ້ບັນດາລະບົບຮ້ານຄ້າ ແລະ ຊ່ອງຂາຍຂອງຕ້ອນ, ເຊິ່ງໄດ້ຮັບການສະໜັບສະໜູນຢ່າງຕັ້ງໜ້າ.

ຜົນ​ສຳ​ເລັດ​ຈາກ​ຮູບ​ແບບ​ຜະ​ລິດ​ກະ​ສິ​ກຳ​ສີ​ຂຽວ, ໝູນ​ວຽນ​ຢູ່​ຮຶງ​ອຽນ - ảnh 3ສະຫະກອນ ຜະລິດການສະໜອງຜັກໝາກໄມ້ ແລະ ຢາສະໝູນໄພ ອານມິງຟາດ ສ້າງວຽກເຮັດງານທຳທີ່ເປັນປົກກະຕິໃຫ້ແກ່ຜູ້ອອກແຮງງານ 10 ຄົນ (ພາບ: baohungyen.vn)

ໃນໄລຍະຈະມາເຖິງ, ສະຫະກອນ ອານທິງຟາດ ຄາດວ່າຈະເປີດກວ້າງເນື້ອທີ່, ເພີ່ມປະລິມານການຜະລິດຜະລິດຕະພັນກະເສດທີ່ມີຄຸນນະພາບສູງປອດໄພອອກສູ່ຕະຫຼາດ. ທ່ານ ຫງວຽນວັນຈ້າງ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຮຶງອຽນ ຖືວ່າ:

ນີ້ແມ່ນຮູບແບບທີ່ພົ້ນເດັ່ນກ່ຽວກັບການປະຕິບັດການຜະລິດກະສິກຳຕາມເຕັກໂນໂລຢີສູງ, ນຳໃຊ້ເຮືອນຕາໜ່າງເພື່ອຜະລິດຕະພັນ ໝາກ Cantaloupe, ເຊິ່ງແມ່ນໜຶ່ງໃນບັນດາຜະລິດຕະພັນຜັກໝາກໄມ້ທີ່ມີມູນຄ່າເສດຖະກິດສູງຂອງແຂວງ. ນີ້ກໍ່ແມ່ນທິດກ້າວເດີນໃໝ່ເຊິ່ງຂະແໜງກະສິກຳ ແລະ ບັນດາທ້ອງຖິ່ນພວມສົ່ງເສີມຊາວກະສິກອນທີ່ມີວິທະຍາສາດ - ເຕັກນິກ, ມີຄວາມສາມາດດ້ານການເງິນ ເພື່ອລົງທຶນເຂົ້າຮູບແບບຄືດັ່ງກ່າວ.

ບັນດາໝາກຜົນທີ່ບັນລຸໄດ້ຈາກບັນດາຮູບແບບກະສິກຳສີຂຽວ, ກະສິກຳໝູນວຽນ ຢູ່ຮຶງອຽນ ສະແດງໃຫ້ເຫັນວ່າ ທິດກ້າວເດີນນີ້ເໝາະສົມກັບທ່າອ່ຽງພັດທະນາທີີ່ທັນສະໄໝ, ຍືນຍົງ. ການກ້າໝູນໃຊ້ວິທະຍາສາດ - ເຕັກນິກ, ຍົກສູງສະຕິປົກປັກຮັກສາສິ່ງແວດລ້ອມ ແລະ ໝູນໃຊ້ແຫຼ່ງກຳລັງທ້ອງຖິ່ນຢ່າງມີປະສິດທິຜົນ ໄດ້ຊ່ວຍໃຫ້ປະຊາຊົນທັງເພີ່ມມູນຄ່າເສດຖະກິດ, ທັງສ້າງລະບົບນິເວດໃຫ້ການຜະລິດທີ່ປອດໄພ, ເປັນມິດ. ນີ້ບໍ່ພຽງແຕ່ແມ່ນພື້ນຖານເພື່ອໃຫ້ແຂວງຮຶງອຽນ ສືບຕໍ່ເປີດກວ້າງບັນດາເຂດຜະລິດຈຸດສຸມເທົ່ານັ້ນ ຫາກຍັງແມ່ນບົດຮຽນປະສົບການອັນລ້ຳຄ່າຂະຫຍາຍຢ່າງກວ້າງຂວາງຢູ່ຫຼາຍທ້ອງຖິ່ນ, ປະກອບສ່ວນສ້າງພື້ນຖານກະສິກຳ ຫວຽດນາມ ເປັນສີຂຽວກວ່າ, ສະອາດກວ່າ ແລະ ຍືນຍົງກວ່າໃນອະນາຄົດ.

ຕອບກັບ