ດຶງດູດກະແສທຶນ FDI ຄຸນນະພາບສູງໃນທ່າອ່ຽງຫລັ່ງໄຫລເຂົ້າມາ ຫວຽດນາມ

Thu Trang - Thu Hoa
Chia sẻ

(VOVWORLD) -ໃນສອງເດືອນຕົ້ນປີ, ການເຄື່ອນໄຫວລົງທຶນພາກລັດຂອງ ຫວຽດນາມ ມີຫລາຍຈຸດພົ້ນເດັ່ນ, ແຕ່ການລົງທຶນພາກເອກະຊົນ (ລວມທັງການລົງທຶນພາກເອກະຊົນຢູ່ພາຍໃນປະເທດ ແລະ ເງິນລົງທຶນໂດຍກົງຂອງຕ່າງປະເທດ FDI ຢູ່ ຫວຽດນາມ) ພວມຊັກຊ້າລົງ. ເຖິງຢ່າງໃດກໍຕາມ ເລື່ອງເງິນລົງທຶນຈາກງົບປະມານເພີ່ມຂຶ້ນ ແມ່ນສັນຍານຕັ້ງຫນ້າໃນການປັບປຸງພື້ນຖານໂຄງລ່າງເສດຖະກິດ - ສັງຄົມ ພ້ອມທັງເປີດແງ່ຫວັງຕັ້ງຫນ້າກ່ຽວກັບການດຶງດູດແຫລ່ງທຶນທີ່ມີຄຸນນະພາບສູງເຂົ້າ ຫວຽດນາມ ໃນໄລຍະຈະມາເຖິງ.

ດຶງດູດກະແສທຶນ FDI ຄຸນນະພາບສູງໃນທ່າອ່ຽງຫລັ່ງໄຫລເຂົ້າມາ ຫວຽດນາມ - ảnh 1ຕ່ອງໂສ້ຜະລິດເຄື່ອງອາໄຫລ່ໃຫ້ແກ່ຜະລິດເອເລັກໂຕນິກ ຢູ່ ບໍລິສັດ INOAC Viet Nam ຈຳກັດ. (ພາບປະກອບ: TTXVN)

ໄລ່ຮອດວັນທີ 20 ກຸມພາຜ່ານມາ, ການປ່ອຍເງິນລົງທຶນຂອງຕ່າງປະເທດຢູ່ ຫວຽດນາມ ແມ່ນບັນລຸປະມານກວ່າ 2,55 ຕື້  USD, ຫລຸດລົງເກືອບ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນຂົງເຂດການລົງທຶນ, ມີ 17/21 ຂະແຫນງເສດຖະກິດໄດ້ປ່ອຍເງິນ, ນຳຫນ້າແມ່ນຂະແຫນງອຸດສາຫະກຳປຸງແຕ່ງ, ປະດິດຄິດສ້າງ ດ້ວຍຍອດຈຳນວນເງິນລົງທຶນກວ່າ 2,17 ຕື້ USD, ຕໍ່ມາແມ່ນການເຄື່ອນໄຫວອະສັງຫາລິມະຊັບ ດ້ວຍຍອດຈຳນວນເງິນລົງທຶນເກືອບ 397 ລ້ານ USD. ກ່ຽວກັບຈຳນວນໂຄງການລົງທຶນໃຫມ່, ຂົງເຂດອຸດສາຫະກຳປຸງແຕ່ງປະດິດຄິດສ້າງແມ່ນຂະແຫນງນຳຫນ້າ. ບັນດານັກລົງທຶນຕ່າງປະເທດ ພວມສຸມໃສ່ລົງທຶນເຂົ້າ 39 ແຂວງ, ນະຄອນ, ນັ້ນຄື: ບັກຢາງ, ນະຄອນ ໂຮ່ຈີມິນ, ກວ໋າງນິງ, ດົ່ງນາຍ..

ທ່ານນາງ ໂດ໋ທິງອັກ, ຫົວຫນ້າກົມສະຖິຕິສັງລວມ ແລະ ເຜີຍແຜ່ຂໍ້ມູນສະຖິຕິ, ກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ:

 “ຈຳນວນເງິນລົງທຶນຈາກງົບປະມານໃນເດືອນ ກຸມພາປີ 2023 ຄາດວ່າບັນລຸເກືອບ 30.000 ຕື້ດົ່ງ (1,26 ຕື້ USD), ເພີ່ມຂຶ້ນເກືອບ 37% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໄລ່ລວມສອງເດືອນຄາດວ່າບັນລຸເກືອບ 57.000 ຕື້ດົ່ງ (2,4 ຕື້ USD), ເທົ່າກັບ 8,3% ແຜນການທັງປີ ແລະ ເພີ່ມຂຶ້ນ 18,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນຂະນະນັ້ນ ທຶນ FDI ຈົດທະບຽນດັດປັບໄລ່ຮອດວັນທີ 20 ກຸມພາ ປີ 2023 ບັນລຸ 535,4 ລ້ານ USD. ຕ່ຳສຸດເມື່ອທຽບໃສ່ໄລຍະດຽວກັນແຕ່ປີ 2019-2023. ທຶນ FDI ກໍ່ຫລຸດລົງ 4,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022 ເປັນການສະແດງໃຫ້ເຫັນຄວາມຫຍຸ້ງຍາກຂອງເສດຖະກິດໂລກ ເຮັດໃຫ້ບັນດານັກລົງທຶນຕ່າງປະເທດຍັງບໍ່ທັນເປີດກວ້າງຂອບຂະຫນາດ ແລະ ໃນບັນດາໂຄງການປະຈຸບັນທີ່ມີຢູ່ ຫວຽດນາມ

ດຶງດູດກະແສທຶນ FDI ຄຸນນະພາບສູງໃນທ່າອ່ຽງຫລັ່ງໄຫລເຂົ້າມາ ຫວຽດນາມ - ảnh 2ທ່ານ ຫງວຽນຫາຍມິງ ຮອງປະທານ ສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (Eurocham). (ພາບ: DiendanDN)

ໃນຄວາມຫຍຸ້ງຍາກລວມຂອງເສດຖະກິດທົ່ວໂລກ, ທ່ານ ເລຢູຍບິ່ງ, ຜູ້ຊ່ຽວຊານເສດຖະກິດ, ຜູ້ອຳນວຍການຝ່າຍບໍລິຫານ ສູນຄົ້ນຄ້ວາເສດຖະກິດ Economica ຫວຽດນາມ ຖືວ່າ: ການລົງທຶນພາກລັດ ແມ່ນຄວາມມານະພະຍາຍາມໃຫຍ່ຫລວງຂອງລັດຖະບານ ກໍ່ຄື ວິສາຫະກິດ, ອົງການຄຸ້ມຄອງ, ຢັ້ງຢືນວິທີການບໍລິຫານແຫລ່ງທຶນນີ້ນັບມື້ນັບປ່ຽນໃຫມ່ຕາມທິດຕັ້ງຫນ້າ. ເຖິງຢ່າງໃດກໍຕາມ ກຳລັງຫນູນຊຸກຍູ້ພື້ນຖານເສດຖະກິດ ບໍ່ອາດລໍຖ້າພຽງແຕ່ການລົງທຶນຈາກພາກລັດ. ຄວນຊຸກຍູ້ການລົງທຶນພາກເອກະຊົນ ພິເສດແມ່ນການລົງທຶນພາກເອກະຊົນພາຍໃນປະເທດ ແລະ ຄວນຍູ້ແຮງວິວັດການຜັນຂະຫຍາຍແຫລ່ງທຶນ FDI ປະຕິບັດ ຢູ່ ຫວຽດນາມ.

ບັນດານັກຊ່ຽວຊານດ້ານເສດຖະກິດຖືວ່າ ຄຽງຂ້າງການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງຕະຫລາດ, ປັບປຸງຄວາມສຸດຈິດສຸດໃຈໃນການດຳເນີນທຸລະກິດຂອງປະຊາຄົມວິສາຫະກິດ, ປຸກລຸກຈິດໃຈ Startupໃນປະຊາຊົນແລ້ວ, ຫວຽດນາມ ຄວນມີບັນດາມາດຕະການຮັກສາຕະຫລາດໃຫ້ເປັນປົກກະຕິ ເພື່ອໃຫ້ບັນດານັກລົງທຶນພາກເອກະຊົນໄດ້ເຂົ້າຮ່ວມຕະຫລາດແລ້ວຈະສືບຕໍ່ເປີດກວ້າງການລົງທຶນ ສ່ວນບັນດານັກລົງທຶນທີ່ມີຄວາມສາມາດບົ່ມຊ້ອນ ກໍພ້ອມທີ່ຈະເທແຫລ່ງທຶນ. ທ່ານ ຫງວຽນຫາຍມິງ ຮອງປະທານ ສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (Eurocham), ສະເຫນີວ່າ:

 “ສຳລັບບັນດານັກລົງທຶນ ເອີລົບ, ພວກຂ້າພະເຈົ້າຄິດວ່າ ການລົງທຶນເຂົ້າພື້ນຖານໂຄງລ່າງ ແມ່ນຮູບການລົງທຶນອັນຫນຶ່ງເພື່ອດຶງດູດການລົງທຶນ ສະນັ້ນ ຫວຽດນາມ ຄວນເອົາໃຈໃສ່ຫລາຍກວ່າ ນັບທັງການວາງແຜນຜັງ, ບຸກເບີກຫນ້າພຽງ ແລະ ພິເສດ ແມ່ນຍູ້ແຮງຮູບການຮ່ວມມືພາກລັດ - ພາກເອກະຊົນ PPP (Public - Private Partnership), ໃນນັ້ນ ຂັ້ນຕອນລົງທຶນ ຄວນມີຄວາມໂປ່ງໃສ. ປະຈຸບັນ ຍັງບໍ່ທັນມີນັກລົງທຶນຕ່າງປະເທດໃດເຂົ້າຮ່ວມຮູບການນີ້.

ຕາມຕົວເລກສະຖິຕິຈາກ ຫ້ອງການການຄ້າ ແລະ ອຸດສາຫະກຳ ເຢຍລະມັນ ປະຈຳຫວຽດນາມ ໃຫ້ຮູ້ວ່າ: “ມີ 93% ວິສາຫະກິດ ເຢຍລະມັນ ສືບຕໍ່ຢາກລົງທຶນເຂົ້າ ຫວຽດນາມ, ມີຫລາຍວິສາຫະກິດຢາກຍ້າຍການເຄື່ອນໄຫວຜະລິດດຳເນີນທຸລະກິດຈາກ ຈີນ ມາ ຫວຽດນາມ”. ທ່ານນາງ ດ່າວທູຈາງ, ຫົວຫນ້າພາກສ່ວນໃຫ້ຄຳປຶກສາຍຸດທະສາດພັດທະນາຕະຫລາດ, ຫ້ອງການການຄ້າ ແລະ ອຸດສາຫະກຳ ເຢຍລະມັນ ປະຈຳ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:

ວິສາຫະກິດ ເຢຍລະມັນ ເຂົາເຈົ້າເຫັນແຕ່ແງ່ດີຫລາຍກວ່າ ແລະ ໄດ້ພັດທະນາຫລາຍກວ່າ. ສິ່ງນັ້ນ ສະແດງໃຫ້ເຫັນວ່າບັນດານະໂຍບາຍຂ້ຽວຂາດ ແລະ ທັນການຂອງລັດຖະບານ ໄດ້ສ້າງກຳລັງຫນູນໃຫ້ແກ່ການຟື້ນຟູເສດຖະກິດພາຍຫລັງໂລກລະບາດໂຄວິດ 19. ສິ່ງນັ້ນກໍ່ເປັນການສ່ອງແສງຢ່າງເດັ່ນຊັດເຖິງການພັດທະນາຂອງວິສາຫະກິດ ເຢຍລະມັນ ຢູ່ ຫວຽດນາມ ເວົ້າສະເພາະ ແລະ ພື້ນຖານເສດຖະກິດຂອງ ຫວຽດນາມ ເວົ້າລວມ.

ເປັນທີ່ຈະແຈ້ງແລ້ວວ່າ: ໃນການເຄື່ອນໄຫວລົງທຶນ ແລະ ດຶງດູດການລົງທຶນ  ປະຈຸບັນພວມມີບັນດາຮົ້ວກີດຂວາງຄຽງຂ້າງສິ່ງສະດວກ, ແງ່ຫວັງ. ຖ້າຫາກໄດ້ປັບປຸງຄວາມຂາດຕົກບົກຜ່ອງໂດຍໄວ, ເລື່ອງດຶງດູດການລົງທຶນຈະມີຄຸນນະພາບກວ່າ, ມີປະສິດທິຜົນກວ່າ, ຊ່ວຍຫວຽດນາມ ຮັບກະແສທຶນ FDI ທີ່ມີຄຸນນະພາບສູງ ພວມໃນທ່າອ່ຽງຫລັ່ງໄຫລເຂົ້າຫວຽດນາມ ໃນໄລຍະຈະມາເຖິງ.

ຕອບກັບ