ຊຸກຍູ້ການລົງທຶນປະຢັດພະລັງງານໃນອຸດສາຫະກຳ ຢູ່ ຫວຽດນາມ

Nguyen Long+ Ba Thi
Chia sẻ

(VOVWORLD) -ຄວາມສາມາດບົ່ມຊ້ອນປະຢັດພະລັງງານ ຢູ່ ຫວຽດນາມ ແມ່ນໃຫຍ່ຫລວງ, ພິເສດ ແມ່ນຄວາມບົ່ມຊ້ອນປະຢັດພະລັງງານໃນບັນດາຂະແຫນງອຸດສາຫະກຳຢູ່ ຫວຽດນາມ. ມີຫລາຍການວິເຄາະໄດ້ຊີ້ອອກບັນດາຜົນປະໂຫຍດອັນໃຫຍ່ຫລວງ ນັບທັງດ້ານເສດຖະກິດ ແລະ ສິ່ງແວດລ້ອມ ຂອງການປະຢັດພະລັງງານໃນບັນດາຂະແຫນງອຸດສາຫະກຳ. ໂດຍຮັບຮູ້ໄດ້ຄວາມສຳຄັນຂອງບັນຫານີ້, ໃນໄລຍະຜ່ານມາ ກະຊວງອຸດສາຫະກຳການຄ້າ ແລະບັນດາກະຊວງ, ຂະແຫນງການ, ອົງການທີ່ກ່ຽວຂ້ອງ ໄດ້ຜັນຂະຫຍາຍຫລາຍບາດກ້າວສຳຄັນ, ໃນນັ້ນ ມີການຮ່ວມມືກັບບັນດາອົງການຈັດຕັ້ງສາກົນ ເພື່ອຊຸກຍູ້ທິດກ້າວເດີນນີ້.

ຊຸກຍູ້ການລົງທຶນປະຢັດພະລັງງານໃນອຸດສາຫະກຳ ຢູ່ ຫວຽດນາມ  - ảnh 1ກຳມະກອນ ບໍລິສັດໃຫຍ່ ໄຟຟ້າ ຮ່າໂນ້ຍ ໂຄສະນາການປະຢັດໄຟຟ້າ. (ພາບປະກອບ: TTXVN)

ຕາມບົດລາຍງານດ້ານວິທະຍາສາດແລ້ວ, ການນຳໃຊ້ພະລັງງານຢ່າງປະຢັດ ແລະ ມີປະສິດທິຜົນ ແມ່ນມາດຕະການແທດຈິງຊ່ວຍຄ້ຳປະກັນດ້ານພະລັກງງານແຫ່ງຊາດ ແລະ ການພັດທະນາພື້ນຖານເສດຖະກິດ. ສິ່ງນີ້ຍິ່ງມີຄວາມໝາຍກວ່າ ເມື່ອ ຫວຽດນາມ ແມ່ນຫນຶ່ງໃນບັນດາປະເທດມີລະດັບນຳໃຊ້ພະລັງງານໃຫຍ່ ຢູ່ ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນ ການເຕີບໂຕດ້ານອຸດສາຫະກຳ ແມ່ນຫນຶ່ງໃນບັນດາກຳລັງຫນູນຫລັກ. ບັນດາການຄິດໄລ່ທາງດ້ານວິຊາສະເພາະຊີ້ໃຫ້ເຫັນວ່າ:  ການນຳໃຊ້ພະລັງງານຂອງບັນດາຂະແຫນງອຸດສາຫະກຳ ຢູ່ ຫວຽດນາມ ປະຈຸບັນ ກວມເອົາກວ່າ 47% ຍອດການນຳໃຊ້ພະລັງງານໃນທົ່ວປະເທດ. ສ່ວນຕາມການສຳຫລວດຂອງໂຄງການແຫ່ງຊາດ ກ່ຽວກັບການນຳໃຊ້ພະລັງງານຢ່າງປະຢັດ ແລະ ມີປະສິດທິຜົນ ໄລຍະແຕ່ປີ 2019- 2030 ໄດ້ໃຫ້ຂໍ້ສັງເກດວ່າ: ຄວາມບົ່ມຊ້ອນປະຢັດພະລັງງານຂອງຫວຽດນາມ ໃນຂົງເຂດອຸດສາຫະກຳຍັງໃຫຍ່ຫລວງຢູ່ ມີປະມານ 20 – 30%.

ເພື່ອຊຸກຍູ້ການລົງທຶນເຂົ້າຕະຫລາດປະຢັດພະລັງງານ ໃນບັນດາຂະແຫນງອຸດສາຫະກຳ ຢູ່ ຫວຽດນາມ, ຫວ່າງແລ້ວນີ້ ກະຊວງອຸດສາຫະກຳ ການຄ້າ ແລະ ທະນາຄານໂລກ (WB) ໄດ້ເລີ່ມເຄື່ອນໄຫວ “ໂຄງການຊຸກຍູ້ການປະຢັດພະລັງງານ ໃນບັນດາຂະແຫນງອຸດສາຫະກຳ ຫວຽດນາມ - ໂຄງການ VSUEE. ນີ້ແມ່ນໂຄງການທຳອິດທີ່ໄດ້ຮັບການຜັນຂະຫຍາຍຢູ່ ຫວຽດນາມ ກ່ຽວກັບການປະຢັດພະລັງງານໃນບັນດາຂະແຫນງອຸດສາຫະກຳ. ໂຄງການນີ້ ໂດຍ WB ອຸປະຖຳລ້າດ້ວຍຈຳນວນເງິນ 11,3 ລ້ານ USD ຜ່ານການປະຕິບັດ “ກອງທຶນແບ່ງປັນຄວາມສ່ຽງ”. ທ່ານ ຈິ້ງກວັກຫວູ ຮອງຫົວຫນ້າກົມປະຢັດພະລັງງານ ແລະ ພັດທະນາແບບຍືນຍົງ, ກະຊວງອຸດສາຫະກຳ ການຄ້າ ທັງແມ່ນຮອງຜູ້ອຳນວຍການໂຄງການຊຸກຍູ້ການປະຢັດພະລັງງານໃນບັນດາຂະແຫນງອຸດສາຫະກຳ ຫວຽດນາມ ເນັ້ນຫນັກວ່າ:

 “ເພື່ອຄ້ຳປະກັນດ້ານພະລັງງານ ແລະ ຈຳກັດການອີງໃສ່ສ່ວນໃຫຍ່ຈາກແຫລ່ງເຊື້ອເພີງນຳເຂົ້າ, ມາດຕະການບຸລິມະສິດແຖວຫນ້າ ແມ່ນປະຕິບັດການນຳໃຊ້ພະລັງງານຢ່າງປະຢັດ ແລະ ມີປະສິດທິຜົນ. ຄຽງຄູ່ກັບຄວາມມານະພະຍາຍາມຂອງລັດຖະບານ ແລະ ບັນດາອົງການຈັດຕັ້ງ, ສ່ວນບຸກຄົນຢູ່ພາຍໃນປະເທດແລ້ວ, ການຫນູນຊ່ວຍຈາກບັນດາແຫລ່ງກຳລັງສາກົນມີບົດບາດສຳຄັນເພື່ອຊຸກຍູ້ການເຄື່ອນໄຫວລົງທຶນເຂົ້າຕະຫລາດປະຢັດພະລັງງານ ຢູ່ ຫວຽດນາມ”

ຊຸກຍູ້ການລົງທຶນປະຢັດພະລັງງານໃນອຸດສາຫະກຳ ຢູ່ ຫວຽດນາມ  - ảnh 2ກະຊວງອຸດສາຫະກຳ- ການຄ້າ ແລະ ທະນາຄານໂລກ ເລີ່ມເຄື່ອນໄຫວ ໂຄງການ VSUEE. (ພາບ:moit.gov.vn)

ທ່ານ ຈູບາທີ ນັກຊ່ຽວຊານດ້ານພະລັງງານຂັ້ນສູງ ຂອງ WB ຢູ່ ຫວຽດນາມ ມີຄວາມເຊື່ອໝັ້ນວ່າ, ເລື່ອງຜັນຂະຫຍາຍໂຄງການຈະສ້າງກຳລັງຫນູນທີ່ດີໃຫ້ແກ່ເລື່ອງຊຸກຍູ້ດ້ານສິນເຊື່ອໃຫ້ແກ່ຕະຫລາດປະຢັດພະລັງງານໃນຂົງເຂດອຸດສາຫະກຳທີ່ມີຫລາຍຄວາມສາມາດບົ່ມຊ້ອນຢູ່ ຫວຽດນາມ.

“ເປົ້າໝາຍຂອງໂຄງການນີ້ ແມ່ນເພື່ອແນໃສ່ສະຫນອງການຄ້ຳປະກັນໃຫ້ບັນດາທະນາຄານ ເພື່ອໃຫ້ເຂົາເຈົ້າມີຄວາມຫມັ້ນໃຈກວ່າໃນການຕົກລົງໃຫ້ບັນດາໂຄງການໃຫຍ່ປະຢັດພະລັງງານກູ້ຢຶມທຶນ. ປະຈຸບັນ ບັນດາທະນາຄານຖືວ່າ ຄວາມສ່ຽງສຳລັບການລົງທຶນປະຢັດພະລັງງານແມ່ນໃຫຍ່ຫລວງ ສະນັ້ນ ເຂົາເຈົ້າບໍ່ໝັ້ນໃຈເພື່ອໃຫ້ກູ້ຢຶມທຶນກໍ່ຄືບໍ່ມີລະດັບຄວາມຮູ້ພຽງພໍເພື່ອຕີລາຄາຄວາມເປັນໄປດ້ານເຕັກນິກ, ດ້ານການເງິນສຳລັບບັນດາໂຄງການລົງທຶນ. ໂຄງການນີ້ ລວມມີ ກອງທຶນຄ້ຳປະກັນແລະ ການຫນູນຊ່ວຍດ້ານເຕັກນິກ”

ກໍ່ມີທັດສະນະເຊັ່ນດຽວກັນ, ທ່ານ ເຈີນກວາງຕຽນ ຜູ້ຕາງຫນ້າ ທະນາຄານແຫ່ງລັດ ຫວຽດນາມ ທີ່ເຂົ້າຮ່ວມໂຄງການ VSUEEຖືວ່າ:

“ໃນໂຄງການນີ້ ກອງທຶນແບ່ງປັນຄວາມສ່ຽງ ຈະຮ່ວມເດີນທາງພ້ອມກັບບັນດາທະນາຄານການຄ້າ, ບັນດາວິສາຫະກິດ ເພື່ອເຮັດແນວໃດ ທັງສົ່ງເສີມບັນດາທະນາຄານການຄ້າ ສະຫນອງບັນດາກະແສທຶນໃຫ້ວິສາຫະກິດຫລາຍກວ່າ ພ້ອມທັງກະຕຸກຊຸກຍູ້ບັນດາວິສາຫະກິດ ພິເສດໃນຂົງເຂດອຸດສາຫະກຳ ທີ່ມີການປ່ຽນແປງໃຫມ່, ປະດິດຄິດສ້າງໃນວິວັດການຜະລິດ, ຜະລິດອອກບັນດາຜະລິດຕະພັນແຕ່ປະຢັດພະລັງງານ, ຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ບັນລຸມູນຄ່າເສດຖະກິດສູງ. ນີ້ກໍ່ແມ່ນແຜນນະໂຍບາຍ, ເປົ້າໝາຍໃຫຍ່ຂອງລັດຖະບານ”

ໂດຍແມ່ນຫົວຫນ່ວຍຊື່ງກະຊວງອຸດສາຫະກຳ -ການຄ້າ ແລະ WB ເຊື່ອໝັ້ນເລືອກເຟັ້ນແມ່ນອົງການຄຸ້ມຄອງ “ກອງທຶນແບ່ງປັນຄວາມສ່ຽງ” ຢູ່ ໂຄງການ VSUEE, ການນຳທະນາຄານ  SHB ໃຫ້ຄຳໝັ້ນສັນຍາຈະຫນູນຊ່ວຍຫລາຍສຸດໃຫ້ບັນດາທະນາຄານການຄ້າເຂົ້າຮ່ວມການຜັນຂະຫຍາຍໂຄງການ ພ້ອມທັງໃຫ້ຄຳໝັ້ນໝາຍຈະຮ່ວມເດີນທາງກັບບັນດາວິສາຫະກິດໃນຂົງເຂດອຸດສາຫະກຳກ່ຽວກັບການຍູ້ແຮງການລົງທຶນເຕັກໂນໂລຊີ, ອຸປະກອນ, ມາດຕະການເພື່ອປະຢັດພະລັງງານໃນການເຄື່ອນໄຫວຜະລິດ, ຍົກສູງປະສິດທິຜົນການດຳເນີນທຸລະກິດ, ປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ.

ຕອບກັບ