ຄວາມສາມາດບົ່ມຊ້ອນສົ່ງອອກຊອບແວຢູ່ ຫວຽດນາມ

To Tuan
Chia sẻ
ໂດຍ​ແມ່ນ​ປະ​ເທດ​ມີ​ພົນລະ​ເມືອງ​ຫນຸ່ມ, ການໝູ​ນ​ໃຊ້​ເຕັກ​ໂນ​ໂລ​ຊີຢ່າງ​ວ່ອງ​ໄວ, ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ກ່ຽວ​ກັບ​ການ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ຊອບ​ແວ

(vovworld) - ​​ໂດຍ​ແມ່ນ​ປະ​ເທດ​ມີ​ພົນລະ​ເມືອງ​ຫນຸ່ມ, ການໝູ​ນ​ໃຊ້​ເຕັກ​ໂນ​ໂລ​ຊີຢ່າງ​ວ່ອງ​ໄວ, ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ກ່ຽວ​ກັບ​ການ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ຊອບ​ແວ. ຄຽງ​ຄູ່​ກັບການ​ຍູ້​ແຮງ​ການຜະລິດຊອບ​ແວ, ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ໄດ້ ​ແລະ ພວມ​ສ້າງ​ຍຸດ​ທະ​ສາດ​ເພື່ອ​ກ້າວ​​ໄປ​ເຖິງ​ການເຊື່ອມ​ໂຍງ​ກັບ​ທົ່ວ​ໂລກ ຜ່າ​ນ​ການ​ສ້າງ​ບັນດາ​ຜະລິດ​ຕະພັນ​ມີ​ມູນ​ຄ່າ​ສູງ​ດ້ວຍ​ເຄື່ອງໝາຍ​ການ​ຄ້າ Made in Vietnam. ​ໃນລາຍການ​ເສດຖະກິດ​ພາກ​ນີ້, ນັກ​ຂ່າວ​ໂຕ​ຕວນມີ​ບົດ​ຂຽນ​ທີ່​ພາດຫົວ​ຂໍ້​ວ່າ: “ຄວາມ​ສາມາດ​ບົ່ມ​ຊ້ອນ​​ໃນການ​ສົ່ງ​ອອກ​ຊອບ​ແວ​ຢູ່ ຫວຽດນາມ​”.

ຄວາມສາມາດບົ່ມຊ້ອນສົ່ງອອກຊອບແວຢູ່ ຫວຽດນາມ - ảnh 1
ຫວຽດນາມ ແມ່ນປະ​ເທດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ກ່ຽວ​ກັບ​ການ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ຊອບ​ແວ
ພາບ:internet

        ປີ 2012, ​ເຖິງ​ວ່າ​ເສດຖະກິດ​ທົ່ວ​ໂລກ​ເວົ້າ​ລວມ ​ແລະ ຫວຽດນາມ ​ເວົ້າ​ສະ​ເພາະ ຍັງ​ຄົງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ, ​ໃນ​ຂະນະ​ນັ້ນ ຂົງ​ເຂດ​ສົ່ງ​ອອກ​ມີ​ທ່າ​ອ່ຽງ​ຖືກຊັກຊ້າລົງ, ຂະ​ແຫນງ​ອຸດສາຫະກຳ​ຊອບ​ແວ​ຍັງຄົງ​ບັນລຸ​ລະດັບ​ຈະ​ເລ​ີນ​ເຕີບ​ໂຕ​ເກືອບ 30% ​ຊ້ຳບໍ່​ໜຳ ມີວິ​ສາ​ຫະກິດ​ຈຳນວນ​ຫນຶ່ງ ຍັງ​ບັນລຸ​ການ​ເຕີບ​ໂຕກ​ວ່າ 100%. ກຸ່ມ​ບໍລິສັດ FPT ຊື່​ງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ຊອບ​ແວ​ຕົ້ນຕໍ ຂອງຫວຽດນາມ, ​ໃນ 6 ​ເດືອນຕົ້ນ​ປີ 2012 ຍັງ​ຄົງ​ບັນລຸ​ລະດັບ​ການ​ເຕີບ​ໂຕ 30% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຕະຫລາດ ຍີ່ປຸ່ນ ​ແລະ ອາ​ເມ​ລິ​ກາ ສືບ​ຕໍ່​ແມ່ນ​ຕະຫລາດ​​ເດີມ​ໃຫຍ່​ສຸດ​ກ່ຽວ​ກັບ​ການ​ສົ່ງ​ອອກ​ຊອບ​ແວ ຂອງຫວຽດນາມ. ຕາມ​ການ​ສັງ​ເກດ​ຂອງ​ສະຫະ​ສະມາຄົມ​ຊອບ​ແວ ​ແລະ ບໍລິການ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ຫວຽດນາມ (VINASA) ​ແລ້ວ, ກາລະ​ໂອກາດ​ສຳລັບຕະຫລາດ​ສົ່ງ​ອອກ​ຊອບ​ແວ​ຂອງ ຫວຽດນາມ ພວມ​ເປີດ​ກ້ວາງ. ຕົວຢ່າງ​ຄື: ​ຕະຫລາດ​ຍີ​່ປຸ່ນ ​ແຕ່ລະ​ປີ​ມີ​ຄວາມ​ຕ້ອງການ​ຜະລິດ​​ຊອບ​ແວ​ຕົກເປັນມູນຄ່າປະມານ 10 ຕື້ USD, ​ແຕ່​ປີ​ກາຍ FPT ພຽງ​ຕອບ​ສະຫນອງ​ປະມານ 35 ລ້ານ USD. ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້, FPT ກໍ​ຄື​ວິ​ສາ​ຫະກິດ​ຜະລິດ​ຊອບ​ແວ​ຫລາຍ​ແຫ່ງ​ກໍ​ໄດ້​ຮັບ​ສັນຍາ​ຫລາຍ​ສະບັບ​ມີ​ມູນ​ຄ່າ​ນັບ​ສີ​ບລ້ານ USD ຈາກ​ບັນດາ​ລູກ​ຄ້າ​ຈາກ​ຕ່າງປະ​ເທດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ຖ້າ​ຫາກ​ພຽງ​ແຕ່​ຜະລິດ​ເທົ່ານັ້ນ, ມູນ​ຄ່າ​ເພີ່ມ​ໃນ​​ສັນຍາການ​ຄ້າ​ຈະບໍ່​ສູງ. ນີ້​ກໍ​ແມ່ນ​ສາຍ​ເຫດ​ທີ່​ວິ​ສາ​ຫະກິດ​ຊອບ​ແວ​ ຫວຽດນາມ ຫລາຍ​ແຫ່ງ ​ໄດ​້​ເລີ່​ມຕົ້ນ​ການ​ຄົ້ນ​ຄວ້າ, ອອກ​ແບບ​ຜະລິດຕະພັນ​ຊອບ​ແວ​ເພື່ອ​ເພີ່ມ​ມູນ​ຄ່າ.  ບໍ​ລິສັດ Global Cyber Soft ​ໃນ​ໄລຍະ​ຫາ​ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ພຽງ​ແຕ່​ເອົາ​ໃຈ​ໃສ່​​ເຖິງ​ການ​ຜະລິດ​ຊິ້ນ​ສ່ວນ​ຊອບ​ແວ ​​ແຕ່​ເມື່ອ​ປະຕິ​ບັດ​ການ​ສົ່ງອອກ​ຜະລິດ​ຕະພັນ​ຊອບ​ແວ​ມາ​ຮອດ​ປະຈຸ​ບັນ, ວິ​ສາ​ຫະກິດ​ນີ້​ບັນລຸ​ໄດ້​ໝາກຜົນ​ດີ​ພໍ​ສົມ​ຄວນ. ພົ້ນ​ເດັ່ນ ຜະລິດ​ຕະພັນ​ຊອບ​ແວ​ຄຸ້ມ​ຄອງ​ລະບົບ​ຂາຍຍ່ອຍ​ດ້ວຍ​ເຄື່ອງໝາຍ​ການ​ຄ້າ Made in Vietnam ຂອງ​ບໍລິສັດ ​ໄດ້​ຮັບ​ການ​ໝູນ​ໃຊ້​ຈາກ​ບັນດາ​ບໍລິສັດ​ຂາຍຍ່ອຍ​ທີ່​ມີ​ຊື່​ສຽງ​ໃນ​ໂລກ. ທ່ານ ​ໂງ​ວັນ​ຕວ່າ​ນ, ຜູ້ອຳນວຍການ​ໃຫຍ່​ບໍລິສັດ Global Cyber Soft ​ໃຫ້​ຮູ້​ວ່າ:

        “ຈຸດ​ທີ່​ແຕກ​ຕ່າງ​ກັນ​ຂອງ​ບໍລິສັດ​ນັ້ນ​ແມ່ນ​ບໍລິສັດ​ໄດ້​ເຂ້ົາ​ຮ່ວມ​ວິວັດທະນາ​ການ​ຜະລິດ​ຊ​ອບ​ແວ ຊ້ຳ​ບໍ່​ໜຳ ສຳລັບ​ລູກ​ຄ້າ ບັນດາ​ຜູ້​ຊ່ຽວຊານ​ຂອງ​ບໍລິສັດ​ເຂົ້າ​ຮ່ວມ​ການ​ປຶກສາ​ບັນດາ​ມາດ​ຕະການ​ເພື່ອ​ສະ​ເຫ​ນີຄຳ​ນິຍາມ​ກ່ຽວ​ກັບ​ການ​ອອກ​ແບບ​ຜະລິດ​ຕະພັນ. ນັ້ນ​ແມ່ນ​ຄວາມ​ມານະ​ພະຍາຍາມ​ຂອງ​ບໍລິສັດ​ເພື່ອ​ເພີ່ມ​ມູນ​ຄ່າ​ເພີ່ມ.”

ຖ້າ​ຫາກບໍລິສັດ Global Cyber Soft ​ເລືອກ​ເຟັ້ນຮູບ​ການ​ຂາຍຍ່ອຍ​ເປັນ​ເປົ້າ​ໝາຍ​ຕົ້ນຕໍ​ໃຫ້​ແກ່​ບັນດາ​ຜະລິ​ດຕະພັນ​ຂອງ​ຕົນ, ບໍລິສັດ TMA ​ໄດ້​ກຳນົດ​ທິດ​ພັດທະນາ​ບັນດາ​ຜະລິດ​ຕະພັນ​ຊອບ​ແວ​ກ່ຽວ​ກັບ​ໂທລະສັບ​ມື​ຖື, ອາຍປາດ ບັນດາ​ອຸປະກອນ​ເອ​ເລັກ​ໂຕ​ນິກທີ່ທັນສະໄຫມ ​ແລະ ຊອບ​ແວ​ຄຸ້ມ​ຄອງ​ໃນ​ຂົງ​ເຂດ​ໂທລະ​ຄົມ. ທ່ານ ​ເຈີ​ນຮົ່ງ, ຜູ້ອຳນວຍການ​ທຸລະ​ກິດ​ຂອງ​ບໍລິສັດ TMA ​ໃຫ້​ຮູ້​ວ່າ:

        “​ໃນ 3 ປີຜ່ານມາ ບໍລິສັດ TMA ​ໄດ້​ລົງທຶນ​ຢ່າງ​ແຮງ​ເພື່ອ​ຜະລິດ​ບັນດາ​ຜະລິດ​ຕະພັນ​ສະ​ເພາະ​ຂອງ​ຕົນ ​ແລະ ບັນລຸ​ບາງ​ໝາກຜົນ​ດີ​ພໍ​ສົມຄວນ. ຜະລິດ​ຕະພັນ​ຈຳນວນ​ຫນຶ່ງ​ຂອງ​ບໍລິສັດ​ໄດ້​ນຳ​ໄປ​ຂາຍ​ຢູ່​ຕະຫລາດ​ໃຫຍ່​ບາງ​ແຫ່ງ​ຄື: ຊອບ​ແວ​ຮັບ​ໃຊ້​ການ​ຄຸ້ມ​ຄອງ​ໂທລະ​ຄົມ. ຊອບ​ແວ​ປະ​ເພດ​ນີ້ ພວກ​ຂ້າພະ​ເຈົ້າ​ໄດ້​ລົງທຶນ​ໃນ​​ໄລຍະກວ່າ 2 ປີມານີ້. ​ໃນ​ທ້າຍ​ປີ 2011, ລູກ​ຄ້າ​ເອີ​ລົບ ​ແລະ ອົດ​ສະ​ຕາ​ລີ ຈຳ​ນວນ​ຫນຶ່ງ ​ໄດ້​ນຳໃຊ້​ທົດລອງ ​ແລະ ປະຈຸ​ບັນ ພວມ​ຜັນ​ຂະຫຍາຍ​​ນຳ​ໃຊ້ຕົວຈິງ.”


ຄວາມສາມາດບົ່ມຊ້ອນສົ່ງອອກຊອບແວຢູ່ ຫວຽດນາມ - ảnh 2
ພິທີລົງມືກໍ່ສ້າງກິດຈະກຳຜະລິດຊອບແວ ລ້າງຮ່ວາຫລາກ
ພາບ:internet

​ດ້ວຍ​ທິດ​ທາງ​ນັ້ນ, ຜະລິດ​ຕະພັນຊອບ​ແວ​ຫລາຍ​ປະ​ເພດ​ມີ​ເຄື່ອງໝາຍ​ການ​ຄ້າ Made in Vietnam ​​ໄດ້​ຮັບ​ການ​ນຳ​ໃຊ້​ຈາກ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ. ບໍລິສັດ​ຊອບ​ແວ Bkav ກໍ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ຫນຶ່ງ​ໃນ​ບັນດາ​ວິ​ສາ​ຫະກິດ​ດຳ​ເນີນ​ທຸລະກິດ​​ເປັນ​ຢ່າງ​ດີ​ຢູ່​ຕະຫລາດ​ພາຍ​ໃນ​ປະ​ເທດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕໍ່ຫນ້າ​ກາລະ​ໂອກາດ​ພັດທະນາ, ບໍລິສັດ​ດັ່ງກ່າວ ຕັດສິນ​ໃຈ​ສົ່ງ​ຜະລິດ​ຕະພັນ​ຂອງ​ຕົນ​ໄປຂາຍຢູ່ທົ່ວໂລກ. ທ່ານ ຫງວຽນ​ມີນດຶກ, ຜູ້ອຳນວຍການ​ບໍລິສັດ Bkav ​ໃຫ້​ຮູ້​ວ່າ:

        “ຈຸດ​ພິ​ເສດສະ​ເພາະ​ຂອງ​ຂະ​ແຫນງ​ຊອບ​ແວ ມີ​ຄວາມ​ສະດວກ​ຫລາຍ​ກວ່າ​ເມື່ອ​ທຽບ​ກັບ​ຂະ​ແຫນງ​ອື່ນ, ນັ້ນ​ແມ່ນ ຖ້າ​ຫາກ​ພວກ​ຂ້າພະ​ເຈົ້າ​ຢາກ​ເຂົ້າ​ຕະຫລາດ​ໃດ​ຫນຶ່ງ, ພວກ​ຂ້າພະ​ເຈົ້າ​ບໍ່​ຈຳ​ເປັນ​ໄປ​ເຖິງ​ປະ​ເທດ​ນັ້ນ​ເພື່ອ​ແລກປ່ຽນ​ກັບ​ລູກ​ຄ້າ ຫລື​ໂຄສະນາ ພວກ​ຂ້າພະ​ເຈົ້າ​ສາມາດ​ແລກປ່ຽນ​ກັບ​ລູກ​ຄ້າ ​ແລະ ​ໂຄສະນາ​ຜ່ານ​ເຄືອ​ຂ່າຍ ອິນ​ເຕີ​ແນັດ ຫລື ຜ່ານ​ລະບົບໂຄສະນາ​ທີ່ແຕກຕ່າງ​ກັນ. ຄາດ​ວ່າ ພວກ​ຂ້າພະ​ເຈົ້າ​ຈະ​ສຸມໃສ່ໂຄສະນາ​ຢູ່​ຕະຫລາດ ອາ​ເມ​ລິ​ກາເສຍກ່ອນ, ​ເພາະວ່າຄວາມ​ຕ້ອງການ​ນຳ​ໃຊ້​ຊອບ​ແວ​ຢູ່ປະເທດນີ້ແມ່ນສູງ​ພໍ​ສົມຄວນ.”

​ໂດຍກຳນົດ​ວ່າ ນີ້​ແມ່ນ​ຂະ​ແຫນງ​ມີ​ແງ່​ຫວັງ​ພັດທະນາ, ​ໃນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ, ລັດຖະບານ ​ໄດ້​ປະກາດ​ໃຊ້​ຫລາຍ​ແຜນ​ນະ​ໂຍບາຍ​ບຸລິ​ມະ​ສິດ​ເພື່ອ​ຊຸກຍູ້​ອຸດສາຫະກຳ​ຊອບ​ແວ​ພັດທະນາ. ປະຈຸ​ບັນ ຢູ່ ຫວຽດນາມ ​ໄດ້​ສ້າງຕັ້ງ​ສູນ​ຊອບ​ແວ​ໃຫຍ່ 2 ​ແຫ່ງ, ນັ້ນ​ແມ່ນ​ສູນ​ຊອບ​ແວ​ຂອງ​ກຸ່ມ​ບໍ​ລິ​ສັດ FPT ຕັ້ງ​ຢູ່​ເຂດ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຍີ​ສູງ ລາ້ງ​ຮ່ວາ​ຫລາກ, ຮ່າ​ໂນ້ຍ ​ແລະ ສູນ​ຊອບ​ແວ​ກວາງ​ຈູງ ຢູ່ ນະຄອນ ​ໂຮ່ຈິ​ມິນ. ນີ້​ແມ່ນ​ບັນດາ​ປະຖົມ​ປັດ​ໃຈ​ສຳຄັນ​ເພ່ືອ​​ໃຫ້​ອຸດສາຫະກຳ​ຊອບ​ແວ​​ເສີມ​ຂະຫຍາຍ​ໝົດ​ກຳລັງ​ຄວາມ​ສາມາດ, ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ຊາດ.

ຕອບກັບ