ທ່ານ ດິ້ງວິງເກືອງ, ຫົວໜ້າສະໂມສອນເຊື່ອມຕໍ່ວິສາຫະກິດ ຫວຽດນາມ - ສາກົນ. ພາບ:TTXVN |
ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນເນັ້ນໜັກເຖິງຄວາມຈຳເປັນທີ່ຕ້ອງມີມາດຕະການຢ່າງປະສິດທິຜົນ ເພື່ອສ້າງ ແລະ ພັດທະນາເຄື່ອງໝາຍການຄ້າ ກາເຟ ຫວຽດນາມ. ທ່ານ ດິ້ງວິງເກືອງ, ຫົວໜ້າສະໂມສອນເຊື່ອມຕໍ່ວິສາຫະກິດ ຫວຽດນາມ - ສາກົນ, ໃຫ້ຮູ້ວ່າ: ວິສາຫະກິດຕ້ອງຮ່ວມແຮງຮ່ວມໃຈກັບຊາວກະສິກອນ ເພື່ອຮ່ວມສຳພັນລະບົບມູນຄ່າ ຈາກຜູ້ຜະລິດຕະຫລອດຮອດຂອດສຸດທ້າຍ. ເພື່ອພັດທະນາ ແລະ ຍົກສູງມູນຄ່າກາເຟ ຫວຽດນາມ, ຕ້ອງຖືເປັນສຳຄັນການລົງທຶນຜະລິດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດບໍລິໂພກ, ພິເສດແມ່ນບັນດາຕະຫຼາດທີ່ເຄັ່ງຄັດກັບຄຸນນະພາບ. ພ້ອມກັນນັ້ນ, ກໍຕ້ອງລົງທຶນສ້າງເຄື່ອງໝາຍການຄ້າໃຫ້ແກ່ກາເຟ ຫວຽດນາມ ຍ້ອນປະຈຸບັນນີ້ ມີໜ້ອຍບໍລິສັດທີ່ສ້າງເຄື່ອງໝາຍການຄ້າກາເຟສົ່ງອອກສູ່ໂລກ. ທ່ານ ດິ້ງວິງເກືອງ ວິເຄາະວ່າ:
“ພວກເຮົາຈຳເປັນຕ້ອງມີຫົວໜ່ວຍທີ່ສ້າງເຄື່ອງໝາຍການຄ້າກາເຟ ຫວຽດນາມ ຈຳນວນໜຶ່ງ. ເມື່ອເຄື່ອງໝາຍການຄ້າຂອງພວກເຮົາເຕີບໂຕຂຶ້ນ ມູນຄ່າກາເຟກໍ່ຈະເພີ່ມຂຶ້ນດີກວ່າ. ພວກເຮົາມີ ຫລາຍເຂດປູກກາເຟຫຼາຍ ດັ່ງນັ້ນ ພວກເຮົາຈໍາເປັນຕ້ອງມີບາງເຄື່ອງໝາຍການຄ້າຂອງເຂດປູກ ທີ່ຕິດພັນກັບທີ່ມາຂອງສິນຄ້າ. ພວກເຮົາສ້າງເຄື່ອງໝາຍການຄ້າທີ່ຕິດພັນກັບທີ່ມາຂອງສິນຄ້າ ເມື່ອສົ່ງອອກຈະສ້າງມູນຄ່າເພີ່ມຂຶ້ນອີກ".
ຕາມສະຫະສະມາຄົມກາເຟ ແລະ ໂກໂກ້ ຫວຽດນາມ ແລ້ວ, ເນື້ອທີ່ປູກກາເຟທັງໝົດຢູ່ ຫວຽດນາມ ປະຈຸບັນມີປະມານ 710.000 ເຮັກຕາ, ໃນນັ້ນ ເນື້ອທີ່ເກັບກູ້ ມີປະມານ 650.000 ເຮັກຕາ. ແນວໃດກໍຕາມ, ເນື້ອທີ່ປູກກາເຟຍັງກະແຈກກະຈາຍ, ຍັງບໍ່ທັນຈັດສັນເນື້ອທີ່ປູກກາເຟ ເຂດໄຕງວຽນ ເພື່ອໃຫ້ມີເຂດວັດຖຸດິບກວ້າງຂຶ້ນ, ຕອບສະໜອງບັນດາມາດຕະຖານການສົ່ງອອກ. ຍ້ອນແນວນັ້ນ, ຫຼາຍຄຳເຫັນກໍ່ຖືວ່າ ຂະແໜງການທີ່ກ່ຽວຂ້ອງ ແລະ ບັນດາທ້ອງຖິ່ນຄວນຈັດສັນເນື້ອທີ່ເຂດປູກກາເຟຂະໜາດໃຫຍ່ໂດຍໄວ, ພ້ອມກັນນັ້ນ ກໍສ້າງການຮ່ວມສຳພັນຢ່າງແໜ້ນແຟ້ນ ໃນການຄັດເລືອກນຳໃຊ້ແນວພັນທີ່ດີ, ການຊົມໃຊ້ຜະລິດຕະພັນ ແລະ ການສ້າງເຄື່ອງໝາຍການຄ້າ.
ທ່ານນາງ ກາວຊວນທູເວີນ, ຮອງປະທານສະມາຄົມຊາວກະສິກອນ ຫວຽດນາມ ເນັ້ນໜັກວ່າ: ຈຳເປັນຕ້ອງຈັດຕັ້ງການຜະລິດຄືນຕາມທິດຮ່ວມມື, ສ້າງຕັ້ງສະມາຄົມສາຍອາຊີບ. ຊາວກະສິກອນຕ້ອງຍອມຮັບການລົງທຶນໄລຍະຍາວ, ຂາດທຶນກ່ອນ, ກໍາໄລຕາມຫຼັງ. ຂະແໜງການກ່ຽວຂ້ອງຄວນຮ່ວມເດີນທາງກັບຊາວກະສິກອນໃນການສ້າງເຂດວັດຖຸດິບ. ໃນຂະນະນັ້ນ, ທ່ານ ດວານຫງອກກໍ້, ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ຢາລາຍ ໃຫ້ຮູ້ວ່າ: ເພື່ອເພີ່ມມູນຄ່າໃຫ້ເມັດກາເຟ, ຈຳເປັນຕ້ອງປະຕິບັດຈາກມູນຄ່າການນຳເຂົ້າ ແລະ ສົ່ງອອກເປັນປະຈຳ. ກ່ອນອື່ນໝົດ, ຕ້ອງຫຼຸດລາຍຈ່າຍສົ້ນເຂົ້າ, ເຊັ່ນ: ເບ້ຍໄມ້, ອຸປະກອນການກະເສດ, ຝຸ່ນຊີວະພາບ ແລະ ເພີ່ມກຳລັງການຜະລິດ, ຄຸນນະພາບຜະລິດຕະພັນ. ພ້ອມກັນນັ້ນ, ກໍຈຳກັດການໃຊ້ຢາປາບສັດຕູພືດ ຕາມທິດຫັນປ່ຽນມາໃຊ້ຝຸ່ນຊີວະພາບ, ຫຼີກລ່ຽງສານເຄມີຕົກຄ້າງ ແລະ ຍູ້ແຮງການ ນຳໃຊ້ກົນຈັກໃນການປູກກາເຟ...ທ່ານ ດວ່ານງອັກກໍ້ ສະເຫນີວ່າ:
“ພວກເຮົາຕ້ອງສຸມໃສ່ພັດທະນາການຜະລິດ ກາເຟ ຕອບສະຫນອງໄດ້ມາດຖານ ກາເຟ ປອດສານພິດ ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫລາດ. ຖ້າຫາກພວກເຮົາປະຕິບັດຕາມຂັ້ນຕອນຜະລິດຄືກ່ອນນີ້, ບໍ່ໄປຕາມມາດຖານ ເວລານັ້ນ ຜະລິດຕະພັນຂອງພວກເຮົາ ຈະບໍ່ສາມາດຈຳຫນ່າຍໄດ້, ສຳລັບບັນຫານີ້ ພວກເຮົາຕ້ອງມີການຫັນປ່ຽນໂດຍໄວ”.
ທ່ານ ດວານຫງອກກໍ້, ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ຢາລາຍ. ພາບ: baodantoc.vn |
ພາຍໃຕ້ແງ່ມູມການຄຸ້ມຄອງລັດ, ທ່ານ ເລມິງຮວານ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຖືວ່າ: ເລື່ອງຍົກສູງມູນຄ່າ ກາເຟ ບໍ່ພຽງແຕ່ຈາກການປຸງແຕ່ງ ຫາກຍັງສ້າງມູນຄ່າຕື່ມອີກຈາກ ຕົ້ນກາເຟຄື: ດອກກາເຟ, ເປືອກ ກາເຟ, …
“ພວກເຮົາຕ້ອງກຳນົດຄືນມາດຖານການຜະລິດຕະພັນກາເຟຂອງພວກເຮົາ ເພື່ອສົ່ງອອກໄປຍັງຕະຫລາດໂລກ. ຢູ່ຕ່າງປະເທດ ເຂົາເຈົ້າໄດ້ຜະລິດອອກຫລາຍຜະລິດຕະພັນຈາກຕົ້ນກາເຟ ແຕ່ ພວກເຮົາຍັງບໍ່ທັນໄດ້ເຮັດເທື່ອ. ພວກເຮົາພຽງຜະລິດອອກເປັນວັດຖຸດິບເທົ່ານັ້ນ. ພວກເຮົາຍັງມີຫລາຍຄວາມສາມາດບົ່ມຊ້ອນເພື່ອສ້າງເປັນພາບພົດກາເຟ, ມູນຄ່າ ກາເຟ”.
ປະຈຸບັນ ຂະແຫນງ ກາເຟ ປະກອບສ່ວນປະມານ 3% GDP, ສ້າງວຽກເຮັດງານທຳ ແລະ ລາຍຮັບເປັນປົກກະຕິໃຫ້ແກ່ ກວ່າ 600.000 ຄອບຄົວຊາວກະສິກອນ ຢູ່ ຫວຽດນາມ. ບັນດານັກຊ່ຽວຊານ ແລະ ປະຊາຄົມວິສາຫະກິດ ກາເຟ ເຊື່ອໝັ້ນວ່າ: ເລື່ອງສ້າງ ແລະ ພັດທະນາເຄື່ອງໝາຍກາເຟ ຈະຊ່ວຍໃຫ້ຂະແຫນງນີ້ ປະກອບສ່ວນອັນໃຫຍ່ຫລວງ ແລະ ມີປະສິດທິຜົນກວ່າ ນັບທັງດ້ານເສດຖະກິດ ແລະ ສັງຄົມໃຫ້ແກ່ປະເທດຊາດ.