ການລົງທຶນໂດຍກົງຕ່າງປະເທດປະກອບສ່ວນປະຕິບັດການຫັນປະເທດຊາດເປັນປະເທດອຸດສາຫະກຳແລະການມີຫນ້າຂອງບັນດທັນສະໄຫມ

To Tuan
Chia sẻ
ການ​ມີຫນ້າ​ຂອງ​ບັນດາ​ວິ​ສາ​ຫະກິດ​ມີ​ເງິນ​ລົງທຶນ​ຕ່າງປະ​ເທດ​(ຫລື FDI) ​​ໄດ້​ມີບົດບາດ​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ຫວຽດນາມ

(vovworld)- ການ​ມີຫນ້າ​ຂອງ​ບັນດາ​ວິ​ສາ​ຫະກິດ​ມີ​ເງິນ​ລົງທຶນ​ຕ່າງປະ​ເທດ​(ຫລື FDI) ​​ໄດ້​ມີບົດບາດ​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ຫວຽດນາມ. ​ໃນ ​ໄລຍະ 25 ປີຜ່ານມາ, ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ໄດ້​ກາຍ​ເປັນ​ແຫ​ລ່ງທຶນ​ເພີ່ມ​ເຕີມ​ທີ່ສຳຄັນ​ໃຫ້​ແກ່​ຍອດ​ຈຳນວນເງິນ​ລົງທຶນ​​ແກ່​ສັງຄົມ, ປະກອບສ່ວນ​ບໍ່​ແມ່ນ​ຫນ້ອຍ​​ເຂົ້າ​ໃນ​ການ​ປຸກລຸກ​ແຫ​ລ່ງກຳລັງ​ລົງທຶນ​ ກໍ​ຄື​ຊຸກ​ຍູ້​ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ ຫວຽດນາມ.

ການລົງທຶນໂດຍກົງຕ່າງປະເທດປະກອບສ່ວນປະຕິບັດການຫັນປະເທດຊາດເປັນປະເທດອຸດສາຫະກຳແລະການມີຫນ້າຂອງບັນດທັນສະໄຫມ - ảnh 1
ພາບປະກອບ:internet

        ຕາມ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ​ແລ້ວ, ​ໃນ​ໄລຍະ​ 25 ປີຜ່ານມາ, ນັບ​ແຕ່​ເມື່ອ ຫວຽດນາມ​ ເປີດ​ປະຕູ​ດຶງ​ດູດ​ການ​ລົງທຶນ​ຕ່າງປະ​ເທດມາ​ຮອດ​ປະຈຸ​ບັນ, ມີ​ກວ່າ 14.550 ​ໂຄງການ​ຍັງ​ມີ​ຜົນ​ສັກສິດ​ຢູ່, ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ບັນລຸ​​ເກືອບ 211 ຕື້​ USD, ທຶນ​ປະຕິບັດ​ແມ່ນ 97,63 ຕື້ USD, ການ​ເຄື່ອນ​ໄຫວ​ນີ້​ໄດ້​ກາຍ​ເປັນ​ແຫ​ລ່ງ​ທຶນ​ເພີ່ມ​ເຕີມທີ່​ສຳຄັນ​​ໃຫ້​ແກ່​ຍອດ​ຈຳນວນ​ເງິນ​ລົງທຶນ​ສັງຄົມ, ຊຸກ​ຍູ້​ການ​ຫັນປ່ຽນ​ໂຄງ​ປະ​ກອບ​ເສດຖະກິດ. ການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ກໍ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ພາກສ່ວນ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ​ກວ່າ​ໝູ່ ດ້ວຍ​ລະດັບ​ການ​ເຕີບ​ໂຕ GDP ​​ສູງ​ກວ່າ​ລະດັບ​ການ​ເຕີບ​ໂຕ​ຂອງ​ທັງ​ປະ​ເທດ. ສະ​ເພາະ​ປີ 2012, ພາກສ່ວນ​ນີ້​ໄດ້​ປະກອບຈຳນວນ​ເງິນ​ປະມານ 3,7 ຕື້ USD ໃຫ້​ແກ່​ງົບປະມານ, ກວມ 11,9% ຍອດ​ລາຍ​ຮັບ​ງົບປະມານ. ຄຽງ​ຄູ່​ກັນ​ນັ້ນ, ການ​ມີຫນ້າ​ຂອງ​ບັນດາ​ວິ​ສາ​ຫະກິດທີ່​ມີ​ເງິນ​ລົງທຶນ​ຕ່າງປະ​ເທດ​ໄດ້​ສ້າງ​ວຽ​ກ​ເຮັດ​ງານ​ທຳ​​ໂດ​ຍົງໃຫ້​ແກ່​ຄົນ​ງານ​ກວ່າ 2 ລ້ານ​ຄົນ ​ແລະ ​ໂດຍທາງ​ອ້ອມ​​ແມ່ນປະມານ 3-4 ລ້ານ​ຄົນ, ສົ່ງ​ຜົນ​ກະທົບ​ຢ່າງ​ແຮງ​ເຖິງ​ການ​ຫັນປ່ຽນ​ໂຄງ​ປະກອບ​ແຮງ​ງານ​ຕາມ​ທິດ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ​ຂອງ​ຫວຽດນາມ. ​ພິ​ເສດ ​ແຫ​ລ່ງທຶນ FDI ມີ​ທີ່​ຕັ້ງ​ສຳຄັນ​ໃນ​ຍອດ​ວົງ​​ເງິນ​ສົ່ງ​ອອກ​ຂອງ​ທັງ​ປະ​ເທດ. ​ໄລ່​ມາ​ຮອດ​ປີ 2012, ​ພາກສ່ວນ​ເສດຖະກິດ​ດັ່ງກ່າວ​ກວມ 64% ຍອດ​ວົງ​ເງິນ​ສົ່ງ​ອອກ​ຂອງ​ທັງ​ປະ​ເທດ. ທີ່​ກອງ​ປະຊຸມ​ສະຫລຸບ 25 ປີ​ແຫ່ງ​ການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ຢູ່ ຫວຽດນາມ ຊື່​ງດຳ​ເນີນ​​ໃນ​ວັນ​ທີ 27/3 ຢູ່ ຮ່າ​ໂນ້ຍ, ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ ບູ່​ຍກວາງ​ວີ​ງ ​ຊີ້​ແຈງ​ວ່າ:

        “ບົດບາດ​ຂອງ​ການ​ລົງທຶນ​ຕ່າງປະ​ເທດ​ສຳລັບ ຫວຽດນາມ ​ແມ່ນ​ສຳຄັນ​ທີ່​ສຸດ. ພວກ​ເຮົາ​ບໍ່​ພຽງ​ແຕ່​ໄດ້​ຮັບ​ແຫ​ລ່ງ​ເງິນລົງທຶນ, ​ສ້າງ​ວຽກ​ເຮັດ​ງານ​ທຳ​​ໃຫ້​ແກ່​ຄົນ​ງານ​ເພີ່ມການ​ສົ່ງ​ອອກ ​ແລະ ​ເພີ່ມລາຍ​ຮັບ, ລາຍ​ຈ່າຍງົບປະມານ​ຕື່ມ​ອີກເທົ່າ​ນັ້ນ ຫາກ​ພວກ​ເຮົາ​ຍັງ​ຮຳ່ຮຽນ​​ເອົາ​ບົດຮຽນ​ຫລາຍ​ຢ່າງ​ໃນ​ວຽກ​ງານ​ຄຸ້ມ​ຄອງ, ບໍລິຫານ​ວິ​ສາ​ຫະກິດ ​ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ. ອາດ​ເວົ້າ​ໄດ້​ວ່າ ການ​ລົງທຶນ​ຕ່າງປະ​ເທດ​ໄດ້​ປ​ະກອບ​ສ່ວນ​ປະຕິບັດ​ຈຸດໝາຍ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ​ໃນ​ຕະຫລອດ 25 ປີຜ່ານມາ​.”

          ​ໃນ​ຊຸມ​ປີຜ່ານມາ, ການ​ລົງທຶນ​ຕ່າງປະ​ເທດ FDI ​ໄດ້​ນຳ​ມາ​ເຊິ່ງການ​ປ່ຽນ​ແປງ​ຫລາຍ​ຢ່າງ, ພິ​ເສດ​ບັນດາ​ເຂດ​​ເສດຖະກິດຈຸດ​ສຸມຂອງ​ຫວຽດນາມ ຍາມ​ໃດ​ກໍ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ກະ​ແສ​ເງິນ​ລົງທຶນ. ​ໃນ​ນັ້ນ​ບັນດາ​ແຂວງ, ນະຄອນ​ພວມ​ແມ່ນ​ຈຸດ​ເດັ່ນ​ໃນ​ການ​ດຶງ​ດູດ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ໃນ​​ໄລຍະ​ຜ່ານ​ມາ​ຄື: ຫາຍ​ຟ່ອງ, ທາຍ​ງວຽນ, ຫວີງ​ຟຸກ, ຫາຍ​ເຢືອງ.. ​ໃນ​ປີ 2012, ນະຄອນ​ຫາຍ​ຟ່ອງ ​ດຶງ​ດູດ​ທຶນ FDI ​ໄດ້ກວ່າ 1,23 ຕື້ USD, ຢືນ​ອັນ​ດັບ​ສອງ​ຂອງ​ທັງ​ປະ​ເທດ​ກ່ຽວ​ກັບ​ການ​ດຶງ​ດູດ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ. ບັນດາ​ໂຄງການ​ທີ່​ໄດ້​ຮັບ​ຫນັງສື​ອະນຸຍາດໃຫມ່ສ່ວນ​ຫລາຍ​ແມ່ນ​ນອນ​ໃນ​ຂົງ​ເຂດ​ຜະລິດ​ອຸດສາຫະກຳ, ​ໃນ​ນັ້ນ ມີ​ບາງ​ກຸ່ມ​ບໍລິສັດ​ຊັ້ນ​ນຳ​ຂອງ​ຍີ່​ປຸ່ນຄື: ​ໂຮງງານ​ຜະລິດ​ລົດ​ໂອ​ໂຕ Bridgestone ດ້ວຍ​ຍອດ​ຈຳນວນ​ທຶນ​ເກືອບ 575 ລ້ານ USD, ​ໂຄງການ​ຜະລິດ​ການ​ຢາ​ຂອງ​ກຸ່ມ​ບໍລິສັດ Nipro Pharma Corporation, ​ໂຄງການ​ຜະລິດ​ຈັກອັດເອກະສານ, ມືກເຄື່ອງພິມ​​ຂອງ​ກຸ່ມ​ບໍລິສັດ Fuji Xerox.. ນີ້​ແມ່ນ​ບັນດາ​ໂຄງການ​ເຕັກ​ໂນ​ໂລ​ຊີ​ສູງ ບໍ່​ກໍ່​ມົນ​ລະ​ພິດ​​ສິ່ງ​ແວດ​ລ້ອມ ​ແລະ ​ໄລຍະ​ເວລາ​ຜັນ​ຂະຫຍາຍ​ກໍ​ວ່ອງ​ໄວ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ​ໃນ​ສະພາບ​ເສດຖະກິດ​ທົ່ວ​ໂລກ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ບັນດາ​ນັກ​ລົງທຶນ​ສາກົນ​ຍັງ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ ​ແລະ ສືບ​ຕໍ່​ໝັ້ນ​ໝາຍ​ຈະ​ລົງທຶນ​ຢ່າງ​ຍາວ​ນານ​ຢູ່​ຫວຽດນາມ. ທ່ານ Kyoshiro Ichikawa ຜູ້ອຳນວຍການ​ບໍລິສັດ IBC ຫວຽດນາມ ຈຳ​ກັດ ຖື​ວ່າ:

        “ມີ 3 ປັດ​ໃຈທີ່​ສ້າງ​ຄວາມດູດ​ດື່ມ. ນັ້ນ​ແມ່ນ​ແຫ​ລ່ງຊັບພະຍາກອນ​ມະນຸດ. ຢູ່ ຫວຽດນາມ ມີ​ຄົນ​ງານ​ທີ່​ມີ​ຄວາມ​ຊຳນານ​ງານຫລາຍ​ຄົນ ພ້ອມ​ດ້ວຍຄົນ​ງານ​ຫນຸ່ມ​ແຫນ້ນ​ເປັນ​ຈຳນຫວນ​ຫລວງຫລາຍ.​ ນັ້ນ​ແມ່ນ​ບັນດາ​ປັດ​ໄຈ​ຊຶ່ງ​ຍາມ​ໃດວິ​ສາ​ຫະກິດ ຍີ​່ປຸ່ນກໍ​ສົນ​ໃຈ. ປັດ​ໄຈ​ທີ​ສອງ ແມ່ນ​ຫວຽດນາມມີ​​ສະຖຽນ​ລະ​ພາບທາງດ້ານການ​ເມື​ອງ. ທີ​ສາມ​, ຫວຽດນາມ​ ມີ​ທີ່​ຕັ້ງ​​ພູມ​ສາດການ​ເມືອງຢູ່ໃຈກາງ​ຂອງພາກ​ພື້ນອາ​ຊຽນ.”

ການລົງທຶນໂດຍກົງຕ່າງປະເທດປະກອບສ່ວນປະຕິບັດການຫັນປະເທດຊາດເປັນປະເທດອຸດສາຫະກຳແລະການມີຫນ້າຂອງບັນດທັນສະໄຫມ - ảnh 2
ໂຮງງານຜະລິດຊີມັງ ງີເຊີນ - ຢູ່ແຂວງ ແທນຮວາ, ໂຄງການລົງທຶນໂດຍກົງຂອງຕ່າງປະເທດ
ພາບ:internet

        ຄຽງ​ຄູ່​ກັນ​ນັ້ນ, ຍັງ​ມີ​ຫລາຍ​ປັດ​ໄຈ​ປະກອບສ່ວນ​ບໍ່​ແມ່ນ​ຫນ້ອຍ​ເຂົ້າ​ໃນ​ການ​ດຶງ​ດູດ​ແຫ​ລ່ງທຶນ FDI ຢູ່​ບັນດາ​ທ້ອງ​ຖິ່ນ. ທ່ານ ​ເຢືອງ​ແອ​ງດ່ຽນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຫາຍ​ຟ່ອງ ​ໄດ້​ແບ່ງປັນ​ບົດຮຽນ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຖື​ວ່າກຳລັງ​ແຮງ​ພາຍ​ໃນ​ຕັດສິນ​​ກຳລັງ​ແຮງ​ພາຍ​ນອກ​, ສະ​ນັ້ນ ທາງ​ນະຄອນ​​ໄດ້​ວາງ​ແຜນ​ຍຸດ​ທະ​ສາດ​ຢ່າງ​ຈະ​ແຈ້ງ. ພວກ​ຂ້າພະ​ເຈົ້າ​ມີຖັນ​​ແຖວ​ພະນັກງານ ທີ່​ມີຄວາມ​ຮູ້​​ໃນການ​ບໍລິຫານ​ເສດຖະກິດ​​ ​ແລະ ສາມາດນຳ​ໃຊ​້ພາສາ​ອັງກິດ​​ໄດ້​ດີ. ພວກ​ຂ້າພະ​ເຈົ້າ​ກໍ​ສຸ​ມ​ໃສ່​ປະຕິ​ຮູບ​ດ້ານ​ການບໍລິຫານ​ຢ່າງ​ສູງ ​ແລະ ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງ​ການ​ກະກຽມ​ພື້ນຖານ​ໂຄງ​ລ່າງ ກໍ​ຄື​ບຸກ​ເບີກຫນ້າ​ພຽງ​ເພື່ອ​ດຶງ​ດູດ​ບັນດາ​ນັກ​ລົງທຶນ. ພວກ​ຂ້າພະ​ເຈົ້າ​ກໍ​ສຸມ​ໃສ່​ດຶງ​ດູດບັນດາ​ນັກ​ລົງທຶນ​ໃຫຍ່​ເຂົ້າມາ​ລົງທຶນ.”

        ອາດ​ຈະ​ເວົ້າ​ໄດ້​ວ່າ, ​ໃນ​ຕະຫລອດ 25 ປີ​ດຶງ​ດູູດການ​ລົງທຶນ​​ຕ່າງປະ​ເທດ​ເຂົ້າ​ຫວຽດນາມ. FDI ​ໄດ້​ຮັບ​ການນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ, ຊ່ວຍ​ປັບປຸງ​ໂສມ​ຫນ້າ​ເສດຖະກິດ​ຫວຽດນາມ​ບົນ​ເສັ້ນທາງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຽງ​ຄູ່​ກັນ​ນັ້ນ ຍັງ​ມີ​ຂໍ້​ຈຳກັດ​ຊື່​ງ ຫວຽດນາມ ຕ້ອງ​ແກ້​ໄຂ​ເພື່ອ​ເສີມ​ຂະຫຍາຍ​ກຳ​ແຮງ​ພາຍ​ໃນ​ຢ່າງ​ສຸດ​ຂີດ​ ​ແລະ ສ້າງ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​ສະຫລຸບ 25 ປີ​ແຫ່ງ​ການ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ ຢູ່ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​ຢູງ ຊີ້​ແຈງ​ວ່າ:

        “ຂ້າພະ​ເຈົ້າ​ຢາກ​ເນັ້ນ​ຫນັກ​ວ່າ: ຕ້ອງ​ສືບ​ຕໍ່​ຍູ້​ແຮງ​ການ​ປະຕິ​ຮູບ​ບໍລິຫານ ຊື່​ງກ່ອນ​ອື່ນ​ໝົດ​ແມ່ນ​ລະບຽບ​ການ​ບໍລິຫານ. ພິ​ເສດ​ຕ້ອງ​ຮີບ​ເຮັ່ງ​ສ້າງ​ບັນດາ​ເອກະສານ​ນິຕິ​ກຳ​ໃຫ້​ສົມບູນ​ແບບ, ກົນ​ໄກ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ລົງທຶນ​ຕາມ​ທິດ​ສະດວກ​ກວ່າ ​ແລະ ມີ​ລັກສະນະ​ແກ້ງ​ແຍ້​ງສູງ​ກວ່າ​ເມື່ອ​ທຽບ​ໃສ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ປະຕິ​ຮູບ​ນະ​ໂຍບາຍ​​ແນ​ໃສ່​ສ້າງ​ຄວາມ​ສະດວກ​ ເພື່ອດຶງ​ດູດ​ການ​ລົງທຶນ​ຕ່າງປະ​ເທດ​ກໍ​ຄື​ການ​ລົງທຶນ​ພາຍ​ໃນ​ປະ​ເທດ​”

        ​ໃນ​ໄລຍະ 25 ປີ​ແຫ່ງ​ການ​ດຶງ​ດູດ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ເຂົ້າ​ຫວຽດນາມ ​ບັນລຸ​ໄດ້ຜົນ​ງານ​ຫລາຍ​ຢ່າງ, ປະກອບສ່ວນ​ດີ​ພໍ​ສົມຄວນ​ໃຫ້​ແກ່​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ຊາດ. ປີ 2013 ​ໄດ້​ຮັບຖື​ວ່າ​ຈະ​ແມ່ນ​ປີ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ສຳ​ລັບ​ພື້ນຖານ​ເສດຖະກິດ​ຂອງ​ຫລາຍ​ປະ​ເທດ​ໃນ​ໂລກ, ​ເຖິງ​ຢ່າງ​ໃດ​ກໍ​ຕາມ ດ້ວຍ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​​ພັດທະນາຂອງ​ຕົນ, ຫວຽດນາມ ຍັງ​ຄົງ​ແມ່ນ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ອັນ​ດູດ​ດື່ມ ​ແລະ ​ໜ້າໄວ້​ເນື້ອ​ເຊື່ອ​ໃຈ​ສຳ​ລັບ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ຄື​ດັ່ງ​ຄຳ​ຢືນຢັນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ທີ່ວ່າ: ຫວຽດນາມ ໝັ້ນ​ໝາຍ​ຈະ​ພ້ອມ​ກັບ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ຄວາມ​ຫຍຸ້ງຍາກ​ເພື່ອ​ພ້ອມ​ກັນ​ແບ່ງປັນ​ຜົນ​ປະ​ໂຫຍ​ດ ​ແລະ ພ້ອມ​ກັນ​ປະສົບ​ຜົນສຳ​ເລັດ./.

ຕອບກັບ